ຫຼຸດຄາດການເສດຖະກິດໂລກປີໜ້າເຕີບໃຫຍ່ພຽງ2,9%

86

ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາຫຼືໂອອີຊີດີປະກາດປັບຫຼຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີໜ້າສູ່ລະດັບ2,9%ຈາກລະດັບ3%ໂດຍໄດ້ຮັບຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນ,ການຫຼຸດລົງຂອງການລົງທຶນທາງທຸລະກິດ ແລະ ຄວາມບໍ່ແນ່ນອນທາງການເມືອງ.

ຂະນະດຽວກັນ,ໂອອີຊີດີຄາດຄະເນວ່າ:ເສດຖະກິດອາເມຣິກາຈະຂະຫຍາຍຕົວຊ້າລົງສູ່ລະດັບ2%ທັງໃນປີ2020 ແລະ ປີ2021,ສ່ວນເສດຖະກິດເອີໂຣໂຊນ ແລະ ຍີ່ປຸ່ນຈະມີການຂະຫຍາຍຕົວ1%.

ນອກຈາກນີ້,ໂອອີຊີດີຍັງຄາດຄະເນວ່າປະລິມານການຄ້າສິນຄ້າ ແລະ ບໍລິການທົ່ວໂລກຈະຫຼຸດລົງຈຸລະດັບ1%ໃນປີນີ້ເຊິ່ງເປັນລະດັບຕໍ່າທີ່ສຸດໃນຮອບ10ປີ.

ໂອອີຊີດີໄດ້ຮັກສາຕົວເລກຄາດການການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ທີ່ລະດັບ2,9%ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເກີດບັນຫາການເງິນໂລກໃນປີ2008ຫຼັງຈາກຂະຫຍາຍຕົວ3,5%ໃນປີກ່ອນ.