ເສົ້າ! ແຮດສຸມາຕຣາ ໂຕສຸດທ້າຍຂອງມາເລເຊຍ ສູນພັນຢ່າງເປັນທາງການແລ້ວ

124
In this Aug. 18, 2019, photo, Sabah Deputy Chief Minister Christina Liew, right, looks at rhino “Iman” in cage in eastern Sabah state . The Sumatran rhinoceros has become extinct in Malaysia, after the last of the species in the country succumbed to cancer. The Wildlife Department in eastern Sabah state on Borneo island says the rhino died of natural causes Saturday, Nov. 24, due to shock in her system.(Sabah Deputy Chief Minister’s Office via AP)

ແຮດສຸມາຕຣາ “ໄດ້ສູນພັນຢ່າງເປັນທາງການ” ແລ້ວ ໃນປະເທດມາເລເຊຍ ຫຼັງຈາກແຮດເພດແມ່ ຊື່ “ອິມານ” ໄດ້ຕາຍລົງຢ່າງສະຫງົບ ເມື່ອວັນເສົາ ຜ່ານມາ ຂະນະມີອາຍຸ 25 ປີ ເນື່ອງຈາກມັນລົ້ມປວດມາດົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນອາທິດ ທີ 24 ພະຈິກ ວ່າ ສຳນັກງານເຂດອະນຸລັກສັດປ່າຂອງລັດຊາບາ ຕັ້ງຢູ່ເທິງເກາະບໍນຽວ ພາກຕາເວັນອອກຂອງມາເລເຊຍ ໄດ້ອອກຖະແຫຼງການ ວ່າ “ອິມານ (Iman)” ເຊິ່ງເປັນແຮດສຸມາຕຣາເພດແມ່ ອາຍຸ 25 ປີ ໄດ້ຕາຍລົງຢ່າງສະຫງົບ ເມື່ອວັນເສົາ ທີ 23 ພະຈິກ ຫລັງຈາກລົ້ມປ່ວຍດ້ວຍໂຣຄມະເຮັງຮັງໄຂ່ມາໄດ້ໄລຍະໜຶ່ງ ແລະ ຢູ່ພາຍໃຕ້ການດູແລຂອງສຳນັກງານເຂດອະນຸລັກສັດປ່າແຫ່ງນີ້ ຕັ້ງແຕ່ປີ 2014.

ສຳລັບການເສຍຊີວິດຂອງ ອິມານ ເກີດຂື້ນ ຫຼັງຈາກ “ແທມ (Tam)” ແຮດສຸມາຕຣາເພດຜູ້ ເຊິ່ງອາໄສຢູ່ໃນເຂດອະນຸລັກສັດປ່າ ໃນລັດຊາບາ ໄດ້ເສຍຊີວິດ ເມື່ອເດືອນພຶດສະພາ ປີ 2018 ອາຍຸປະມານ 30 ປີ ໂດຍສື່ທ້ອງຖິ່ນລາຍງານວ່າ ການເສຍຊີວິດຂອງ ແທມ ແມ່ນປ່ວຍຈາກລະບົບການເຮັດວຽກຂອງຕັບ ແລະ ໄຕລົ້ມເຫຼວ. ທາງດ້ານລັດຖະບານມາເລເຊຍ ໄດ້ປະກາດໃຫ້ແຮດສຸມາຕຣາ “ສູນພັນຈາກປ່າ” ເມື່ອປີ 2015 ເນື່ອງຈາກວ່າ ເຈົ້າໜ້າທີ່ພະຍາຍາມຕິດຕາມໄລ່ຈັບແຮດສຸມາຕຣາທີ່ຍັງເຫຼືອຢູ່ໃນທຳມະຊາດທັງໝົດ ໃຫ້ເຂົ້າມາຢູ່ໃນຄວາມດູແລຕິດຕາມຢ່າງໃກ້ຊິດ ແລະ ຫວັງໃຊ້ເທັກນິກດ້ານການແພດໃນການປະຕິສົນທິທາງຊີວະພາບນອກຮ່າງກາຍ (IVF: In-vitro Fertilization) ທີ່ເປັນການນຳໄຂ່ ແລະ ເຊື້ອອະສຸຈິ ມາປະສົມພັນກັນໃນລອດແກ້ວທົດລອງ ແລ້ວຈຶ່ງນຳຕົວອ່ອນກັບໄປຝັງໃສ່ໃນມົດລູກ ແຕ່ຄວາມພະຍາຍາມຂອງມາເລເຊຍໃນເລື່ອງນີ້ ບໍ່ເຄີຍປະສົບຜົນສຳເລັດ.

ທັງນີ້, ການຈາກໄປຂອງ ອິມານ ໝາຍຄວາມວ່າ ແຮດສຸມາຕຣາ ເຊິ່ງເປັນສາຍພັນຂອງແຮດທີ່ມີຂະໜາດລຳໂຕນ້ອຍທີ່ສຸດໃນໂລກ “ໄດ້ສູນພັນຢ່າງເປັນທາງການແລ້ວ” ໃນປະເທດມາເລເຊຍ. ຢ່າງໃດກໍ່ຕາມ, ມີລາຍງານວ່າ ຢູ່ເທິງເກາະສຸມາຕຣາ ແລະ ເກາະບໍນຽວ ຝັ່ງອິນໂດເນເຊຍ ຍັງມີແຮດສາຍພັນນີ້ ປະມານ 30 – 80 ໂຕ ແຕ່ຍັງບໍ່ເປັນທີ່ຊັດເຈນ ວ່າ ມາເລເຊຍໄດ້ມີການປະສານງານກັບອິນໂດເນເຊຍກ່ຽວກັບການອານຸລັກແຮດສາຍພັນນີ້ ຫຼື ບໍ່.