ສະຫາຍ ທອງຈັນ ລັດຕະນະປະດິດ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງໂພນໄຊ

305

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໄຊ ຄັ້ງທີ IX ທີ່ໄດ້ດຳເນີນຂື້ນໃນລະຫວ່າງ ວັນທີ 21-22 ພະຈິກ 2019 ນີ້ ນອກຈາກຈະໄດ້ກຳນົດຍຸດທະສາດ 5 ປີຈາກນີ້ໂດຍເອົາກະສິກຳເປັນຫຼັກໃນການຂັບເຄື່ອນເສດຖະກິດຂອງເມືອງແລ້ວ ຍັງໄດ້ເລືອກຄະນະປະຈຳພັກເມືອງ ຈຳນວນ 7 ສະຫາຍ ໃນນັ້ນ ສະຫາຍ ທອງຈັນ ລັດຕະນະປະດິດ ເປັນເລຂາຄະນະບໍລິຫານງານພັກເມືອງ.

ເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ມີສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ຈຳນວນ 113 ສະຫາຍ, ຍີງ 8 ສະຫາຍ ແລະຜູ້ແທນບົ່ງຕົວ 3 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກ 1.591 ສະຫາຍ ໃນທົ່ວເມືອງ ແລະຜູ້ແທນຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມໄດ້ເປັນເອກະສັນ ຮັບຮອງເອົາລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງຊຸດທີ VIII ໂດຍໄດ້ສະຫຼຸບຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນທຸກຂົງເຂດວຽກງານ, ພ້ອມທັງຮັບຮອງເອົາຂໍ້ສະຫຼຸບ 5 ປະການ ເຊິ່ງເປັນບົດຮຽນອັນປະເສີດ ທີ່ຖອດຖອນໄດ້ຈາກພຶດຕິກຳ ແຫ່ງການຈັດຕັ້ງນຳພາ ແລະປະຕິບັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ; ກຳນົດຄາດໝາຍ ແລະທິດທາງລວມ ໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນ 5 ປີຕໍ່່ໜ້າ ດ້ວຍຄວາມເປັນເອກະພາບສູງ, ຄົ້ນຄວ້າ ແລະຮັບຮອງເອົາຢ່າງເປັນເອກະສັນ ກ່ຽວກັບວິໄສທັດ ແຕ່ນີ້ ຫາ 2030 ຄື: “ ສູ້ຊົນສ້າງເມືອງໂພນໄຊ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍເລັ່ງໃສ່ການປູກພືດຜັກສະອາດ ປອດສານຜິດ ຖືການລ້ຽງສັດເປັນສິນຄ້າ ຕິດພັນກັບການປູກຫຍ້າເປັນອາຫານສັດ ແລະສ້າງທຸກເງື່ອນໄຂ ເພື່ອນໍາພາເມືອງໂພນໄຊ ໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ ເທື່ອລະກ້າວ ”.

ຮັບຮອງເອົາບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VIII ແລະດຳເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງ ສະໄໝທີ IX ຈໍານວນ 25 ສະຫາຍ, ຍິງ 1 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງໂພນໄຊ ສະໄໝທີ IX ໄດ້ເປັນເອກະພາບເລືອກຕັ້ງ ເອົາຄະນະປະຈຳພັກເມືອງ 7 ສະຫາຍ ໃນນັ້ນ ໄດ້ເລືອກເອົາ ສະຫາຍ ທອງຈັນ ລັດຕະນະປະດິດ ເປັນເລຂາຄະນະບໍລິຫານງານພັກເມືອງ; ສະຫາຍ ຊາຍພອນ ສຸອຸໄທ ເປັນຮອງເລຂາ ທັງເປັນປະທານກວດກາຄະນະບໍລິຫານງານພັກເມືອງ, ສະຫາຍ ຄຳກ້ຽງ ຈົ່ງຮົວທໍ່ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ; ພ້ອມນີ້ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະຜູ້ແທນສຳຮອງ ເພື່ອຕາງໜ້າ ໃຫ້ແກ່ອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ ແລະສຳຮອງ 02 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນກອງປະຊຸມ ໄດ້ຮັບຟັງຄຳໂອ້ລົມຂອງ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ສະຫາຍໄດ້ເນັ້ນໃຫ້ຄະນະໜ່ວຍພັກທຸກຂັ້ນ ສືບຕໍ່ກໍ່ສ້າງຮາກຖານການເມືອງຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ຍົກສູງບົດບາດ, ຄວາມສາມາດການນໍາພາຂອງຄະນະພັກ, ຂອງໜ່ວຍພັກຮາກຖານບ້ານ, ຍົກສູງບົດບາດ, ຄວາມສາມາດຂອງກໍາລັງກອງຫລອນ, ປ້ອງກັນ ໃຫ້ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຢ່າງຮອບດ້ານ ເພື່ອນໍາພາເມືອງໂພນໄຊມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ກ້າວໄປສູ່ການລຸດພົ້ນ ຈາກເມືອງທຸກຍາກຕາມຄາດໝາຍທີວາງໄວ້ ແລະເຮັດໃຫ້ເມືອງໂພນໄຊ ເປັນເມືອງເຂັ້ມແຂງຮອບດ້ານເທື່ອລະກ້າວ.

ເພື່ອເຮັດໃຫຫ້ຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໄຊ ຄັ້ງທີ IX ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນສູງ ຜູ້ແທນກອງປະຊຸມໃຫຍ່ ໄດ້ເປັນກະພາບລົງປະຊາມະຕິຮັບຮອງ ເອົາຄາດໝາຍກອງປະຊຸມແຕ່ລະດ້ານ ເປັນມະຕິກອງປະຊຸມອົງຄະນະພັກເມືອງໂພນໄຊ ຄັ້ງທີ່ IX ເພື່ອຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໃຫ້ເລິກເຊີ່ງ, ກວ້າງຂວາງ ຮັບປະກັນໃຫ້ມີຜົນສຳເລັດໃນຊຸປີຕໍ່ໜ້າ. ໂອກາດທີ່ມີຄວາມໝາຍສຳຄັນນີ້ ກ້ອນກຳລັງຂອງປະຊາຊົນບັນດາເຜົ່າ ໄດ້ເຂົ້າອວຍພອນ ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຄັ້ງທີ່ IX ຕື່ມອີກ.

ຂ່າວ: ອາພຸດເດດ ບຸບຜາ