ສານຈະກວດກາເຄັ່ງຄັດການເຮັດວຽກຂອງຜູ້ພິພາກສາ

89

ກອງປະຊຸມສະພາແຫ່ງຊາດໃນຄາບບ່າຍຂອງວັນທີ 21 ພະຈິກ 2019 ທີ່ປະຊຸມໄດ້ຮັບຟັງຄຳຊີ້ແຈງຈາກ ປະທານສານປະຊາຊົນສູງສຸດ ພາຍຫຼັງໄດ້ລາຍງານຜົນການເຮັດວຽກໃນໜຶ່ງປີຜ່ານມາ ເມື່ອວັນທີ 20 ພະຈິກ ແລະ ມີຄຳຖາມຕາມມາຫຼວງຫຼາຍຈາກບັນດາສະມາຊິກສະພາແຫ່ງຊາດ ເປັນຕົ້ນຄວາມບໍ່ເຊື່ອໝັ້ນຂອງປະຊາຊົນຕໍ່ການຕັດສິນຄະດີຂອງສານ, ຄະດີວົກໄປວົນມາບໍ່ສິ້ນສຸດ ແລະ ການລ້ຳລວຍຜິດປົກກະຕິຂອງຜູ້ພິພາກສາ.

ຕໍ່ບັນດາຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນຊີ້ແຈງວ່າ: ໃນປີຜ່ານມາສານປະຊາຊົນສູງສຸດໄດ້ຄົ້ນຄວ້າຊອກຫາສາເຫດບັນຫາກ່ຽວກັນການຕັດສິນທີ່ບໍ່ຖືກຕ້ອງ ແລະ ບໍ່ເປັນທຳຈາກການຕີລາຄາແລ້ວ ມີ  7 ບັນຫາໃຫຍ່ ດັ່ງນີ້:

1 ຜູ້ພິພາກສາ, ຜູ້ຊ່ວຍພິພາກສາຈາກສານ ຫຼື ພະນັກງານວິຊາການທີ່ຮັບຜິດຊອບຄະດີນັ້ນ ຍັງມີຄວາມຮູ້, ຄວາມສາມາດຄວາມຊຳນານອາວຸໂສບໍ່ພຽງພໍ.

2 ຄວາມຮັບຜິດຊອບຂອງຄະນະຜູ້ພິພາກສາຍັງບໍ່ທັນສູງພໍ, ການຄົ້ນຄວ້າຮັບຜິດຊອບຄະດີບໍ່ໄດ້ລົງໄປເບິ່ງຕົວຈິງໃນຂອດການເກັບກຳຂໍ້ມູນຫຼັກຖານ ເພື່ອຄວາມຊັດເຈນ ເວົ້າລວມຍັງຂາດນ້ຳໃຈຮັບຜິດຊອບ, ຜູ້ພິພາກສາຕ້ອງນຳຫຼັກຖານໃຫ້ຄົບຖ້ວນກ່ອນການຕັດສິນຄະດີ.

3 ໃນຂະບວນການດຳເນີນຄະດີ, ການໂຕ້ແຍ້ງຄະດີ ແລະ ໂຕ້ຖຽງໃນການເປີດປະຊຸມສານບໍ່ເລິກເຊິ່ງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຜ່ານມາມີຫຼາຍຄະດີທີ່ສານໄດ້ວິນິດໄສຕັດສິນໄປແລ້ວແຕ່ຄູ່ຄວາມປະຕິເສດ.

4 ມີບາງຄະດີມີຄວາມບໍ່ໂປ່ງໃສ ຈາກການສັງເກດຖ້າຄະດີໃດມີຜົນປະໂຫຍດເຂົ້າມາກ່ຽວຂ້ອງຈະຫາຄວາມຖືກຕ້ອງເປັນທຳໄດ້ຍາກ.

5 ຄູ່ຄວາມບໍ່ໃຫ້ຄວາມຮ່ວມມືຕໍ່ຜູ້ພິພາກສາ ຖ້າຄູ່ຄວາມໃດຕັ້ງບັນຫາຂຶ້ນມາວ່າຕົນເອງຕ້ອງຊະນະ ເຖິງສານຕັດສິນຄູ່ຄວາມກໍບໍ່ຍອມຮັບ. ນອກຈາກນີ້, ຜູ້ພິພາກສາກໍຖືກຄ້ານຕົວ.

6 ການປະສານສົມທົບລະຫວ່າງເຈົ້າໜ້າທີ່ຕຳຫຼວດ, ໄອຍະການບໍ່ທັນລົງຕົວ.

7 ຂອບຂອງກົດໝາຍເຮັດໃຫ້ການຕັດສິນມີຄວາມຫຍຸ້ງຍາກ, ສປປ ລາວເຮົາຍັງບໍ່ທັນມີຈຸດສິ້ນສຸດຂອງຄະດີ, ຫຼາຍຄະດີຮອດສານຂັ້ນລົບລ້າງແລ້ວຍັງໄປຕໍ່ໄດ້ອີກ ຈຸດນີ້ຕ້ອງປັບປຸງນິຕິກຳຕໍ່.

ທ່ານປະທານສານປະຊາຊົນສູງສຸຸດ ກ່າວວ່າ: ຄຳຄິດເຫັນທັງໝົດທີ່ບັນດາສະມາຊິກສະພາແຫ່ງຊາດສ່ອງແສງມາລ້ວນແມ່ນຄວາມຈິງ ແລະ ສານປະຊາຊົນສູງສຸດໄດ້ຖືເປັນວຽກງານໃຈກາງ ແລະ ວຽກງານຕົ້ນຕໍຕະຫຼອດມາ. ແນວໃດກໍຕາມ, ເພື່ອສຸມໃສ່ແກ້ວຽກງານດັ່ງກ່າວນັ້ນ ທັງຮັບປະກັນການແກ້ໄຂຄະດີໃຫ້ໄດ້ສອງດ້ານໃຫຍ່; ອັນໜຶ່ງແມ່ນໃຫ້ມີຄວາມວ່ອງໄວ ແລະ ຕັດສິນຢ່າງມີຄຸນນະພາບຍຸຕິທຳ, ຕ້ອງໄດ້ແກ້ທັງການກວດກາລະຫວ່າງສານຂັ້ນລຸ່ມ ແລະ ຂັ້ນເທິງ ລວມໄປເຖິງຜູ້ພິພາກສາ.

ເພື່ອຕ້ານປາກົດການຕ່າງໆທີ່ເກີດຂຶ້ນ, ທ່ານ ຄຳພາ ແສງດາຣາ ກ່າວວ່າ: ສານປະຊາຊົນສູງສຸດຈະໄດ້ແຕ່ງຕັ້ງຄະນະຕິດຕາມກວດກາຜູ້ພິພາກສາ ຜູ້ເຊິ່ງຈັບສຳນວນຄະດີໃຫ້ມີຈັນຍາບັນ – ຈັນຍາທຳ, ມີຄຸນທາດການເມືອງທີ່ໜັກແໜ້ນ, ເຮັດວຽກໃຫ້ມີຄວາມເປັນກາງ, ຮັບປະກັນຄວາມໂປ່ງໃສໃຫ້ທຸກຝ່າຍ ເພື່ອຄວາມເຊື່ອໝັ້ນແກ່ປະຊາຊົນຕໍ່ການເຮັດວຽກຂອງສານປະຊາຊົນບໍ່ພຽງເທົ່ານັ້ນ ສານຂັ້ນເທິງຕ້ອງເຮັດໜ້າທີ່ຕິດຕາມກວດກາການເຮັດວຽກຂອງສານຂັ້ນລຸ່ມ ຖ້າຂັ້ນລຸ່ມເຮັດຜິດ ຂັ້ນເທິງຕ້ອງຮັບຜິດຊອບ, ໃຫ້ແຕ່ລະຄະນະສານຖອດຖອນບົດຮຽນການຕັດສິນຄະດີຢ່າງມີແບບແຜນ.