44 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່

332

ຕະຫຼອດໄລຍະ 44 ປີ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ກ່ຽວກັບວຽກງານພັດທະນາໄຟຟ້າໄປສູ່ຊົນນະບົດ, ໄປສູ່ເຂດພູດອຍ ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານການປະຕິວັດ ໂດຍແມ່ນໄດ້ຖືເອົາວຽກງານດັ່ງກ່າວ ຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບຜົນງານພົ້ນເດັ່ນຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະ 44 ປີທີ່ຜ່ານມາວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ແມ່ນພາກສ່ວນໜຶ່ງທີ່ນອນຢູ່ໃນກົງຈັກລັດຖະບານ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນພ້ອມໆກັບການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ໄດ້ຜ່ານຂະບວນວິວັດແຫ່ງການປັບປຸງ, ປ່ຽນແປງ, ເພີ່ມຕື່ມ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບການຂະຫຍາຍຕົວຂອງປະເທດຊາດໃນແຕ່ລະໄລຍະ ຄື:

ໄລຍະປີ 1975 – 1980 ໄດ້ສ້າງຕັ້ງເປັນ ກະຊວງອຸດສາຫະກໍາ ແລະ ການຄ້າ.

ໄລຍະປີ 1981 – 1986 ໄດ້ປັບປຸງມາເປັນ ກະຊວງອຸດສາຫະກໍາ ແລະ ປ່າໄມ້.

ໄລຍະປີ 1986 – 2006 ໄດ້ປັບປຸງມາເປັນ ກະຊວງອຸດສາຫະກໍາ ແລະ ຫັດຖະກຳ.

ໄລຍະປີ 2006 ເຖິງປັດຈຸບັນໄດ້ປັບປຸງມາເປັນ ກະຊວງພະລັງງານ ແລະ ບໍ່ແຮ່.

ປັດຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 269/ນຍ ລົງວັນທີ 4 ກັນຍາ 2017 ໂດຍໄດ້ສ້າງຕັ້ງຂຶ້ນໃໝ່ 2 ກົມ, 1 ສະຖາບັນ 1 ວິສາຫະກິດ ຄື: ກົມນິຕິກໍາ, ກົມແຜນການ ແລະ ການຮ່ວມມື, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ.

ສະນັ້ນ, ລະບົບກົງຈັກການຈັດຕັ້ງໃໝ່ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນປັດຈຸບັນປະກອບດ້ວຍ 1 ຫ້ອງການ, 9 ກົມ, 2 ສະຖາບັນ 6 ລັດວິສາຫະກິດທີ່ຂຶ້ນກັບ.

ທ່ານ ຄໍາມະນີ ອິນທິລາດ ກ່າວໃຫ້ຮູ້ຕື່ມວ່າ: ກ່ອນປີ 1975 ວຽກງານພະລັງງານຢູ່ປະເທດເຮົາແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດ. ໃນເວລານັ້ນທົ່ວປະເທດພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກຂະໜາດໃຫຍ່ພຽງແຕ່ 1 ແຫ່ງ ຄື: ເຂື່ອນໄຟຟ້ານ້ຳງື່ມ 1ເຊິ່ງມີກໍາລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກໍາລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນເຊລະບໍາ ຢູ່ແຂວງຈໍາປາສັກ ມີກໍາລັງຕິດຕັ້ງ 1 ເມກາວັດ.

ນອກຈາກນີ້, ກໍມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ຈໍານວນໜຶ່ງ. ສະນັ້ນ, ສັງລວມແລ້ວຢູ່ໃນທົ່ວປະເທດປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ.

ພາຍຫຼັງພັກເຮົາໄດ້ເລີ່ມນໍາພາດໍາເນີນການປ່ຽນແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ ພັກເຮົາໄດ້ວາງແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນຂອງຊາດໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ.

ເພື່ອຜັນຂະຫຍາຍແນວທາງຂອງພັກ – ລັດເຮົາກໍໄດ້ວາງຍຸດທະສາດ ເພື່ອພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງນ້ຳທໍາມະຊາດ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນຕິດພັນກັບການສົ່ງອອກ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າແບບເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນຍົງ ເຊິ່ງປະກອບດ້ວຍບັນດາໂຄງການ, ແຜນງານໃຫຍ່ໆທີ່ສໍາຄັນ, ເປັນລະບົບຄົບຊຸດ, ມີທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ພາຍຫຼັງໄດ້ປະກາດໃຊ້ກົດໝາຍໄຟຟ້າໃນປີ 1997 ແລະ ພາຍຫຼັງມີນະໂຍບາຍດຶງດູດການລົງທຶນຕ່າງປະເທດ ເຮັດໃຫ້ມີນັກລົງທຶນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທຶນ ນັບທັງໃນຮູບແບບເອກະຊົນອິດສະຫຼະ ( IPP ) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະບາງໄລຍະກໍມີລັກສະນະກ້າວກະໂດດ.

ອັນທີ່ພົ້ນເດັ່ນແມ່ນພວກເຮົາໄດ້ສຸມໃສ່ການພັດທະນາແຫຼ່ງຜະລິດກະແສໄຟຟ້າຢ່າງແຂງແຮງ ເຊິ່ງມາຮອດປີ 2005 ທົ່ວປະເທດພວກເຮົາໄດ້ມີເຂື່ອນໄຟຟ້າ 9 ແຫ່ງ ມີກໍາລັງຕິດຕັ້ງພຽງແຕ່ 679 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 3.236 ກິກາວັດໂມງຕໍ່ປີ. ມາຮອດປັດຈຸບັນທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 71 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.531 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 50.438 ກິກາວັດໂມງຕໍ່ປີ.

ໃນນີ້, ມີເຂື່ອນຂະໜາດກາງຫາຂະໜາດໃຫຍ່ 34 ເຂື່ອນ, ເຂື່ອນຂະໜາດນ້ອຍ 15 ເມກາວັດລົງມາມີ 35 ເຂື່ອນ, ໂຄງການໄຟຟ້າຖ່ານຫີນ 1 ໂຄງການ, ໂຄງການໄຟຟ້າພະລັງງານຊີວະມວນ 4 ໂຄງການ ແລະ ໂຄງການໄຟຟ້າແສງຕາເວັນ 6 ໂຄງການ.

ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ ມາຮອດປັດຈຸບັນທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳ ຍາວທັງໝົດ 64.000 ກິໂລແມັດ, ມີສະຖານີຈ່າຍໄຟຟ້າ 71 ແຫ່ງ.

ສັງລວມແລ້ວມາຮອດປັດຈຸບັນສາມາດສະໜອງການຊົມໃຊ້ກະແສໄຟຟ້າຢູ່ໃນສັງຄົມທີ່ມີລັກສະນະຖາວອນໄດ້ໂດຍພື້ນຖານ. ໃນນີ້, ສາມາດສະໜອງກະແສໄຟຟ້າໄດ້ 100% ຂອງເທສະບານແຂວງ, ນະຄອນຫຼວງ  ແລະ ເທສະບານເມືອງ, ນະຄອນ. ສໍາລັບຈໍານວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 92% ຂອງຈໍານວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95% ຂອງຈໍານວນຄອບຄົວໃນທົ່ວປະເທດ.

ສ່ວນການຊົມໃຊ້ກະແສໄຟຟ້າຢູ່ພາຍໃນແບ່ງຕາມແຕ່ລະເປົ້າໝາຍ: ປະເພດທີ່ຢູ່ອາໄສ 36,31%, ພາກອຸດສາຫະກໍາ 40,6% ແລະ ປະເພດອື່ນໆ 23,09%.

ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດມີ 4.328 ເມກາວັດ, ຄາດວ່າຮອດທ້າຍປີ 2020 ຈະສາມາດບັນລຸການສົ່ງອອກປະມານ 36.000 ລ້ານ ກວ່າກິໂລວັດໂມງ.

ສາມາດຢືນຢັນໄດ້ວ່າມາຮອດປັດຈຸບັນ ຂະແໜງອຸດສາຫະກໍາໄຟຟ້າຢູ່ ສປປ ລາວ ໄດ້ເປັນຜູ້ເຮັດບົດບາດທີ່ສໍາຄັນ ແລະ ມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ, ກາຍເປັນຂະແໜງເສດຖະກິດທີ່ເຮັດບົດບາດ, ເປັນຜູ້ໄຂຊ່ອງທາງໃນລະບົບເສດຖະກິດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທໍາມະຊາດ – ເຄິ່ງທໍາມະຊາດໄປສູ່ເສດຖະກິດຜະລິດເປັນສິນຄ້າ, ນັບທັງການຫັນປ່ຽນແບບວິທີການຜະລິດ, ການດໍາລົງຊີວິດ ແລະ ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າຢ່າງຕັ້ງໜ້າ.ພ້ອມນັ້ນ, ກໍສາມາດດູດດຶງການມາລົງທຶນຂອງຜູ້ປະກອບການ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ – ສາກົນຢ່າງໜັກແໜ້ນ ແລະ ກວ້າງຂວາງ.

ທ່ານ ຄໍາມະນີ ອິນທິລາດ ກ່າວຕື່ມວ່າ: ຄຽງຄູ່ກັບການຂະຫຍາຍຕົວຂອງວຽກງານພະລັງງານ, ການພັດທະນາອຸດສາຫະກາບໍ່ແຮ່ ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ. ກ່ອນປີ 1975 ວຽກງານທໍລະນີສາດ ແລະ ແຮ່ທາດ ເກືອບເວົ້າໄດ້ວ່າບໍ່ໄດ້ຮັບການພັດທະນາເລີຍເຖິງວ່າມີເລັກໆນ້ອຍໆກໍເປັນກິດຈະກໍາທີ່ອ່ອນນ້ອຍ, ບໍລິມາດບໍ່ພໍເທົ່າໃດ ແລະ ກໍບໍ່ໄດ້ຮັບການສົ່ງເສີມຈາກພາກລັດເລີຍ ເຊັ່ນ: ບໍ່ກົ່ວໂພນຕິ້ວເປັນຕົ້ນ. ນອກຈາກນັ້ນ, ກໍມີການຊອກຄົ້ນແຮ່ທາດບາງຊະນິດ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ ເຊິ່ງມາຮອດປັດຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລແມັດ ເທົ່າກັບ 68,46% ຂອງເນື້ອທີ່ທົ່ວປະເທດ ເຊິ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ.

ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານລາວໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກໍາບໍ່ແຮ່ ເຊິ່ງມາຮອດປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດລົງທຶນແລ້ວ 275 ບໍລິສັດ ມີ 449 ກິດຈະການ.

ຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 27 ບໍລິສັດ ມີ 39 ກິດຈະການ.

ຢູ່ໃນຂັ້ນຕອນການສໍາຫຼວດຈໍານວນ 66 ບໍລິສັດ ມີ 115 ກິດຈະການ.

ຢູ່ໃນຂັ້ນຕອນການສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ຈໍານວນ 54 ບໍລິສັດ ມີ 81 ກິດຈະການ.

ຢູ່ໃນຂັ້ນຕອນສໍາປະທານຂຸດຄົ້ນ ຈໍານວນ 79 ບໍລິສັດ ມີ 141 ກິດຈະການ.

ຢູ່ໃນໄລຍະສ້າງບົດວິພາກເສດຖະກິດ – ເຕັກນິກ ຈໍານວນ 35 ບໍລິສັດ ມີ 38 ກິດຈະການ.

ຢູ່ໃນໄລຍະກໍ່ສ້າງຈໍານວນ 14 ບໍລິສັດ ມີ 35 ກິດຈະການ.

ໃນນີ້, ນັບທັງໂຄງການຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ ຄື: ໂຄງການບໍ່ຄໍາ – ທອງເຊໂປນ ແລະ ໂຄງການຄໍາທອງພູເບ້ຍ ເຊິ່ງແມ່ນໂຄງການຂຸດຄົ້ນ, ຜະລິດ ແລະ ສົ່ງອອກຄໍາປະສົມເງິນ, ທອງຝຸ່ນ ແລະ ທອງແຜ່ນໄປຍັງຕ່າງປະເທດ.