ກອງປະຊຸມໂຕະມົນ ປະຈຳປີ 2019 ຫາລື 4 ຂົງເຂດສຳຄັນ

499

ກອງປະຊຸມໂຕະມົນ ປະຈໍາປີ 2019 ຈັດຂຶ້ນທີ່ແຂວງຫຼວງພະບາງ ພາຍໃຕ້ຫົວຂໍ້ “ ເພີ່ມທະວີການເປັນຄູ່ຮ່ວມ ເພື່ອເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ແລະ ການສ້າງແຜນພັດທະນາແຫ່ງຊາດ 5 ປີ ຄັ້ງທີ IX ” ໃນນັ້ນໄດ້ສຸມໃສ່ 4 ຂົງເຂດສຳຄັນ.

ກອງປະຊຸມໂຕະມົນປະຈໍາປີ 2019 ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 25 – 26 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ເຊິ່ງໃນວັນທີ 25 ພະຈິກ 2019 ແມ່ນກອງປະຊຸມລະດັບວິຊາການ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ນາງ ຣີຄາດາ ຣີເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມປະມານ 250 ກວ່າທ່ານ ຈາກສູນກາງ ແລະ ທ້ອງຖິ່ນ ພ້ອມທັງບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການທີ່ບໍ່ຫວັງຜົນກໍາໄລ ແລະ ພາກເອກະຊົນເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ແລະ ການສ້າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX. ນອກຈາກນີ້, ແມ່ນມີການແບ່ງກຸ່ມສົນທະນາ ເຊິ່ງໄດ້ສຸມໃສ່ການປຶກສາຫາລື ໃນ 4 ຂົງເຂດຕົ້ນຕໍ ຄື:

ຫົວຂໍ້ທີ 1: ການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ໃນໄລຍະຂ້າມຜ່ານຕໍ່ກັບວຽກງານການຄ້າ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ໂອກາດເຂົ້າຫາແຫຼ່ງທຶນ.

ຫົວຂໍ້ທີ 2: ຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍ ເປົ້າໝາຍການພັດທະນາແບບຍືນຍົງ, ການຕິດຕາມ ແລະ ລາຍງານການຈັດຕັ້ງປະຕິບັດບັນດາຕົວຊີ້ວັດຕ່າງໆ.

ຫົວຂໍ້ທີ 3: ການຫຼຸດຜ່ອນ ຄວາມສ່ຽງທີ່ເກີດຈາກໄພພິບັດ ການສະໜັບສະໜູນດ້ານຕ່າງໆ ແລະ ທິດທາງໃນຕໍ່ໜ້າ ເພື່ອເຊື່ອມສານວຽກງານດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX.

ຫົວຂໍ້ທີ 4 ການເຊື່ອມສານວຽກງານການປ່ຽນແປງດິນຟ້າອາກາດເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ລວມທັງການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ.

ເພື່ອເປັນການຈັດຕັ້ງປະຕິບັດນະໂຍບາຍການພັດທະນາຕາມທິດສີຂຽວ, ກອງປະຊຸມໂຕະມົນ ປະຈຳປີ 2019 ໄດ້ຊຸກຍູ້ໃຫ້ມີການຫຼຸດຜ່ອນການນໍາໃຊ້ພລາສຕິກ ແລະ ເຈ້ຍ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຜະລິດຕະພັນຈາກທ້ອງຖິ່ນ ລວມມີຈອກນ້ຳໄມ້ໄຜ່ ແລະ ຖົງຜ້າທີ່ສາມາດນໍາໃຊ້ຄືນໄດ້.

( ໂດຍ: ສົມລົດ, ຂໍ້ມູນຮູບພາບ: ກະຊວງແຜນການ )