ສະຫາຍ ແພງຊ້ອຍ ແພງເມືອງ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຄອບ ຊຸດໃໝ່

241

ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກເມືອງຄອບ ແຂວງ ໄຊຍະບູລີ  ໄດ້ສໍາເລັດລົງຢ່າງຈົບງາມໃນຕອນບ່າຍຂອງວັນທີ 21 ພະຈິກ ທີ່ຫ້ອງປະຊຸມຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ແພງຊ້ອຍ ແພງເມືອງ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ-ເມືອງ ຄອບ.

ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງ ປາກທາ, ແຂວງ ບໍ່ແກ້ວ ແລະ ເມືອງອ້ອມຂ້າງ ເຂົ້າຮ່ວມ 150 ກວ່າສະຫາຍ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີ IV ໃນໄລຍະ 5 ປີຜ່ານມາ ແລະ ທິດທາງໜ້າທີ່ໃນຕໍ່ໜ້າ ກໍ່ຄືຄາດໝາຍສູ້ຊົນຂອງແຜນການ 5 ປີ 2020– 2024 ເພື່ອເຮັດໃຫ້ເມືອງຄອບກ້າວຂຶ້ນດ້ວຍທ່ວງທ່າອັນໜັກແໜ້ນ, ຮອບດ້ານ, ສ້າງພື້ນຖານໃຫ້ອົງຄະນະພັກເມືອງນຳພາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ, ໂດຍສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຕໍ່ເນື່ອງ, ສະເລ່ຍ 7,5% ຕໍ່ປີ, ລວມຍອດລາຍຮັບພາຍໃນໃຫ້ບັນລຸ 503 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 22 ລ້ານກີບ ຫຼື 2.600 ໂດລາສະຫະລັດ/ຄົນ/ປີ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 16,04 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 45,24 ຕື້ກີບ.

ກອງປະຊຸມໄດ້ຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງ, ຂະແໜງການຂອງຕົນເອງ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນຄົບຖ້ວນ ແລະ ໄດ້ດໍາເນີນການປ່ອນບບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ V ເຊິ່ງມີຜູ້ຮັບສະໝັກທັງໝົດ 27 ສະຫາຍ, ຍິງ 4 ສະຫາຍ, ໃນນີ້ເລືອກເອົາ 23 ສະຫາຍ, ອາຍຸສູງສຸດ 55 ປີ, ຕໍ່າສຸດ 36 ປີ, ອາຍຸສະເລ່ຍ 45 ປີ.

ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາ ສະຫາຍ ແພງຊ້ອຍ ແພງເມືອງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມນຶກ ສິງຄໍາ ເປັນຮອງເລຂາ, ສະຫາຍ ໄລ ອິນທີບ ເປັນຮອງເລຂາ ທັງເປັນປະທານຄະນະກວດກາພັກເມືອງ, ເລືອກເອົາ ສະຫາຍ ທອງແສງ ມະນີວົງ ແລະ ສະຫາຍ ນາງ ຄໍາກ້ຽວ ຈັນທະວົງ ເປັນຮອງປະທານ.

ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ, ຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ຕ້ອງໄດ້ຄົ້ນຄວ້າ, ເຊື່ອມຊືມກໍາແໜ້ນ ແລະ ຮູ້ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ ຂອງຂັ້ນເທິງ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ໃຫ້ກາຍເປັນອັນລະອຽດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ເພີ່ມທະວີໃນການສຶກສາອົບຮົມໃຫ້ຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນ, ຊັ້ນຄົນບັນດາເຜົ່າ, ເຊີດຊູຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນໃຫ້ສູງຂຶ້ນ ພ້ອມທັງເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງໃຫ້ເປັນຮູບປະທໍາຫຼາຍຂຶ້ນ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ