ສິ່ງຄວນຮູ້ກ່ຽວກັບ ອາຫານເສີມຫຼຸດນໍ້າໜັກ

188

ທຸກມື້ນີ້ເລື່ອງສຸຂະພາບ ແລະ ການຮັກສາຮູບຮ່າງກຳລັງເປັນທີ່ນິຍົມ ເຊິ່ງມີຫຼາກຫຼາຍເຕັກນິກວິທີທີ່ຈະຊ່ວຍຫຼຸດຄວາມຕຸ້ຍໄດ້ ບໍ່ວ່າຈະດ້ວຍການເລືອກກິນອາຫານ, ການອອກກຳລັງກາຍ ຫຼື ການກິນອາຫານເສີມຫຼຸດນ້ຳໜັກທີ່ກຳລັງແຜ່ຫຼາຍໃນປັດຈຸບັນ.

ແຕ່ອາຫານເສີມເຫຼົ່ານັ້ນກໍຄືດາບສອງຄົມທີ່ອາດຈະເຮັດໃຫ້ເຮົາງາມ ແລະ ຈ່ອຍໄດ້ງ່າຍໆ ແຕ່ກັບຖິ້ມສານເຄມີທີ່ເປັນອັນຕະລາຍໄວ້ກັບຮ່າງກາຍ. ດັ່ງນັ້ນ, ກ່ອນຄິດຈະເພິ່ງອາຫານເສີມເຫຼົ່ານີ້ ຄວນຈະສຶກສາຂໍ້ມູນໃຫ້ດີກ່ອນ.

ອາຫານເສີມຫຼຸດນ້ຳໜັກ ບໍ່ວ່າຈະເປັນອາຫານຈຳພວກຖົ່ວຂຽວ ແລະ ສານສະກັດຈາກຕົ້ນກະບອງເພັດ ທີ່ໄປຊ່ວຍດັກຈັບໄຂມັນບໍ່ໄດ້ເປັນການຫຼຸດນ້ຳໜັກທີ່ເປັນອັນຕະລາຍ ແຕ່ຈະດັກຈັບໄຂມັນເຮັດໃຫ້ຮ່າງກາຍຮູ້ສຶກອີ່ມ ແລະ ກິນໄດ້ໜ້ອຍລົງ ເມື່ອກິນໄດ້ໜ້ອຍລົງນ້ຳໜັກກໍຈະຫຼຸດລົງໄປນໍາ ພ້ອມທັງດຶງໄຂມັນທີ່ບໍ່ໃຊ້ອອກມາໃຫ້ໝົດໃນຮູບແບບຂອງເຫື່ອ ແລະ ການຂັບຖ່າຍ. ແຕ່ຮູ້ ຫຼື ບໍວ່າ ອາຫານເສີມນັ້ນຖ້າບໍ່ໄດ້ມາດຕະຖານ ແລະ ກິນຜິດວິທີກໍຈະເຮັດໃຫ້ເກີດໂທດຕາມມາຢ່າງຫຼວງຫຼາຍ.

ໂທດຂອງອາຫານເສີມຫຼຸດນ້ຳໜັກ:

1 ເຮັດໃຫ້ເກີດອາການປຸ້ນທ້ອງ, ປວດຮາກ, ຖອກທ້ອງ.

2 ເຮັດໃຫ້ໃຈສັ່ນ, ຫົວໃຈເຕັ້ນໄວ.

3 ເຮັດໃຫ້ເມື່ອຍງ່າຍ, ບໍ່ມີແຮງ.

4 ເຮັດໃຫ້ເກີດການສະສົມຂອງສານເຄມີ.

5 ເຮັດໃຫ້ເປັນພະຍາດມະເຮັງ.

6 ຖ້າອາຫານເສີມທີ່ຜະລິດບໍ່ໄດ້ມາດຕະຖານ ກໍເຮັດໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ ແລະ ຖ້າຮ້າຍແຮງກໍເຖິງຂັ້ນເສຍຊີວິດໄດ້.

ດັ່ງນັ້ນ, ຖ້າຄິດຈະອາໄສອາຫານເສີມຫຼຸດນ້ຳໜັກແບບນີ້ ກໍຄວນຈະສຶກສາຂໍ້ມູນ ແລະ ຄິດໃຫ້ດີກ່ອນ ທາງທີ່ດີການໃຊ້ວິທີທຳມະຊາດຈະຍືນຍາວ ແລະ ບໍ່ເປັນອັນຕະລາຍທີ່ສຸດ ບໍ່ວ່າຈະດ້ວຍການເລືອກກິນອາຫານທີ່ມີປະໂຫຍດ ຫຼື ເລືອກກິນອາຫານທີ່ເນັ້ນກາກໃຍ ລວມໄປເຖິງໝັ່ນອອກກຳລັງກາຍຢູ່ສະໝ່ຳສະເໝີເທົ່ານັ້ນກໍເຮັດໃຫ້ຈ່ອຍແຖມຍັງປອດໄພນໍາອີກ.

( ຂໍ້ມູນຈາກ: heal-thcarethai.com )

[ ຮຽບຮຽງ: ນຸ້ມນິ້ມ ]