ໜຸ່ມທີ່ໜ້າຕິດຕາມ ເລີ່ມຈາກການສ້າງເດີ່ນຮ່ອງຄ້າເພື່ອສັງຄົມ ກຽມຮັບບົດບາດປະທານ ວຽງຈັນ ຢູໄນເຕັດ

124

ກາຍເປັນໜຸ່ມທີ່ໜ້າຕິດຕາມທີ່ສຸດສໍາລັບ ທ່ານ ວັດທະນາ ສີວິໄຊ ເຈົ້າຂອງເດີ່ນເຕະບານຫຍ້າທຽມ ຮ່ອງຄ້າ ( anfield stadium in laos ) ໃກ້ກັບສວນແຫ່ງຄວາມຝັນ ຮ່ອງຄ້າ ວຽງຈັນ ກ້າວຈາກການສ້າງສະໜາມເພື່ອຮັບໃຊ້ສັງຄົມ, ລວມທັງຍັງມີອີກຫຼາຍບົດບາດ ໂດຍສະເພາະກຽມຂຶ້ນເປັນປະທານສະໂມສອນ ວຽງຈັນ ຢູໄນເຕັດ ໃນໄວໆນີ້ ເພື່ອນໍາພາທີມພົບກັບຄວາມທ້າທາຍໃໝ່ລຸຍການແຂ່ງບານເຕະ ສາຍ ກ ໃນລະດູການໜ້າ.

ທ່ານ ວັດທະນາ ເລົ່າວ່າ: ເນື່ອງຈາກຕົນເອງມີຄວາມຮັກມັກໃນກີລາບານເຕະ ແລະ ເຫັນເດັກນ້ອຍທີ່ດ້ອຍໂອກາດ ຈຶ່ງສ້າງສະໜາມແຫ່ງນີ້ຂຶ້ນມາ ເພື່ອໃຫ້ພວກເຂົາຫ່າງໄກຈາກສິ່ງເສບຕິດ ແລະ ໃຫ້ນ້ອງໆໄດ້ມີບ່ອນແຂ່ງຂັນຢ່າງຕໍ່ເນື່ອງ ດ້ວຍການເອົາທຶນຂອງຄອບຄົວມາສ້າງໃນປີ 2016 ເປັນຕົ້ນມາ. ສ່ວນຜົນງານທີ່ຜ່ານມາ  ສະໜາມແຫ່ງນີ້ໄດ້ຮັບໃຊ້ກະຊວງສຶກສາທິການ ແລະ ກີລາ ໂດຍສະເພາະແມ່ນໃຫ້ການສະໜັບສະໜູນການແຂ່ງຂັນບານເຕະນັກຮຽນຂອງເມືອງຈັນທະບູລີໃນທຸກໆປີ. ນອກນັ້ນ, ກໍຍັງມີການອຸປະຖໍາໃຫ້ກັບບ້ານ, ເມືອງ ແລະ ກະຊວງສຶກສາທິການ ແລະ ກີລາ.

“ ສໍາລັບສະໜາມຮ່ອງຄ້າ ໃສ່ຊື່ສະໜາມວ່າ anfield stadium in laos ຍ້ອນວ່າຕົວເອງມັກທີມ ລິເວີພູລ ແລະ ເປັນຫົວໜ້າຂອງກຸ່ມແຟນບານ ລິເວີພູລ ໃນ ສປປ ລາວ ທີ່ໃສ່ຊື່ວ່າ The kop in laos ເພື່ອລວມເອົາຄົນທີ່ມັກ ລິເວີພູລ ເພື່ອສ້າງເປັນທີມ ແລະ ເຊຍທີມຂອງຕົນມັກ. ຜົນງານຜ່ານມາແມ່ນໄດ້ສົ່ງເຂົ້າຮ່ວມບານເຕະ 7 ຄົນ ລາຍການ ລາວແຟນຄລັບ ພຣີເມຍລີກ ອັງກິດ ເມື່ອ 2 – 3 ປີກ່ອນ; ຫຼ້າສຸດໄດ້ສ້າງທີມໄປແຂ່ງຂັນທີ່ວັງວຽງ ເພື່ອສ້າງຄວາມສາມັກຄີ ແລະ ໂອ້ລົມສົນທະນາກັນໃນຊື່ຂອງ The kop in laos ເຊິ່ງປັດຈຸບັນ The kop in laos ມີສະມາຊິກໃນນະຄອນຫຼວງ 60 – 70 ຄົນ ( ຍິງ 10 ກວ່າຄົນ ) ເພື່ອຈັດແຂ່ງຂັນສາມັກຄີ ແລະ ຫຼັງຈາກເຕະບານກໍເຕົ້າໂຮມ ເພື່ອເຊຍກັນທີ່ສະໜາມຮ່ອງຄ້າໃນນັດທີ່ ລິເວີພູລ ລົງແຂ່ງຂັນເປັນປະຈໍາ ” ເຈົ້າຂອງເດີ່ນຮ່ອງຄ້າ ກ່າວ.

ນອກນັ້ນ, ອີກບົດບາດຂອງ ທ່ານ ວັດທະນາ ຍັງໄດ້ເຂົ້າຮ່ວມກັບທີມ Lao All star ໃນຕົ້ນປີ 2019 ແລະ ຫຼ້າສຸດໄດ້ລົງແຂ່ງຂັນນັດການກຸສົນເພື່ອລະດົມທຶນຊ່ວຍຜູ້ປະສົບໄພນໍ້າຖ້ວມ ສາມາດເອົາຊະນະ Mister inter 3 – 1 ຄວ້າແຊັມໄປຄອງ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ. ຈາກຫຼາກຫຼາຍບົດບາດດັ່ງກ່າວເຮັດໃຫ້ ທ່ານ ວັດທະນາ ເລີ່ມເປັນທີ່ຮູ້ຈັກ ໂດຍສະເພາະກ່ອນໜ້ານີ້ມີຂ່າວວ່າກຽມຂຶ້ນເປັນປະທານສະໂມສອນ ວຽງຈັນ ຢູໄນເຕັດ ຕໍ່ຈາກ ທ່ານ ນາງ ພິຈິກາ ບຸນກວ້າງ ( ໂບ ).

ວ່າທີ່ປະທານສະໂມສອນ ວຽງຈັນ ຢູໄນເຕັດ ກ່າວອີກວ່າ: ເນື່ອງຈາກ ທ່ານ ນາງ ໂບ ພິຈິກາ ບຸນກວ້າງ ປະທານ ວຽງຈັນ ຢູໄນເຕັດ ຄົນເກົ່າ ຊວນໃຫ້ມາຮັບຕໍາແໜ່ງດັ່ງກ່າວ ຫຼັງຈາກເຫັນແນວທາງການສ້າງທີມ The kop in laos ໄປໃນທາງທີ່ດີ ແລະ ໃນທິດທາງດຽວກັນ ເຊິ່ງຈະເປີດຕົວເປັນທາງການໃນເດືອນທັນວານີ້.

ປັດຈຸບັນທາງ ວຽງຈັນ ຢູໄນເຕັດ ໄດ້ມີການຄັດເລືອກນັກກີລາ ໂດຍດຶງເອົາ ອາຈານ ໄກສອນ ໄຊຍະວົງ ຄູຝຶກທີ່ມີປະສົບການຈາກ ກອງທັບ ເອັຟຊີ ມາຊ່ວຍຄັດເລືອກນັກກີລາໃຫ້; ໃນເບື້ອງຕົ້ນພວກເຮົາເອີ້ນນັກກີລາມາຄັດ 100 ກວ່າຄົນ ແລະ ປັດຈຸບັນຄັດໄດ້ 44 ຄົນ ເຊິ່ງຈະຄັດໃຫ້ເຫຼືອ 30 – 35 ຄົນ. ແນ່ນອນປີ 2020 ພວກເຮົາແນໃສ່ເຂົ້າຮ່ວມການແຂ່ງຂັນບານເຕະ ສາຍ ກ ແລະ ໃຫ້ໂອກາດນັກກີລາໜ້າໃໝ່ໄດ້ມີເວທີແຂ່ງຂັນ ເພື່ອພັດທະນາຕົວເອງກ້າວສູ່ເສັ້ນທາງທີມຊາດ.

ສໍາລັບ ທ່ານ ວັດທະນາ ປັດຈຸບັນອາຍຸ 36 ປີ ເກີດທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ເລີ່ມຈາກການເປັນນັກເຕະຂອງໂຮງຮຽນ, ຕິດທີມປະສົມແຂວງ ແລະ ເຄີຍເຂົ້າມາຄັດທີມຊາດ ໃນປີ 2000. ຈາກນັ້ນກໍມາສ້າງເດີ່ນເຕະບານຫຍ້າທຽມ ຮ່ອງຄ້າ ເຊິ່ງເລີ່ມໃຫ້ບໍລິການເມື່ອປີ 2016 ມີ 2 ເດີ່ນ ຄື: ເດີ່ນນ້ອຍ 30 x 50 ແລະ ເດີ່ນ  ໃຫຍ່ 50 x 90 ຕັ້ງຢູ່ດ້ານໜ້າໂຮງຮຽນປະຖົມຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃກ້ກັບສວນແຫ່ງຄວາມຝັນ ຮ່ອງຄ້າ ວຽງຈັນ.

ທ່ານໃດຕ້ອງການໃຊ້ບໍລິການ ຫຼື ຮ່ວມກິດຈະກໍາສາມາດໂທໄດ້ ທີ່ເບີ 030 999 9711.