ເປີດໂຕ ມິດຊູບິຊິ ແອັກທຣາດ ແລະ ມິດຊູບິຊິ ມິຣາດ 2019

190

ໃນວັນທີ 19 ພະຈິກ 2019 ບໍລິສັດ ມິດຊູບິຊິ ມໍເຕີ ປະເທດໄທ ເປີດໂຕລົດໃໝ່ 2 ລຸ້ນ ທີ່ປັບກະຈັງໜ້າໃໝ່ຢ່າງໂດດເດັ່ນ ໄດ້ແກ່: ມິດຊູບິຊິ ແອັກ ທຣາດ 2019 ແລະ ມິດຊູບິຊິ ມິຣາດ 2019 ດ້ວຍການອອກແບບໃໝ່ທັງພາຍນອກ ແລະ ພາຍໃນ ແລະ ອັອບຊັນການໃຊ້ງານທີ່ຕອບໂຈດຄົນຍຸກໃໝ່.

ມິດຊູບິຊິ ແອັກທຣາດ 2019 ( New Mitsubishi Attrage ) ແລະ ມິດຊູບິຊິ       ມິຣາດ 2019 ( New Mit-subishi Mirage ) ນໍາສະເໜີແນວຄິດພະລັງຈາກພາຍໃນໄປໃຫ້ສຸດ ດ້ວຍການອອກແບບ Advanced Dynamic Shield, ປັບຮູບຮ່າງພາຍນອກໂດຍກະໂປງໜ້າອອກແບບໃໝ່ຕົກແຕ່ງດ້ວຍເສັ້ນສີແດງ, ກັນຊົນໜ້າໃໝ່ໄຟໜ້າແບບ Bi – LED ພ້ອມດ້ວຍຊຸດໄຟຕັດໝອກແບບໃໝ່, ໄຟທ້າຍແບບ LED ແລະ ລໍ້ອັນລອຍອອກແບບໃໝ່ ຂະໜາດ 15 ນິ້ວ ໂດຍ New Mirage ຍັງປັບເພີ່ມສະປອຍເລີຫຼັງອອກແບບສະປອດມາພ້ອມກັນ.

ພາຍໃນຫ້ອງໂດຍສານທັງສອງລຸ້ນມີການປັບເພີ່ມຍົກລະດັບຂຶ້ນຈາກລຸ້ນຜ່ານມາ ທັງຈໍສະແດງຜົນ, ຂໍ້ມູນການຂັບຂີ່ແບບ High Contrast ແລະ ແຜງຄວບຄຸມປິດ – ເປີດແວ່ນຂ້າງພ້ອມວັດສະດຸພິເສດ, ບໍລິເວນແຜງປະຕູຕົກແຕ່ງດ້ວຍລາຍຄາບອນອອກແບບໃໝ່, ຂະນະທີ່ເບາະນັ່ງຂອງ New Mitsubishi Attrage ຈະໃຊ້ວັດສະດຸສັງເຄາະສ່ວນ New Mitsubishi Mirage ເບາະເຮັດດ້ວຍໜັງສັງເຄາະ ແລະ ຜ້າແບບໃໝ່ເຊັ່ນກັນ.

ເຄື່ອງຈັກທັງສອງລຸ້ນໃຊ້ເຄື່ອງຈັກແອັດຊັງ DOHC MIVEC 1,2 ລິດ ໃຫ້ກໍາລັງສູງສຸດ 78 ແຮງມ້າ ທີ່ 6.000 ຮອບຕໍ່ນາທີ, ແຮງບິດສູງສຸດ 100 ນິວຕັນແມັດ ທີ່ 4.000 ຮອບຕໍ່ນາທີ, ມີລະບົບວາວແປຜັນດ້ານໄອດີ MIVEC, ເຕັກໂນໂລຊີສະເພາະຂອງ Mitsubishi ຊ່ວຍໃຫ້ເຄື່ອງຈັກມີແຮງບິດທີ່ດີຂຶ້ນໃນຮອບຕໍ່າ, ມີອັດຕາເລັ່ງທີ່ດີເລີດ, ປະຢັດນໍ້າມັນ ແລະ ມີສ່ວນຊ່ວຍຫຼຸດມົນລະພິດທາງອາກາດ.

ອຸປະກອນອໍານວຍຄວາມສະດວກທັງສອງລຸ້ນ ມີອຸປະກອນເຊື່ອມຕໍ່ສະມາດໂຟນເຂົ້າກັບໜ້າຈໍລະບົບສໍາຜັດ Smartphone – Link Display Audio ( SDA ) ຂະໜາດ 7 ນິ້ວ ທີ່ຮອງຮັບແອັບເປິລຄາເຟ ແລະ ລະບົບສັ່ງການດ້ວຍສຽງ Siri ແລະ ການເຊື່ອມຕໍ່ບລູທູດ.

ເຕັກໂນໂລຊີຊ່ວຍເຫຼືອການຂັບຂີ່ ແລະ ອໍານວຍ ຄວາມສະດວກອື່ນໆ ມີລະບົບລັອກຄວາມໄວທີ່ພວງມາໄລ, ກະແຈອັດສະລິຍະ KOS ພ້ອມປຸ່ມສະຕາດເຄື່ອງຈັກ, ຖົງລົມນິລະໄພຄູ່ໜ້າສໍາລັບຜູ້ຂັບຂີ່ ແລະ ຜູ້ໂດຍສານເບື້ອງໜ້າ ແລະ ມີກ້ອງຫຼັງ, ພ້ອມກັບລະບົບປັບອາກາດອັດຕະໂນມັດ ລວມທັງມີລະບົບເພື່ອຄວາມປອດໄພອື່ນໆ.