ກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ ຄັ້ງທີ 6

0
94

ວັນທີ 22 ພະຈິກ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ ການສ້າງຄວາມເຂັ້ມແຂງວຽກປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ ” ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ພ້ອມດ້ວຍບັນດາລັດຖະມົນຕີ, ມີຮອງລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແລະ ອາຊຽນບວກສາມ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນຜົນສໍາເລັດການຮ່ວມມືລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ ຄັ້ງທີ 5 ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເປັນຕົ້ນມາ, ພ້ອມທັງປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີເຊິ່ງກັນ ແລະ ກັນ ກ່ຽວກັບວຽກສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແລະ ອາຊຽນບວກສາມ ໂດຍສະເພາະການສ້າງຄວາມເຂັ້ມແຂງວຽກປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ ຄັ້ງທີ 14 ກ່ຽວກັບຄວາມຄືບໜ້າການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ; ແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ໃຫ້ຄໍາໝັ້ນສັນຍາຕໍ່ໂຄງການທີ່ສະເໜີໃໝ່ໂດຍປະເທດສະມາຊິກອາຊຽນຢ່າງເໝາະສົມ.

ນອກນັ້ນ, ກອງປະຊຸມຍັງໄດ້ສະເໜີໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານຕ່າງໆໃນການສ້າງຄວາມອາດສາມາດໃຫ້ບຸກຄະລາກອນ, ການຊ່ວຍເຫຼືອ ແລະ ປົກປ້ອງເດັກ, ຜູ້ພິການ, ຜູ້ອາຍຸສູງ ແລະ ກຸ່ມຄົນດ້ອຍໂອກາດອື່ນໆ ໂດຍຜ່ານໂຄງການຂອງອາຊຽນ ຫຼື ໂຄງການຮ່ວມມືສອງຝ່າຍຕາມຄວາມເໝາະສົມ, ພ້ອມທັງພິຈາລະນາຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ ຄັ້ງທີ 6 ອີກດ້ວຍ.

[ ຂ່າວ: ກາວຊົ່ງ ]

LEAVE A REPLY

Please enter your comment!
Please enter your name here