ດີແທ້! ຢຶດອາຊີບກະສິກຳປູກພືດຜັກເປັນສິນຄ້າ ສ້າງລາຍໄດ້ປີລະ 60 ກວ່າລ້ານກີບ

218

ຍ້ອນມີຄວາມດຸໝັ່ນ, ມີຄວາມອົດທົນ ໃນການປະກອບອາຊີບຕ່າງໆ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ ດັ່ງຄອບຄົວຂອງທ່ານ ສົມນຶກ ແສງສະຫວ່າງ ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວທີ່ມີມູນເຊື້ອໃນການປະກອບອາຊີບປູກຝັງ-ລ້ຽງສັດເປັນສິນຄ້າ ຈາກຮຸ້ນສູ່ຮຸ້ນສືບຕໍ່ກັນມາ ແນໃສ່ສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.


ປັດຈຸບັນຄອບຄົວ ທ່ານ ສົມນຶກ ແສງສະຫວ່າງ ມີສະມາຊິກພາຍໃນຄອບຄົວທັງໝົດ 6 ຄົນ. ໃນນັ້ນ: ແຮງງານຕົ້ນຕໍມີ 3 ຄົນ ອາຊີບຕົ້ນຕໍຂອງຄອບຄົວແມ່ນເຮັດນາ ແລະ ປູກຝັງ-ລ້ຽງສັດເປັນສຳຮອງ. ເຊິ່ງການປູກຝັງທີ່ເດັ່ນກວ່າໝູ່ແມ່ນການ ປູກສາລີນໍ້າເຜີ້ງ ໃນເນື້ອທີ່ຈຳນວນ 7.000 ຕາແມັດ ເຊິ່ງໃນປີໜຶ່ງສາມາດສ້າງລາຍຮັບຈາກການປູກສາລີປະມານ 40 ລ້ານກີບ ຫຼັງຈາກທີ່ຫັກຕົ້ນທຶນແລ້ວ.


ທ່ານ ສົມນຶກ ເລົ່າໃຫ້ຟັງວ່າ: ຂັ້ນຕອນທໍາອິດ ໃນການກະກຽມປູກສາລີນໍ້າເຜິ້ງ ແມ່ນຕ້ອງກະກຽມດິນ ໂດຍໃຫ້ໄຖດິນຕາກແດດປະໄວ້ເພື່ອຂ້າຫຍ້າ ແລະ ຂ້າເຊື້ອລາທີ່ຢູ່ໃນດິນ. ຫຼັງຈາກນັ້ນ ປະມານ 15 ວັນ ກໍ່ໄຖປີ້ນດິນອີກເທື່ອໜຶ່ງ ໃນເວລາທີ່ໄຖປີ້ນດິນແມ່ນໃຫ້ໃຊ້ປຸ໋ຍຮອງພື້ນ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບູນ. ຈາກນັ້ນ, ກໍ່ປັບໜ້າດິນໃຫ້ພຽງ ແລະ ຂຸດຂຸມ ໄລຍະຫ່າງປະມານ 50×100 ຊັງຕີແມັດ ແລ້ວກໍ່ນຳເອົາເບ້ຍທີ່ກ້າໄວ້ມາປູກ.
ສ່ວນຂັ້ນຕອນການກ້າເບ້ຍແມ່ນໃຫ້ກ້າໃນຕາກ້າທີ່ອອກແບບມາໂດຍສະເພາະ ໂດຍຕາກ້າຈະມີລັກຊະນະຄ້າຍຄືກັບແຕະໄຂ່ ນຳໃຊ້ດິນປະສົມກັບກັບຝຸ່ນໃນອັດຕາສ່ວນທີ່ເໝາະສົມລົງໃສ່ໃນຕາກ້າ ເພື່ອໃຫ້ກ້າໃຫຍ່ໄວ ແລະ ໄດ້ຮັບສານອາຫານທີ່ພຽງພໍ ແລ້ວນໍາເອົາແມັດລົງກ້າໃສ່ ແລະ ຫົດນໍ້າປົກກະຕິ ຫຼັງຈາກນັ້ນປະມານ 15-20 ວັນ ເມື່ອຕົ້ນກ້າແຂງແຮງ ແລ້ວກໍ່ນໍາໄປປູກ.


ໃນຊ່ວງໄລຍະ 15 ວັນພາຍຫຼັງປູກແມ່ນໃຫ້ຫົດນໍ້າປະມານ 3 ວັນຕໍ່ 1 ຄັ້ງ ແລະ ຫຼັງຈາກ 16 ວັນຂຶ້ນໄປແມ່ນຫົດນໍ້າປະມານອາທິດລະ 1 ຄັ້ງ. ການປູກສາລີແມ່ນຈະໃຊ້ເວລາປະມານ 75 ວັນ ກໍ່ສາມາດເກັບກ່ຽວໄດ້, ເມື່ອຮອດລະດູການເກັບກ່ຽວຈະມີແມ່ຄ້າທັງພາຍໃນ ແລະ ຕ່າງແຂວງ ໂດຍສະເພາະແມ່ນແມ່ຄ້າທາງແຂວງສະຫວັນນະເຂດ ມາຮັບຊື້ເຖິງທີ່ ໃນລາຄາ 2.500 ກີບຕໍ່ 1 ກິໂລ. ຍ້ອນສາະຊິກໃນຄອບຄົວມີຄວາມດຸໝັ່ນ ນອກຈາກປູກເຂົ້າ, ສາລີແລ້ວ ຍັງລ້ຽງສັດ, ປູກພືດຜັກ, ໝາກຖົ່ວ, ໝາກແຕງ, ໝາກເຜັດ ແລະ ອື່ນໆຂາຍເປັນສິນຄ້າ ເຊິ່ງໃນແຕ່ລະປີ ສາມາດສ້າງລາຍໄດ້ປະມານ 60 ລ້ານກວ່າກີບ/ປີ.

ທີ່ມາ: khammouane news