ຈີນຕັ້ງເປົ້າຜະລິດຊິບປ້ອນຕະຫຼາດໂລກ

115

ຈີນຕັ້ງເປົ້າຜະລິດຊິບຄວາມຈໍາປະລິມານເພີ່ມຂຶ້ນຈາກ0%ເມື່ອປີກ່ອນເປັນ5%ຂອງຜົນຜະລິດຊິບໂດຍລວມທົ່ວໂລກພາຍໃນປີ2020 ແລະ ພາຍໃຕ້ນະໂຍບາຍເພິ່ງພາເທັກໂນໂລຢີຂອງຕົນເອງຂອງລັດຖະບານເຮັດໃຫ້ຈີນປະກາດວ່າຈະເລີ່ມຜະລິດຊິບຄວາມຈໍາປະລິມານຫຼາຍສໍາລັບຕະຫຼາດໂລກໄດ້ຕັ້ງແຕ່ປີໜ້າ.

ລັດຖະບານຈີນປະກາດກົນລະຍຸດໃຫ້ຄວາມສໍາຄັນອັນດັບຕົ້ນໆກັບເທັກໂນໂລຢີປັນຍາປະດິດຫຼືເອໄອໂດຍທຸ່ມງົບຫຼາຍຕື້ໂດລາໄປກັບການສ້າງຄວາມແຂງແກ່ນໃຫ້ກັບອຸດສາຫະກໍາເຊມິຄອນດັກເຕີຢ່າງຈິງຈັງຫຼັງຈາກທີ່ປ່ອຍປະລະເລີຍອຸດສາຫະກໍານີ້ມາຍາວນານ.

ປັດຈຸບັນກໍາລັງການຜະລິດໜ່ວຍຄວາມຈໍາປະເພດແຟນໄດ ແລະ ຊິບແດຣມທົ່ວໂລກເຊິ່ງຈີນບໍ່ເຄີຍຜະລິດມາກ່ອນຢູ່ທີ່ປະມານເດືອນລະ1,3ລ້ານເວເຟສໍາລັບຊິບແຕ່ລະປະເພດ ແລະ ໃນອຸດສາຫະກໍາຊິບທັງ2ປະເພດນີ້ມີບໍລິສັດອາເມຣິກາ,ສ.ເກົາຫຼີ ແລະ ຍີ່ປຸ່ນເປັນເຈົ້າຕະຫຼາດຢູ່.

ບໍລິສັດ ແຢງຊີ ເມມໂມຣີ ບໍລິສັດຜະລິດຊິບສັນຊາດຈີນໃຫ້ຮູ້ວ່າ:ບໍລິສັດເລີ່ມຜະລິດຊິບຄວາມຈໍາຕັ້ງແຕ່ເດືອນ ກັນຍາ ແລະ ຈະເພີ່ມເປັນກໍາລັງການຜະລິດຕາມແຜນຂອງບໍລິສັດເພື່ອເຈາະຕະຫຼາດໂລກ.