ມອບ-ຮັບຫົວໜ້າສາຂາໄປສະນີປະຈຳແຂວງ ສາລະວັນ ແລະ ອັດຕະປື

154

ໃນວັນທີ 22 ພະຈິກ ປີ 2019 ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດພິທີມອບ-ຮັບຫົວໜ້າສາຂາໄປສະນີຂຶ້ນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວິນ ຟອງສະໝຸດ ຜູ້ອຳນວຍການໃຫຍ່ບໍລິສັດໄປສະນີລາວ, ທ່ານ ຂັນໃຊ ລັດຖະເຮົ້າ ຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະການສື່ສານແຂວງສາລະວັນ, ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະການສື່ສານແຂວງອັດຕະປື, ພ້ອມດ້ວຍທ່ານ ສຸພັນ ສາຍເຊກອງ ຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະການສື່ສານແຂວງເຊກອງ ແລະພະນັກງານວິຊາການເຂົ້າຮ່ວມ.


ທ່ານ ບຸນມີ ສີວົງນຽງ ຫົວໜ້າຄະນະຈັດຕັ້ງໄປສະນີລາວສູນກາງ ໄດ້ຂຶ້ນຜ່ານຂໍ້ຕົກຂອງບໍລິສັດໄປສະນີລາວເລກທີ 3262/ປນລ ລົງວັນທີ 23 ກັຍາ 2019 ວ່າດ້ວຍການນຳສົ່ງຄະນະຄຸ້ມຄອງບໍລິຫານຊົ່ວຄາວ ບໍລິສັດລັດວິສາ ຫະກິດ ປນລ ສາຂາໄປສະນີ ແຂວງສາລະວັນ ກັບຄືນພະແນກ ປທສ ແລະຍທຂ ແຂວງ ອີງຕາມຕາມການລາຍງານບໍລິຫານຄຸ້ມຄອງຊົ່ວຄາວ ໄປສານີ ສາຂາ ແຂວງສາລະວັນ ເລກທີ 189/ ປນ.ສວ ລົງວັນທີ 27 ມິຖຸນາ 2019 ແລະອີງຕາມການຄົ້ນຄ້ວາເຫັນດີຂອງຄະນະຊີນຳໜ່ວຍງານກວດກາສືບສວນ-ສອບສວນ ຄັ້ງວັນທີ 5 ສິງຫາ 2019 ບໍລິສັດລັດວິສາຫະກິດໄປສະນີລາວຕົກລົງເຫັນດີນຳສົ່ງທ່ານ ກັດສະປະ ວຸດທິຈັກທະເດດ ຫົວໜ້າຄະນະຮັບຜິດຊອບຄຸ້ມຄອງບໍລິຫານຊົ່ວຄາວ (ຄບຊ) ຄືນໃຫ້ພະແນກ ປທສ ແຂວງ ແລະທ່ານ ສີຮຸນ ຂຸນນະລາດ ຮອງຫົວໜ້າ ຄບຊ ຄືນໃຫ້ພະແນກ ຍທຂ ແຂວງ.

ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງເລກທີ 3284/ ປນລ ລົງວັນທີ 23 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າສາຂາໄປສະນີ ແຂວງສາລະວັນຄື: ແຕ່ງຕັ້ງທ່ານ ໄທສະກອນ ແກ້ວບຸນສີ ຫົວໜ້າໄປສະນີເມືອງຄົງເຊໂດນ ຂຶ້ນເປັນຜູ້ຮັກສາການຫົວໜ້າສາຂາ ໄປສະນີ ແຂວງສາລະວັນ.ປະກາດແຕ່ງຕັ້ງທ່ານ ປັນຍາ ແກ້ວໂກມິນ ຫົວໜ້າພາກສ່ວນກວດກາຂຶ້ນເປັນຜູ້ຮັກສາການຫົວໜ້າສາຂາ ໄປສະນີແຂວງອັດຕະປື ແລະແຕ່ງຕັ້ງທ່ານ ນາງ ບົວລຽນ ຈັນທະມາດ ຫົວໜ້າໄປສະນີແຂວງ ເປັນຮອງຫົວໜ້າສາຂາໄປສະນີແຂວງ.
ຈາກນັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງກໍ່ໄດ້ລົງນາມເຊັນບົດບັນທຶກຮ່ວມກັນໂດຍຊ້ອງໜ້າທ່ານ ພູວິນ ຟອງສະໝຸດ ຜູ້ອຳນວຍການໃຫຍ່ບໍລິສັດໄປສະນີລາວ, ພ້ອມດ້ວຍຫົວໜ້າພະແນກ ແລະພະນັກງານວິຊາການທີ່ກ່ຽວຂ້ອງເພື່ອເປັນສັກຂີພິຍານໃນການມອບຮັບໜ້າທີ່ຄັ້ງນີ້.

ພາບ-ຂ່າວ: ສິດຕາ: ເພັດວົງສາ