ທະນາຄານ ICBC ເປີດຕົວຜະລິດຕະພັນບັດເດບິດໃໝ່ ສາມາດນໍາໃຊ້ໄດ້ທົ່ວໂລກ ພ້ອມນໍາໃຊ້ວັນທີ 1 ມັງກອນ 2020 ນີ້

214

ທະນາຄານ ອຸດສາຫະກໍາ ແລະ ການຄ້າ ຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ຈັດພິທີເປີດຕົວຜະລິດຕະພັນໃໝ່ ບັດເດບິດ ຢູນຽນເພ ຮູບໜ່ວຍໂລກ ( ICBC VTE-GLOBAL UNIONPAY DEBIT CARD ) ທີ່ຍົກລະດັບຈາກບັດເດບິດທົ່ວໄປ ສາມາດນໍາໃຊ້ໄດ້ໃນທົ່ວໂລກ ພ້ອມເພີ່ມອາຍຸການນໍາໃຊ້ຈາກ 5 ປີ ເປັນ 10 ປີ ເຊິ່ງຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 1 ມັງກອນ 2020 ນີ້.

ພິທີຖະແຫຼງຂ່າວເປີດຕົວຜະລິດຕະພັນບັດ ICBC VTE-GLOBAL UNIONPAY DEBIT CARD ຈັດຂຶ້ນໃນວັນທີ 22 ພະຈິກ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, Mr. SUN FENGLEI ຜູ້ອໍານວຍການທະນາຄານ ICBC ສາຂານະຄອນຫຼວງວຽງຈັນ, ມີບັນດາຜູ້ຕາງໜ້ານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ SUN FENGLEI ກ່າວວ່າ: ນັບຕັ້ງແຕ່ປີ 2011 ທີ່ສ້າງຕັ້ງທະນາຄານ ອຸດສາຫະກໍາ ແລະ ການຄ້າ ຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ຂຶ້ນຈົນມາຮອດປັດຈຸບັນເປັນເວລາ 8 ປີພໍດີ ເຊິ່ງຜ່ານມາທະນາຄານເອງກໍໄດ້ຜ່ານຜ່າອຸປະສັກຫຼາຍຢ່າງ ເພື່ອກໍ່ສ້າງພື້ນຖານອັນແໜ້ນໜາໃນລາວ ແລະ ໄດ້ນໍາໃຊ້ແນວທາງອຸດົມການຂອງອົງກອນ ພາຍໃຕ້ຄໍາຂວັນ “ ບໍລິການດ້ວຍຄວາມຊື່ສັດ ປະຕິບັດດ້ວຍຄວາມຈິງໃຈ ພ້ອມກັນກ້າວໄກສູ່ອະນາຄົດ ” ເປັນແຮງຊຸກຍູ້ໃນການສະໜອງການບໍລິການດ້ານການເງິນ ທີ່ມີປະສິດທິພາບສູງໃຫ້ແກ່ລູກຄ້າບໍລິສັດ ແລະ ລາຍບຸກຄົນໃນລາວ, ພ້ອມເປັນຕົວຊ່ວຍໃນການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ອີກດ້ວຍ.

ໃນປີ 2018 ທະນາຄານ ອຸດສາຫະກໍາ ແລະ ການຄ້າ ຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ໄດ້ຖືກຈັດເປັນບໍລິສັດອັນດັບໜຶ່ງໃນບັນດາບໍລິສັດລົງທຶນຂອງຈີນ ແລະ ຖືກຈັດເປັນ 1 ໃນ 10 ບໍລິສັດທັງໝົດໃນ ສປປ ລາວ ໃນການມອບພັນທະພາສີອາກອນໃຫ້ແກ່ລັດ, ຖືກຈັດເປັນທະນາຄານສາຂາຕ່າງປະເທດທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໄດ້ຮັບໃບຍ້ອງຍໍເປັນທະນາຄານທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາເສດຖະກິດ – ສັງຄົມຂອງລາວ ເປັນຈໍານວນ 5 ປີຕິດຕໍ່ກັນ ແລະ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 3 ຈາກປະທານປະເທດ ແຫ່ງ ສປປ ລາວ.

ຕະຫຼອດໄລຍະເວລາໃນການດໍາເນີນທຸລະກິດທີ່ຜ່ານມາ ຈາກຜົນງານຕ່າງໆຂອງທະນາຄານຈົນມາຮອດປັດຈຸບັນ, ທະນາຄານໄດ້ພະຍາຍາມເພື່ອຍົກລະດັບການບໍລິການໃຫ້ລູກຄ້າ ໄດ້ສໍາຜັດກັບວິວັດທະນາການອັນລໍ້າໜ້າຢ່າງບໍ່ຢຸດຢັ້ງໃນຜະລິດຕະພັນຂອງທະນາຄານ ICBC, ທະນາຄານຈຶ່ງໄດ້ຍົກລະດັບຄຸນສົມບັດຂອງບັດເດບິດຂຶ້ນ, ເລີ່ມແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ ຈະໄດ້ເປີດນໍາໃຊ້ບັດໃໝ່ ບັດເດບິດ ຢູນຽນເພ ຮູບໜ່ວຍໂລກ ( ICBC VTE-GLOBAL UNIONPAY DEBIT CARD ) ຢ່າງເປັນທາງການ ເຊິ່ງການອອກບັດໃໝ່ນີ້ແມ່ນໄດ້ເດີນຕາມການພັດທະນາໃນເວທີລະດັບສາກົນຂອງທະນາຄານ ICBC ພ້ອມສຸມໃສ່ຍົກລະດັບການໃຫ້ບໍລິການໃນທົ່ວທຸກມຸມໂລກອີກດ້ວຍ.

ຄວາມຄິດຫຼັກຂອງການອອກແບບບັດໃໝ່ນີ້ ເພື່ອປາກົດໃຫ້ເຫັນຄວາມເປັນໜຶ່ງດຽວ ແລະ ຄວາມເປັນສາກົນທີ່ສາມາດນໍາໃຊ້ບັດເຮັດທຸລະກໍາທາງການເງິນຂອງລູກຄ້າໂດຍຜ່ານຕູ້ ATM ແລະ ເຄື່ອງຮູດບັດໃນທົ່ວ ສປປ ລາວ ແລະ ທົ່ວໂລກ ທີ່ມີສັນຍະລັກຂອງຢູນຽນເພ ພ້ອມເພີ່ມໄລຍະເວລາຂອງມື້ໝົດອາຍຸບັດຈາກ 5 ປີ ເປັນ 10 ປີ ຕື່ມນໍາອີກດ້ວຍ.

ໃນອະນາຄົດຍັງຈະມີການຍົກລະດັບຄວາມສາມາດຂອງບັດ, ຍົກລະດັບການບໍລິການທີ່ຄົບວົງຈອນ ໂດຍສະເພາະສາຂານະຄອນຫຼວງວຽງຈັນ ຈະສືບຕໍ່ປັບປຸງຍົກລະດັບຄຸນສົມບັດຂອງຜະ ລິດຕະພັນບັດຂຶ້ນອີກ, ຍົກລະດັບການຊໍາລະບັດແບບອອນລາຍ ( CONTACTLESS CARD ), ນໍາໃຊ້ອຸປະກອນແບບທັນສະໄໝ ເຮັດທຸລະກໍາແບບບໍ່ນໍາໃຊ້ບັດຜ່ານການສະແກນໃບໜ້າ ແລະ ເຄື່ອງທັນສະໄໝອື່ນໆອີກ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]