ການສະແດງ The Quiet House ສື່ໃຫ້ເຫັນເຖິງຄວາມງຽບສະຫງົບຈາກການສູນເສຍ

65

ໃນປີ 2019 ອົງການ The Collective Creations ໄດ້ເອົາສິລະປິນຈາກປະເທດໄທ ແລະ ຍີ່ປຸ່ນ ກັບມາສ້າງສັນ ແລະ ພັດທະນາການສະແດງ “ The Quiet House ” ຮຸ່ນທີ 2 ເປັນການສະແດງພາສາກາຍ ໂດຍຮ່ວມກັບສິລະປິນລາວ ໜຸ່ມ ເອເຈ ໂພທິສານ “ AJ Photisan ” ຈາກຄະນະລາວບັ້ງໄຟ ຈັດສະແດງທີ່ນະຄອນຫຼວງວຽງຈັນ.

ທ່ານ ທີຣະວັດ ມຸນວິໄລ ( Teerawat Mulvilai ) ໄດ້ໃຫ້ສໍາພາດວ່າ: ຫຼັງປະສົບ ຄວາມສໍາເລັດຈາກ The Quiet House ເຊິ່ງເປີດການສະແດງໃນເທດສະການບູໂຕນານາຊາດ ທີ່ບາງກອກ ປະເທດໄທ ຄັ້ງທີ 11 ໃນປີ 2016 ໄດ້ຮັບກະແສຕອບຮັບເປັນຢ່າງດີຈາກຜູ້ທີ່ໄດ້ຮັບຊົມ ແລະ ນັກວິຈານ.

ການສະແດງດັ່ງກ່າວໄດ້ເລີ່ມຕົ້ນສ້າງ ແລະ ສະແດງຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບການສະໜັບສະໜູນຈາກສໍານັກງານສິລະປະວັດທະນະທໍາຮ່ວມສະໄໝ ( ປະເທດໄທ ) ພາຍໃຕ້ເທດສະການສິລະປະວັດທະນະທໍາຮ່ວມສະໄໝລຸ່ມແມ່ນໍ້າຂອງ ແລະ ຄະນະລາວບັ້ງໄຟ. ຫຼັງຈາກນັ້ນ, ຈະພັດທະນາການສ້າງ ແລະ ເປີດການສະແດງທີ່ບາງກອກ ປະເທດໄທ ໃນວັນທີ 6 – 8 ທັນວາ 2019 ແລະ ຕໍ່ຍອດໄປເປີດການສະແດງທີ່ ໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 17 ທັນວາ 2019.

ການສະແດງ “ The Quiet House ” ຮຸ່ນທີ 2 “ ເຮືອນທີ່ງຽບສະຫງົບ ” ແມ່ນເລົ່າເລື່ອງກ່ຽວກັບໄພພິບັດທີ່ສະມາຊິກໃນຄອບຄົວໄດ້ເສຍຊີວິດ. ການສະແດງດັ່ງກ່າວໄດ້ຖືກອອກແບບຜ່ານການຮ່ວມມືລະຫວ່າງ ທ່ານ ທີຣະວັດ ມຸນວິໄລ ຈາກຄະນະ B_Floor Theatre ສິລະປະກອນ ປີ 2018 ແລະ ທ່ານ Yoko Kawa-motao ຈາກຄະນະ Shi-nonome Butoh ປະເທດຍີ່ປຸ່ນ.

[ ຂ່າວ: ນຸ້ມນິ້ມ; ຮູບ: ສຸກສະຫວັນ ]