ຢູເນັສໂກ ເຕືອນ ເມືອງເວນິສ ອາດຈະເສຍສະຖານະພາບ ‘ມໍລະດົກໂລກ’

91

ອົງການຢູເນັສໂກ ເຕືອນເມືອງເວນິສ ມີຄວາມສ່ຽງທີ່ຈະສູນເສຍສະຖານະພາບເປັນເມືອງມໍລະດົກໂລກ ຖ້າຍັງບໍ່ສາມາດມີມາດຕະການປ້ອງກັນໄພນໍ້າຖ້ວມທີ່ຮ້າຍແຮງຂື້ນທຸກໆປີ “ໃຫ້ດີຂື້ນກວ່ານີ້”.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເວນິສ ປະເທດອິຕາລີ ເມື່ອວັນເສົາ ທີ 23 ພະຈິກ ວ່າ ຄະນະກຳມາທິການມໍລະດົກໂລກ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ  ໄດ້ອອກຖະແຫຼງການ ເມື່ອວັນສຸກ ວ່າ ອົງການຢູເນັສໂກ ມີຄວາມວິຕົກກັງວົນຢ່າງຍິ່ງກັບບູຮານສະຖານທີ່ປະຫວັດສາດຫຼາຍແຫ່ງໃນເມືອງເວນິສ ທິດຕາເວັນຕົກສ່ຽງເໜືອ ຂອງປະເທດອິຕາລີ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກໄພນໍ້າຖ້ວມກະທັນຫັນ ເຊິ່ງ “ເກີດຂື້ນເລື້ອຍໆ” ໂດຍຄັ້ງຫຼ້າສຸດໃນກາງເດືອນນີ້ ຫຼັງຈາກລະດັບນໍ້າທະເລທີ່ເພີ່ມຂຶ້ນສູງ ໃນຮອບ 53 ປີ ຫຼື ນັບຕັ້ງແຕ່ປີ 1966.

ທັງນີ້ ມະຫາວິຫານຊານ ມາຣ໌ໂກ ຫຼື ເຊັນ ມາຣ໌ໂກ (San Marco or St. Mark’s) ແລະ ເດີ່ນຈະຕຸລັດຊານ ມາຣ໌ໂກ ເຊິ່ງຕັ້ງຢູ່ຕໍ່ໜ້າວິຫານ ໄດ້ຈົມຢູ່ໃຕ້ລະດັບນໍ້າທີ່ເລິກເປັນຄັ້ງທີ 6 ໃນ 1.200 ປີ ແລະ ເປັນຄັ້ງທີ 4 ໃນໄລຍະພຽງ 2 ທົດສະວັດ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ວິຫານຊານ ມາຣ໌ໂກ ຈາກນໍ້າຖ້ວມໃນຄັ້ງນີ້ “ຍາກທີ່ຈະໄດ້ຮັບການບູລະນະ” ເນື່ອງຈາກກວ່າກະແສນໍ້າທີ່ຖ້ວມເມືອງເປັນທະເລ ຫຼື ນໍ້າເຄັມ ການກັດເຊາະເຮັດໃຫ້ສະຖາປັດຕະຍະກຳທີ່ເປັນພື້ນໂມເສກ ແລະ ທາງຍ່າງອ້ອມຮອບເສຍຫາຍ ເຊິ່ງການບູລະນະຕ້ອງໃຊ້ງົບປະມານ “ມະຫາສານ”.

ອີກປະການໜຶ່ງ ອົງການຢູເນັສໂກ ໄດ້ຕິດຕາມດູແລ ແລະ ປົກປັກຮັກສາ ສະຖານທີ່ແຫ່ງປະຫວັດສາດຕ່າງໆຂອງເມືອງເວນິສ ທັງໃນລະດັບເທສະບານ ແລະ ລະດັບລັດຖະບານກາງຂອງອິຕາລີມາໄດ້ໄລຍະໜຶ່ງແລ້ວ. ແຕ່ມີລາຍງານວ່າ ຄະນະກຳມະການຍັງມີຄວາມລັງເລທີ່ຈະຖອດເອົາລາຍຊື່ສະຖາປັດຕະຍະກຳ ໃນເມືອງເວນິສ ອອກຈາກສະຖານະພາບມໍລະດົກໂລກ ເຖິງວ່າອົງການຢູເນັສໂກ ໄດ້ມອບການຊ່ວຍເຫຼືອໃຫ້ແກ່ເມືອງເວນິສ. ຢ່າງໃດກໍ່ຕາມ, ຖະແຫຼງການໃນສະບັບນີ້ ກໍ່ມີຄຳເຕືອນກ່ຽວກັບການສູນເສຍສະຖານະພາບຂອງເມືອງມໍລະດົກໂລກຂອງເມືອງເວນິສ ທີ່ຢູເນັສໂກ ໄດ້ຂຶ້ນທະບຽນ ເມື່ອປີ 1987 ຖ້າທຸກໆພາກສ່ວນຂອງອິຕາລີ ຍັງບໍ່ສາມາດ “ປະຕິຮູບ” ລະບົບປ້ອງກັນອຸທົກກະໄພ “ເພື່ອໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ”.

ໂດຍຕັ້ງແຕ່ອະດີດ ເທສະບານເມືອງເວນິສ ມີໂຄງການໃຫຍ່ ທີ່ຈະສ້າງສ້າງກຳແພງປ້ອງກັນນໍ້າ “ໂມເສສ” ທີ່ໄດ້ລິເລີ່ມມາຕັ້ງແຕ່ປີ 1966 ແຕ່ຫຼັງຈາກນັ້ນ ໄດ້ປະສົບກັບ “ອຸປະສັກຫຼາຍຢ່າງ” ທີ່ສົ່ງຜົນໃຫ້ການເລີ່ມຕົ້ນດຳເນີນງານ “ຢ່າງຈິງຈັງ” ຕ້ອງລໍຖ້າມາຈົນຮອດປີ 2003 ແຕ່ຈົນເຖິງປັດຈຸບັນ ໂຄງການດັ່ງກ່າວ ກໍ່ບໍ່ແລ້ວສຳເລັດ ເນື່ອງມາຈາກເລື່ອງການສໍ້ລາດບັງຫຼວງ ຂະນະທີ່ ລັດຖະບານອິຕາລີຊຸດປັດຈຸບັນ ຢືນຢັນ ກຳແພງກັນນໍ້າ “ໂມເສສ” ຈະສາມາດນຳ ໃຊ້ໄດ້ ພາຍໃນປີ 2021.