ຟາມພູຕາເວັນ ກຽມເປີດເທດສະການທ່ອງທ່ຽວ ຄັ້ງທີ 4

0
292

ແຫຼ່ງທ່ອງທ່ຽວຟາມພູຕາເວັນ ກຽມເປີດງານເທດສະການທ່ອງທ່ຽວປະຈຳປີ ຄັ້ງທີ 4 ໂດຍຈະມີຫຼາຍກິດຈະກຳ ເປັນຕົ້ນ: ການສະແດງສິລະປະ, ງານຄອນເສີດ, ທ່ຽວຊົມສິນຄ້າຂອງປະຊາຊົນ, ຊົມສວນກະສິກຳ ແລະ ອື່ນໆ. ຂະນະນີ້ການກະກຽມປະດັບປະດາສຳເລັດກວ່າ 80% ແລະ ຈະເປີດງານຢ່າງເປັນທາງການໃນວັນທີ 13 ທັນວາ 2019.

ທ່ານ ນາງ ດາລຸນນີ ດວງປະເສີດ ເຈົ້າຂອງຟາມພູຕາເວັນ ໃຫ້ສຳພາດວ່າ: ຟາມພູຕາເວັນ ເປັນແຫຼ່ງທ່ອງທ່ຽວກະສິກຳ, ເປັນໂຄງການທີ່ສ້າງຂຶ້ນບົນພື້ນຖານຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນ ແລະ ຜູ້ບໍລິໂພກ ທີ່ຕ້ອງການພືດຜັກຊະນິດຕ່າງໆທີ່ມີຄຸນນະພາບສະອາດ, ປອດສານພິດ ເຊິ່ງປະກອບມີ: ຟາມສັດລ້ຽງ, ພືດໄມ້ປະດັບ, ພືດຜັກກິນໃບ, ສວນໝາກນາວ, ດອກຕາເວັນ, ໝາກເຫຼ່ນ ແລະ ອື່ນໆ ໂດຍຈະເນັ້ນໃສ່ການກະເສດ, ສົ່ງເສີມການຜະລິດ, ສົ່ງເສີມການຄົ້ນຄວ້າວັດຖຸດິບ ມາປຸງແຕ່ງຈົນມາເປັນຜະລິດຕະພັນສຳເລັດຮູບ.

ທ່ານ ນາງ ດາລຸນນີ ດວງປະເສີດ ກ່າວວ່າ: ສຳລັບງານເທດສະການການທ່ອງທ່ຽວຟາມພູຕາເວັນ ໃນປີ 2020 ແມ່ນກະກຽມມາຫຼາຍເດືອນ ເນື່ອງຈາກການຈັດປີຜ່ານມາສຳເລັດກໍໄດ້ເກີດມີພາຍຸເຮັດໃຫ້ຟາມໄດ້ຮັບຜົນເສຍຫາຍ ຈຶ່ງໄດ້ມີການຈັດສວນຄືນໃໝ່ທີ່ມີລັກສະນະແຕກຕ່າງຈາກປີຜ່ານມາ, ປີນີ້ຈະເນັ້ນເລື່ອງການເຮັດກະເສດເປັນຫຼັກ ໂດຍສະເພາະການປູກຝັງ, ການປູກເຂົ້າ, ດອກໄມ້ຫຼາກຫຼາຍຊະນິດ, ພືດໄລຍະສັ້ນ ແລະ ໄລຍະຍາວ. ນອກນັ້ນ, ຍັງມີສິນຄ້າຫັດຖະກຳ, ສິນຄ້າກະເສດຂອງຊຸມຊົນຊາວບ້ານ, ອາຫານຕ່າງໆຂອງປະຊາຊົນເຂົ້າຮ່ວມບໍລິການນັກທ່ອງທ່ຽວ ໂດຍການກະກຽມງານມາຮອດປັດຈຸບັນໄດ້ 80% ຄາດວ່າປີນີ້ນັກທ່ອງທ່ຽວຈະເຂົ້າມາທ່ອງທ່ຽວເພີ່ມຂຶ້ນຈາກປີຜ່ານມາ, ສ່ວນລາຄາແມ່ນ 15 ພັນກີບຕໍ່ຄົນ.

ນອກນັ້ນ, ຍັງຈະມີກິດຈະກຳຕ່າງໆໃນປີ 2020 ພາຍຫຼັງທີ່ເປີດງານເທດສະການທ່ອງທ່ຽວເປັນທາງການແລ້ວ ຈະມີກິດຈະກຳສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ງານບຸນກອງເຂົ້າ ແລະ ງານປະກວດຫຸ່ນເຟືອງໃນໄລຍະເດືອນມັງກອນ, ງານປະກວດໂຄມໄຟເດືອນມີນາ, ການປະກວດບຸນບັ້ງໄຟໃນເດືອນພຶດສະພາ ແລະ ການປະກວດແຕ້ມຮູບໃນເດືອນມິຖຸນາ.

ຟາມພູຕາເວັນຕັ້ງຢູ່ເຂດບ້ານທ່ານາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

LEAVE A REPLY

Please enter your comment!
Please enter your name here