ລາຄາອະສັງຫາລິມະຊັບທົ່ວໂລກອ່ອນແຮງ

99

ດັດຊະນີລາຄາອະສັງຫາລິມະຊັບຕາມເມືອງໃຫຍ່ທົ່ວໂລກໃນໄຕມາດ3ຂອງປີ2019ຫຍັບຂຶ້ນພຽງ1,1%ຫຼຸດຄວາມໜ້າດຶງດູດໃຈລົງຫຼາຍໃນສາຍຕາຂອງນັກທຸລະກິດຈາກປັດໄຈລົບໂດຍສະເພາະບັນຫາການຄ້າລະຫວ່າງອາເມຣິກາກັບຈີນທີ່ແກ່ຍາວມາປີກວ່າຕະຫຼອດຮອດການຖອນຕົວອອກຈາກອີຢູຂອງອັງກິດ ແລະ ຄວາມບໍ່ສະຫງົບໃນຮົງກົງ.

ບົດລາຍງານດັດຊະນີລາຄາອະສັງຫາລິມະຊັບຕາມເມືອງໃຫຍ່ທົ່ວໂລກຂອງ ໄນແຟຣງບົ່ງຊີ້ວ່າ:ໃນໄຕມາດ3ຂອງປີນີ້,ລາຄາອະສັງຫາລິມະຊັບຕາມເມືອງໃຫຍ່ເຊັ່ນ ນິວຢອກຂອງອາເມຣິກາ,ລອນດອນຂອງອັງກິດ ແລະ ແວນຄູເວີຂອງການາດາມີລັກສະນະປັບຕົວຫຼຸດລົງໃນອັດຕາຕໍ່າສຸດນັບຕັ້ງແຕ່ປີ2009ສະແດງໃຫ້ເຫັນວ່າອະສັງຫາລິມະຊັບຕາມເມືອງໃຫຍ່ເຫຼົ່ານີ້ມີຄວາມໜ້າສົນໃຈໃນສາຍຕາຂອງນັກທຸລະກິດຫຼຸດໜ້ອຍຖອຍລົງ.

ຈາກປັດໄຈຮອບດ້ານທັງບັນຫາການຄ້າລະຫວ່າງອາເມຣິກາກັບຈີນທີ່ເຮັດໃຫ້ກະແສເງິນສົດໝູນວຽນຂ້າມຊາຍແດນຫຼຸດລົງຕາມມາດ້ວຍຄວາມບໍ່ແນ່ນອນຈາກການທີ່ອັງກິດຖອນຕົວຈາກອີຢູ,ຄວາມບໍ່ສະຫງົບໃນຮົງກົງ,ການຂຶ້ນພາສີຊື້ຂາຍອະສັງຫາລິມະຊັບຕາມເມືອງໃຫຍ່ບາງແຫ່ງ,ການເລັ່ງສ້າງອະສັງຫາລິມະຊັບຫຼູຫຼາລາຄາແພງຈົນເກີນໄປເຮັດໃຫ້ເກີດພາວະລາຄາອະສັງຫາລິມະຊັບຕົກຕໍ່າ.

ທັງນີ້,ລາຄາອະສັງຫາລິມະຊັບຕາມເມືອງໃຫຍ່ຕ່າງໆ45ແຫ່ງປັບຕົວຂຶ້ນສະເລ່ຍພຽງ1,1%ໃນໄຕມາດ3ຂອງປີນີ້ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ,ແຍກເປັນລາຄາອະສັງຫາລິມະຊັບໃນນິວຢອກປັບຕົວລົງ4,4%,ໃນລອນດອນ3,9% ແລະ ແວນຄູເວີຫຼຸດລົງ10%.

ບົດລາຍງານໃຫ້ຮູ້ວ່າ:ລອນດອນ,ຮົງກົງ ແລະ ນິວຢອກທີ່ຖືກມອງວ່າເປັນດັດຊະນີຊີ້ວັດຕະຫຼາດອະສັງຫາລິມະຊັບທີ່ຢູ່ອາໄສຫຼັງຈາກຜ່ານພົ້ນໄລຍະວິກິດການການໂລກເມື່ອປີ2008ກໍາລັງສູນເສຍສະຖານະໃນຖານະເປັນສະຖານທີ່ປອດໄພໃນສາຍຕາຂອງຜູ້ຊື້ຕ່າງປະເທດທີ່ມີຖານະທີ່ຕ້ອງການນໍາເງິນສົດທີ່ຖືຄອງມາພັກໄວ້ໃນເມືອງໃຫຍ່ເຫຼົ່ານີ້ຫຼືໃຊ້ເປັນສະຖານທີ່ຢູອາໄສສ່ວນຕົວ.

ເຊິ່ງສິ່ງທີ່ເກີດຂຶ້ນສ່ວນໜຶ່ງເປັນຜົນມາຈາກການທີ່ລັດຖະບານຫຼາຍປະເທດອອກກົດລະບຽບຕ່າງໆເພື່ອຫຼຸດຄວາມຮ້ອນແຮງຂອງລາຄາອະສັງຫາລິມະຊັບດ້ວຍຄວາມກັງວົນວ່າຈະເກີດພາວະລາຄາອະສັງຫາລິມະຊັບຕົກຕໍ່າ.

ກອງທຶນການເງິນສາກົນຫຼືໄອເອັມເອຟລາຍງານການຄາດຄະເນເສດຖະກິດເອີຣົບປະຈໍາປີນີ້ພ້ອມທັງສົ່ງສັນຍານເຕືອນປະເທດເອີໂຣໂຊນໃຫ້ກຽມແຜນສຸກເສີນຕັ້ງຮັບເສດຖະກິດຕົກຕໍ່າໂດຍເສດຖະກິດເອີຣົບປະເຊີນຄວາມບໍ່ແນ່ນອນຈາກການທີ່ອັງກິດຖອນຕົວຈາກອີຢູໂດຍບໍ່ມີຂໍ້ຕົກລົງໃດໆໃນປີໜ້າຕະຫຼອດຮອດຄວາມເຄັ່ງຕຶງທາງການຄ້າເຊິ່ງຈະສົ່ງຜົນກະທົບຕໍ່ການສົ່ງອອກ ແລະ ພາກການຜະລິດອຸດສາຫະກໍາທີ່ອາດຈະລຸກລາມໄປຍັງພາກບໍລິການອັນເປັນຫົວໃຈສໍາຄັນຂອງເສດຖະກິດເອີຣົບໄດ້.

 

ນອກຈາກນີ້,ຄວາມສ່ຽງອີກຢ່າງໜຶ່ງທີ່ສໍາຄັນຄວນຄໍານຶງກໍຄືຄວາມສ່ຽງການປັບຕົວຫຼຸດລົງຢ່າງໄວວາຂອງລາຄາອະສັງຫາລິມະຊັບຫຼືພາວະລາຄາອະສັງຫາລິມະຊັບຕົກຕໍ່າທີ່ອາດຈະສົ່ງຜົນກະທົບຕໍ່ສະຖຽນລະພາບລະບົບການເງິນໂດຍມີສາເຫດມາຈາກການອອກນະໂຍບາຍຜ່ອນຄາຍທາງການເງິນຂອງທະນາຄານກາງເອີຣົບທີ່ຕໍ່ເນື່ອງເປັນເວລາຍາວນານ.

ດ້ານທະນາຄານຢູບີເອສເຜີຍແຜ່ຜົນການສຶກສາ ແລະ ດັດຊະນີຊີ້ວັດລາຄາອະສັງຫາລິມຊັບຂອງເມືອງທົ່ວໂລກຕົກຕໍ່າປະຈໍາປີ2019ວ່າ:ປະເທດໃນກຸ່ມເອີໂຣໂຊນປະເຊີນກັບລາຄາທີ່ຢູ່ອາໄສທີ່ຫຍັບສູງຂຶ້ນຢ່າງໄວວາໃນ4ໄຕມາດໂດຍ4ເມືອງສໍາຄັນເຊິ່ງປັດຈຸບັນປະເຊີນກັບບັນຫາດັ່ງກ່າວປະກອບມີເມືອງ ມິວນິກ,ອໍາສະເຕີດໍາ,ແຟຣງເຟິດ ແລະ ປາຣີດ.ນອກຈາກນີ້ມີລານ ແລະ ມາດຣິດ ກໍອາດຈະປະເຊີນກັບຄວາມສ່ຽງແບບນີ້ເຊັ່ນກັນ.