ຫັນຈາກການເຮັດນາມາເຮັດໜອງລ້ຽງປາຂາຍ ລາຍໄດ້ 60 ລ້ານກີບຕໍ່ປີ

162

ການສ້າງລາຍຮັບເຂົ້າຄອບຄົວຖືເປັນສິ່ງທີ່ສໍາຄັນ ແຕ່ວິທີການນັ້ນກໍແລ້ວແຕ່ຕົ້ນທຶນ, ຄວາມອາດສາມາດ ແລະ ເງື່ອນໄຂທ່າແຮງຂອງແຕ່ລະຄອບຄົວ ບວກກັບຄວາມມັກຮັກອາຊີບທີ່ແທ້ຈິງຂອງໃຜລາວ.

ດັ່ງຄອບຄົວຂອງ ທ່ານ ຊຽງຄໍາພອນ ແກ່ນປັນຍາ ປະຊາຊົນບ້ານດອນສະອາດ ເມືອງຫຼາ ແຂວງອຸດົມໄຊ ເປັນຄອບຄົວໜຶ່ງທີ່ຫັນຈາກການເຮັດນາປູກເຂົ້າມາເຮັດໜອງລ້ຽງປາຂາຍ ສ້າງລາຍຮັບເຂົ້າຄອບຄົວສະເລ່ຍ 60 ລ້ານກີບຕໍ່ປີ.

ທ່ານ ຊຽງຄໍາພອນ ແກ່ນປັນຍາ ໃຫ້ຮູ້ວ່າ: ກ່ອນໜ້ານີ້ຕົນເອງໄດ້ເຮັດວຽກປະກອບສ່ວນໃຫ້ແກ່ພັກ – ລັດ ແຕ່ຍ້ອນສະພາບຄອບຄົວຫຍຸ້ງຍາກແມ່ເກີດເຈັບປ່ວຍ ຈຶ່ງໄດ້ລາອອກຈາກວຽກມາຢູ່ເຮືອນເປັນເສົາຫຼັກເບິ່ງແຍງຄອບຄົວ. ສ່ວນຈຸດເລີ່ມຕົ້ນຂອງການຫັນປ່ຽນຈາກທົ່ງນາມາເປັນໜອງປານັ້ນ ແມ່ນຍ້ອນເຂດດັ່ງກ່າວນີ້ແຕ່ກ່ອນເປັນນາຫ້ວຍທີ່ປູກເຂົ້າຍາກ, ໃນການເຮັດນາປີໜຶ່ງກ່ອນຈະໄດ້ເຂົ້າແມ່ນຕ້ອງໄດ້ຈ້າງແຮງງານເປັນຈໍານວນຫຼາຍເພື່ອບຸກເບີກຂຸດດິນ ເນື່ອງຈາກນໍາໃຊ້ຄວາຍໄຖນາກໍບໍ່ໄດ້, ນໍາໃຊ້ລົດຈົກ, ລົດໄຖກໍບໍ່ໄດ້ ຮອດເວລາເກັບກ່ຽວໄດ້ເຂົ້າຫຼາຍສຸດພຽງ 20 ເປົາ, ຍ້ອນແນວນັ້ນຈຶ່ງໄດ້ຄົ້ນຄິດຫາວິທີທາງນໍາໃຊ້ດິນດັ່ງກ່າວ ເຮັດອາຊີບອື່ນເພື່ອຫາເງິນຊື້ເຂົ້າກິນຈະດີ ກວ່າ ເຊິ່ງຄໍາຕອບທີ່ໄດ້ແມ່ນການເຮັດໜອງປາ.

ຫຼັງຈາກນັ້ນ, ຈຶ່ງຕັດສິນໃຈເລີ່ມລົງມືເຮັດດ້ວຍການຈ້າງແຮງງານຄົນມາຂຸດເປັນໜອງ ເລີ່ມຕົ້ນຈາກໜອງຂະໜາດນ້ອຍ 5 ໜອງ, ໃນເບື້ອງຕົ້ນຫຼັງຂຸດສໍາເລັດນໍ້າໃນໜອງບົກແຫ້ງ ເຮັດໃຫ້ສາມາດນໍາເອົາລົດຈົກລົງໄດ້ ແລະ ປັບໄປຕາມສະພາບ, ແຕ່ກໍຍັງບໍ່ໄດ້ສົມບູນແບບຈຶ່ງນໍາລົດຈົກລົງອີກເປັນຄັ້ງທີສາມຈຶ່ງໄດ້ໜອງປາຕາມທີ່ຕ້ອງການ, ແຕ່ກໍຍັງເປັນຂະໜາດນ້ອຍຢູ່ ໂດຍລົງທຶນໄປທັງໝົດ 72 ລ້ານກີບ ໃນປີ 2001.

ຈາກປະສົບການຕົວຈິງທັງລ້ຽງ, ທັງຖອດຖອນບົດຮຽນ ແລະ ປັບປຸງໜອງໄປພ້ອມ ຈົນມາຮອດລະຫວ່າງປີ 2016 – 2017 ຈຶ່ງລົງທຶນໃສ່ການລ້ຽງແບບເປັນສິນຄ້າຢ່າງເຕັມຕົວ ຂະຫຍາຍເປັນໜອງຂະໜາດໃຫຍ່ຂຶ້ນເທົ່າຕົວ, ສາມາດສ້າງລາຍຮັບໂດຍສະເລ່ຍບໍ່ຕໍ່າກວ່າ 60 ລ້ານກີບຕໍ່ປີ. ນອກຈາກນີ້, ຍັງລ້ຽງສັດຊະນິດອື່ນອີກ ເປັນຕົ້ນແມ່ນໄກ່ ແລະ ໝູ ພ້ອມທັງແລ່ນລົດໂດຍສານເຮັດເປັນອາຊີບເສີມເພື່ອສ້າງເສດຖະກິດຄອບຄົວເພີ່ມຕື່ມ, “ ທ່ານ ຊຽງຄໍາພອນ ” ກ່າວ.

ສຸດທ້າຍເມື່ອຖາມເຖິງຄວາມສໍາຄັນຂອງການປະກອບທຸລະກິດນີ້ ທ່ານ ຊຽງຄໍາພອນ ແກ່ນປັນຍາ ກ່າວວ່າ: ຫາກຕົນເອງບໍ່ເຮັດທຸລະກິດໂຕນີ້ ກໍຄົງຈະບໍ່ສາມາດສົ່ງລູກຮຽນຈົນຈົບ, ມີວຽກເຮັດງານທໍາທີ່ດີ ແລະ ສ້າງຖານະຄອບຄົວໃຫ້ພົ້ນທຸກມີຢູ່ມີກິນໄດ້. ແຕ່ເຖິງຢ່າງໃດກໍຕາມ, ຍັງຈະສືບຕໍ່ຂະຫຍາຍພ້ອມປັບປຸງໜອງປາໃຫ້ດີຂຶ້ນ.

( ໂດຍ: ເອຢິບ )

( ຂໍ້ມູນ: ສະຖານີວິທະຍຸໂທລະພາບອຸດົມໄຊ )