ເກີດອັບເຕີຊ໋ອກເພີ່ມຂຶ້ນກວ່າ 70 ຄັ້ງແລ້ວ ເຫດແຜ່ນດິນໄຫວ

131

ຈາກກໍລະນີເກີດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ສປປ ລາວ ໃນເຊົ້າມືດວັນທີ 21 ພະຈິກ 2019 ທີ່ມີສູນກາງທີ່ເມືອງຫົງສາ ແຂວງ ໄຊຍະບູລີ, ນີ້ນັບວ່າເປັນເຫດການປະຫວັດສາດໃນຮອບຫຼາຍປີທີ່ເກີດຂຶ້ນ ເຊິ່ງຕະຫຼອດ 24 ຊົ່ວໂມງຂອງມື້ວານນີ້ ມີອັບເຕີຊ໋ອກ ຈາກແຮງສັ່ນສະເທືອນແຜ່ນດິນໄຫວແລ້ວກວ່າ 70 ຄັ້ງ.

ພາຍຫຼັງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກແຈ້ງການສະບັບທໍາອິດ ໄດ້ເກີດມີການສັ່ນໄຫວຂອງແຜ່ນດິນ ຈຳນວນ 18 ຄັ້ງ ເຊິ່ງຄັ້ງທີ່ຮຸນແຮງກວ່າໝູ່ ແມ່ນຄັ້ງທີ 17 ວັດແທກໄດ້ທີ່ 6,4 ຣິກເຕີ ໃນເວລາ 6:50 ໂມງ. ຫຼັງຈາກນັ້ນ, ກໍ່ມີອັບເຕີຊ໋ອກຕາມມາ 11 ຄັ້ງ ເຊິ່ງຮຸນແຮງສຸດແມ່ນເວລາ 8:00 ໂມງ ວັດແທກໄດ້ 4,8 ຣິກເຕີ ມີຄວາມເລີກຈາກໜ້າດິນ 7 ກິໂລແມັດ ແລະ ອີກຄັ້ງເວລາ 11:00 ໂມງ ວັດໄດ້ 3,8 ຣິກເຕີ ເຊິ່ງຄວາມສັ່ນສະເທືອນຈະຮັບຮູ້ໄດ້ພຽງບັນດາແຂວງພາກເໜືອເທົ່ານັ້ນ.

ມາຮອດຕອນແລງຂອງມື້ວານນີ້ ເວລາ 16:00 ກົມອຸຕຸນິຍົມ ແລະອຸທົກກະສາດໄດ້ອອກແຈ້ງການສະບັບທີ 3 ອີກ ພົບວ່າຍັງມີອັບເຕີຊ໋ອກຕາມມາຕໍ່ເນື່ອງອີກ 4 ຄັ້ງ, ຮຸນແຮງສຸດຄືເວລາ 14:00 ໂມງ ວັດຄວາມແຮງໄດ້ 4,1 ຣິກເຕີ ເລີກລົງຈາກໜ້າດິນ 2 ກິໂລແມັດ.

ຫຼັງຈາກແຈ້ງການສະບັບທີ 3 ໄດ້ເກີດອັບເຕີຊ໋ອກອີກຈຳນວນ 38 ຄັ້ງ ເຊິ່ງຄັ້ງທີ່ມີຄວາມຮຸນແຮງສຸດແມ່ນເວລາ 21:10 ໂມງ ວັດແທກໄດ້ 4,3 ຣິກເຕີ, ຄວາມເລິກຈາກໜ້າດິນ 5 ກິໂລແມັດ ຢູ່ບ້ານ ກີວມ່ວງ, ເມືອງຫົງສາ ແຂວງ ໄຊຍະບູລີ ເຊິ່ງແຮງສັ່ນສະເທືອນດັ່ງກ່າວຈະຮັບຮູ້ໄດ້ພຽງແຂວງພາກ ເໜືອ.

ສະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງມາຍັງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບການເກີດແຜ່ນດິນໄຫວ ແລະ ໃຫ້ສືບຕໍ່ຕິດຕາມຂ່າວສານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນໄລຍະ.