9 ທະນາຄານ ຮ່ວມທຶນສ້າງຕັ້ງ ບໍລິສັດ LAPNet

302

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet ( Lao National Payment Network ) ໄດ້ສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມມືຂອງ 9 ຜູ້ຖືຫຸ້ນ ໂດຍມີທຶນຈົດທະບຽນທັງໝົດ 34 ຕື້ກີບ ສ້າງຕັ້ງຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມລາວໃນການຊຳລະສະສາງເງິນໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ເຊື່ອຖືໄດ້.

ພິທີລົງນາມເຊັນສັນຍາການຮ່ວມທຶນຂອງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet ( Lao National PaymentNetwork ) ຈັດຂຶ້ນໃນຕອນບ່າຍວັນທີ 22 ພະຈິກ 2019 ທີ່ໂຮງແຮມ ຄຣາວ ພລາຊາ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ     ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາທະນາຄານຕາງໜ້າຈາກຜູ້ຖືຫຸ້ນ 9 ຝ່າຍ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຕາງໜ້າຈາກບັນດາທະນາຄານທຸລະກິດພາຍໃນ ສປປ ລາວ.

ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໄດ້ໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມມືຂອງ 9 ຜູ້ຖືຫຸ້ນ ໄດ້ແກ່: ທະນາຄານແຫ່ງ ສປປ ລາວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດ ຢູນຽນເພ ສາກົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມພັດທະນາ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານເອັສທີ ຈຳກັດ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ ໂດຍມີທຶນຈົດທະບຽນທັງໝົດ 34 ຕື້ກີບ.

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໄດ້ຮັບອະນຸຍາດໃຫ້ເປັນບໍລິສັດແຫ່ງທຳອິດໃນ ສປປ ລາວ ທີ່ເຮັດໜ້າທີ່ຄວບຄຸມລະບົບຊຳລະສະສາງທຸລະກຳຍ່ອຍແຫ່ງ ສປປ ລາວ, ຈຸດປະສົງຂອງການສ້າງຕັ້ງບໍລິສັດດັ່ງກ່າວນີ້ ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມລາວໃນການຊຳລະສະສາງເງິນໃຫ້ມີ ຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ເຊື່ອຖືໄດ້ ເຊິ່ງມັນເປັນອົງປະກອບທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດໃຫ້ມີການຂະຫຍາຍຕົວແບບຍືນຍົງ ທັງເປັນການຫຼຸດຜ່ອນການນຳໃຊ້ເງິນສົດໃນສັງຄົມ ແລະ ສົ່ງເສີມໃຫ້ເງິນກີບເປັນສະກຸນເງິນດຽວທີ່ໃຊ້ໃນການຊຳລະສະສາງໃນ ສປປ ລາວ ໂດຍຜ່ານກົນໄກເອເລັກໂຕຣນິກ ແລະ ການພັດທະນາລະບົບຊຳລະລະຫວ່າງທະນາຄານພາຍໃນໃຫ້ບັນລຸຄຳຂວັນທີ່ວ່າ “ ທຸກທີ່, ທຸກເວລາ ແລະ ທຸກເຄື່ອງມືການຊຳລະ ( Any Time, Any Where and Any Payment Channel ) ” ຕາມລະດັບຄາດໝາຍທີ່ໄດ້ວາງໄວ້ໃນແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ – ເງິນຕາຂອງ ສປປ ລາວ ໄລຍະ 10 ປີ ( 2016 – 2025 ) ແລະ ວິໄສທັດຮອດປີ 2030.

 

ພ້ອມດຽວກັນນັ້ນ, ທ່ານ ສອນໄຊ ສິດພະໄຊ ກໍໄດ້ມີຄໍາເຫັນຕໍ່ພິທີເຊັນສັນຍາດັ່ງກ່າວວ່າ: ການສ້າງຕັ້ງ ບໍລິສັດ ລາວ ເນເຊີນນໍ ເພເມັ້ນ ເນັດເວີກ ແມ່ນເປັນປະໂຫຍດຫຼາຍຕໍ່ລະບົບຊໍາລະສະສາງຂອງລາວເຮົາ ເວົ້າລວມ, ເວົ້າສະເພາະແມ່ນທະນາຄານກາງທີ່ຈະໃຊ້ລະບົບ LAPNet ເປັນລະບົບໃຈກາງໃນການຊໍາລະຄ່າໃຊ້ຈ່າຍຕ່າງໆ ນັ້ນໝາຍເຖິງ ຄວາມທັນສະໄໝຂຶ້ນຂອງລະບົບສະສາງໃນລາວ. ເຖິງຢ່າງໃດກໍຕາມ, ຮຽກຮ້ອງມາຍັງຜູ້ຮ່ວມທຶນທັງ 9 ພາກສ່ວນ ໃຫ້ພ້ອມກັນເຮັດທຸກຢ່າງໃຫ້ຜູ້ຊົມໃຊ້ມີຄວາມປອດໄພ, ວ່ອງໄວ, ໝັ້ນໃຈໄດ້ ຄຽງຄູ່ກັບການໃຫ້ປະໂຫຍດທັງຜູ້ໃຊ້ ແລະ ຜູ້ຮ່ວມທຶນ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )