ເຈົ້າໜ້າທີ່ເມືອງພູຄູນ ຢຶດພ້ອມທຳລາຍ ເງິນປອມຫຼາຍກວ່າ 40 ລ້ານກີບ

224

 

ໃນວັນທີ 21 ພະຈິກ 2019ນີ້ ກອງບັນຊາການປ້ອງກັນຄວາມສະຫງົບເມືອງພູຄູນ ໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຂື້ນ ໂດຍການເຂົ້າຮ່ວມຂອງທ່ານ  ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ມີຫົວໜ້າພ້ອມດ້ວຍຄະນະ ແລະ ຫ້ອງການທີກ່ຽວຂ້ອງຂອງເມືອງ ຕະຫຼອດຮອດເຈົ້າໜ້າທີພາຍໃນກອງບັນຊາການຂອງເມືອງເຂົ້າຮ່ວມ.

ທ່ານ ພັຕ ແກ້ວວິໄລ ວິທະຍາ ເຈົ້າໜ້າທີສັນຕິບານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ລາຍງານໃຫ້ຮູ້ວ່າ: ເງິນປອມທີເຈົ້າໜ້າທີຢຶດ ແລະ ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄືອນໄຫວຕິດຕາມກວດກາພົບເຫັນເງິນ ທີກຸ່ມຄົນບໍ່ດີນຳມາຫວ່ານຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນວັນສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ ໃນປີຫຼາຍປີຜ່ານມາ.

ໃນນັ້ນມີເງິນປອມ ສະກຸນເງິນກີບ ປະເພດໃບ 50.000 ຈຳນວນ 32 ລ້ານກວ່າກີບ, ປະເພດໃບ 20,000 ຈຳນວນ 8 ລ້ານກວ່າກີບ, ປະເພດໃບ 10.000 ຈຳນວນ 1ລ້ານກວ່າກີບ ແລະ ສະກຸນເງີນໂດລາສະຫະລັດ ປະເພດ100ໂດລາ ຈຳນວນ 9.000ໂດລາ ລວມເປັນເງິນທີປອມແປງທັງໝົດ 42.090,000 ກີບ.

ໂອກາດທີທ່ານຮອງເຈົ້າເມືອງໄດ້ເຂົ້າຮ່ວມພິທີ ໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍຜົນງານຂອງເຈົ້າໜ້າທີໄດ້ເອົາໃຈໃສ່ປະຕິບັດໜ້າທີ ໃນການເຄືອນໄຫວຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ເຈົ້າໜ້າວິຊາສະເພາະ ສືບຕໍໃຊ້ພະຍາຍາມ ດ້ວຍຄວາມຮັບຜິດຊອບ, ຮັດກຸ່ມ ໃນການປະຕິບັດໜ້າທີ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍເຄືອນໄຫວສ້າງຄວາມບໍສະຫງົບດ້ວຍຫຼາຍຮູບແບບ ຈາກນັ້ນຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດທຳລາຍເງິນດັ່ງກ່າວ.

 

ຕາມປະມວນກົດໝານອາຍາມາດຕາ 129​ວ່າດ້ວຍການປອມແປງເງິນ ຫລື​ ການໃຊ້ເງິນປອມ ໄດ້ລະບຸວ່າ: ບຸກຄົນໃດຫາກໃຊ້ເຄື່ອງພີມ ຫລື​ໃຊ້ວິທີການອື່ນປອມແປງເງິນກີບ,​ເງິນຕາຕ່າງປະເທດ ຫລື​ນຳເງິນປອມຈາກຕ່າງປະເທດມາເຂົ້າມາຈຳຫນ່າຍ,​ຈໍລະຈອນຢູ່ ສາທາລະນະລັດ ປະຊາທິປະໄຕ​ ປະຊາຊົນລາວ​ຈະຖືກລົງໂທດຕັດອິດສາລະພາບແຕ່ 5-15​ປີ​ ແວະຈະຖືກປັບໃໝ ແຕ່​ 50-500​ ​ລ້ານ.

ພາບ-ຂ່າວ: ວັນທຽນ ຄຳທະສິດ.