ລາຍງານຜົນເສຍຫາຍເບື້ອງຕົ້ນ ຈາກເຫດແຜ່ນດິນໄຫວທີ່ໄຊຍະບູລີ

241

 

ອິງຕາມໜັງສືລາຍງານຂອງທ່ານ ເຈົ້າແຂວງ ໄຊຍະບູລີ, ສະບັບເລກທີ 162/ຈຂ.ຊຍ, ລົງວັນທີ 21 ພະຈິກ 2019 ນີ້ວ່າ: ໃນລະຫວ່າງຄໍ່າຄືນຂອງວັນທີ 20 ຫາ ເຊົ້າວັນທີ 21 ພະຈິກນີ້, ໄດ້ມີປະກົດການໄພພິບັດທາງທໍາມະຊາດ ( ແຜ່ນດິນໄຫວ ) ເກີດຂຶ້ນຢູ່ຈຸດເຊື່ອມຕໍ່ລະຫວ່າງເມືອງ ຫົງສາ ຫາ ເມືອງ ເງິນ ແລະ ບັນດາເມືອງອື່ນໆຂອງແຂວງ ໄຊຍະບູລີ, ມີລະດັບແຮງສັ່ນສະເທືອນ 3,9-6,4 ຣິກເຕີ, ນັບແຕ່ເວລາ 23ໂມງ ຂອງວັນທີ 20 ຫາເວລາ 6 ໂມງ 45 ນາທີ ຂອງວັນທີ 21 ພະຈິກນີ້, ລວມທັງໝົດ 18 ຄັ້ງ, ອັນໄດ້ເຮັດໃຫ້ເຮືອນຂອງປະຊາຊົນ, ອາຄານສໍານັກງານຈໍານວນໜຶ່ງແຕກພັງ, ເສົາໄຟຟ້າເນີ້ງ, ເຮັດໃຫ້ໄຟຟ້າດັບຢູ່ບາງເມືອງເຊັ່ນ: ເມືອງ ຫົງສາ, ເມືອງ ເງິນ ແລະ ເມືອງ ຊຽງຮ່ອນ.

ສ່ວນຄວາມເສຍຫາຍເບື້້ອງຕົ້ນຂອງໂຮງໄຟຟ້າຫົງສາແມ່ນມີອາຄານແຕກຈໍານວນນຶ່ງ, ສ່ວນເຄື່ອງຈັກແມ່ນກໍາລັງຢູ່ໃນຂັ້ນຕອນກວດສອບຕົວຈິງ, ຄວາມເສຍຫາຍຂອງບັນດາເມືອງເບື້ອງຕົ້ນຢູ່ເມືອງ ຫົງສາ ມີຄົນບາດເຈັບເລັກນ້ອຍ 7 ຄົນ, ຍິງ 5 ຄົນ, ມີ 14 ບ້ານ, 89 ຫຼັງຄາ.

ໃນນີ້ເປ່ເພສົມຄວນ 4 ຫຼັງ, ເປ່ເພເລັກນ້ອຍ 85 ຫຼັງ, ໂຮງຮຽນເປ່ເພເລັກນ້ອຍ 3 ແຫ່ງ, ໂຮງໝໍ 1 ແຫ່ງ, ອາຄານ 1 ແຫ່ງ, ຕະຫຼາດ 1 ແຫ່ງ, ວັດ 5 ແຫ່ງ, ເປ່ເພສົມຄວມຄວນມີ ຮ້ານບັນເທີງ 1 ແຫ່ງ, ເສັ້ນທາງປູຢາງແຕກແຫງ 1 ຈຸດ, ເມືອງ ໄຊຊະຖານ 11 ບ້ານ ແລະ ສຸກສາລາ 1 ແຫ່ງ, ນອກນີ້ຍັງມີສໍານັກງານຂອງແຂວງຈໍານວນໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວ.

ຕໍ່ກັບເຫດການດັ່ງກ່າວ ໃນຕອນເຊົ້າຂອງວັນທີ 22 ພະຈິກນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຂົ້າກວດກາເບິ່ງຄວາມເສຍຫາຍຕົວຈິງຂອງໂຮງໄຟຟ້າຫົງສາ, ພ້ອມທັງໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນຊົນພວກເຮົາວ່າ: ຫຼັງຈາກເກີດເຫດການແຜ່ນດິນໄຫວຂະໜາດ 5.9 ຣິກເຕີ ເຊິ່ງຫ່າງຈາກທີ່ຕັ້ງຂອງໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ປະມານ 27 ກິໂລແມັດ ໂດຍເກີດຂຶ້ນເມື່ອເວລາ 04 ໂມງ 03 ນາທີ, ຂອງວັນທີ 21 ພະຈິກ 2019 ລວມເຖິງອັບເຕີຊັອກທີ່ເກີດຂຶ້ນຢ່າງຕໍ່ເນື່ອງ, ຜົນກະທົບ ແລະ ຜົນເສຍຫາຍຕົວຈິງ, ເຫັນວ່າໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ແມ່ນໄດ້ຮັບຜົນກະທົບພຽງເລັກນ້ອຍເທົ່ານັ້ນ ໂດຍບໍ່ເກີດຄວາມເສຍຫາຍຕໍ່ອຸປະກອນຫຼັກ ຫຼື ໂຄງສ້າງຫຼັກແຕ່ຢ່າງໃດ ແລະ ໃນຄະນະດຽວກັນນີ້ໜ່ວຍຜະລິດທີ 1 ຂອງໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາແມ່ນສາມາດກັບມາຜະລິດກະແສໄຟຟ້າໄດ້ຕາມປົກກະຕິ ແລະ ສ່ວນໜ່ວຍງານຜະລິດອື່ນໆທີ່ຍັງເຫຼືອແມ່ນສາມາດກັບມາຜະລິດກະແສໄຟຟ້າໄດ້ປົກກະຕິ.

ທ່ານ ກີລະຕິ ພາດສຸພອນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ໄດ້ໃຫ້ຮູ້ວ່າ: ພາຍຫຼັງເຫດການດັ່ງກ່າວລະບົບປ້ອງກັນຄວາມເສຍຫາຍຈາກແຮງສັ່ນສະເທືອນຂອງອຸປະກອນຫຼັກໃນໂຮງໄຟຟ້າໄດ້ເຮັດວຽກຕາມຂັ້ນຕອນຢ່າງເປັນປົກກະຕິເພື່ອຢຸດການເດີນເຄື່ອງ ແລະ ເປັນໄປຕາມດ້ານຄວາມປອດໄພຂອງຜູ້ປະຕິບັດງານ ແລະ ມາດຕະຖານຂອງບໍລິສັດ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ເຫດການແຜ່ນດິນໄຫວຄັ້ງນີ້ບໍ່ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ກັບການດໍາເນີນງານຂອງບໍລິສັດ ແລະ ອຸປະກອນຫຼັກແຕ່ຢ່າງໃດເລີຍ, ການຢຸດເດີນເຄື່ອງປັ່ນດັ່ງກ່າວນັ້ນເປັນໄປຕາມລະບົບປ້ອງກັນຄວາມເສຍຫາຍຈາກແຮງສັ່ນສະເທືອນອັດຕະໂນມັດ ເພື່ອປ້ອງກັນຄວາມເສຍຫາຍ, ຄະນະດຽວກັນວິສາວະກອນໄດ້ກວດສອບຢ່າງລະອຽດເພື່ອໃຫ້ໝັ້ນໃຈວ່າສາມາດເດີນເຄື່ອງໄດ້ຢ່າງປອດໄພ.

ຂ່າວໂດຍ: ອຸ່ນເຮືອນ