ຮອງນາຍົກ ເນັ້ນໃຫ້ລັດຖະມົນຕີສະຫວັດດີການອາຊຽນ ເອົາໃຈໃສ່ 3 ບັນຫາ

91

ໃນວາລະກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 10 ທີ່ນະຄອນຫຼວງວຽງຈັນ, ທ່ານຮອງນາຍົກ ເນັ້ນໃຫ້ກອງປະຊຸມດັ່ງກ່າວເອົາໃຈໃສ່ 3 ບັນຫາສຳຄັນ ພ້ອມສະເໜີໃຫ້ບັນດາລັດຖະມົນອາຊຽນ ຄົ້ນຄວ້າລະອຽດໃນການກໍານົດເອົາບຸລິມະສິດສໍາຄັນຕ່າງໆເຂົ້າແຜນວຽກ 2021 – 2025.

ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 21 ພະຈິກ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ ການສ້າງຄວາມເຂັ້ມແຂງວຽກງານປົກປ້ອງສັງຄົມສຳລັບເດັກດ້ອຍໂອກາດ ” ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາ ຈາກ 10 ປະເທດອາຊຽນ ແລະ ແຂກຖືກເຊີນທັງຫຼາຍເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນທີ່ ສປປ ລາວ ໄດ້ເປັນເຈົ້າພາບຄັ້ງທຳອິດ ເຊິ່ງຈະໄດ້ປຶກສາຫາລືເພື່ອເພີ່ມທະວີການຮ່ວມມືຮອບດ້ານວຽກງານປົກປ້ອງສັງຄົມ ສຳລັບເດັກດ້ອຍໂອກາດໃນອາຊຽນ ເພື່ອໃຫ້ເຂົາເຈົ້າໄດ້ຮັບການບໍລິການຕາມສິດທິພື້ນຖານທີ່ເດັກຄວນໄດ້ຮັບ ແລະ ເສີມຂະຫຍາຍຂຶ້ນເລື້ອຍໆ. ພ້ອມນັ້ນ, ຈະໄດ້ທົບທວນຄວາມຄືບໜ້າການປະຕິບັດແຜນຍຸດທະສາດຂອງລັດຖະມົນຕີສະຫວັດດີການ ແລະ ການພັດທະນາອາຊຽນ ປີ 2016 – 2020 ແລະ ປຶກສາຫາລືຮັບຮອງເອົາບົດລາຍງານຕ່າງໆ ໂດຍສະເພາະແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການ ແລະ ການພັດທະນາອາຊຽນ ຄັ້ງທີ 15 ແລະ ອາຊຽນບວກສາມ ຄັ້ງທີ 14, ບົດລາຍງານຈາກຄະນະກຳມະການເພື່ອປົກປ້ອງ ແລະ ສົ່ງເສີມສິດທິແມ່ຍິງ ແລະ ເດັກນ້ອຍ ເຊິ່ງຈະໄດ້ແລກປ່ຽນຄຳເຫັນໃນຂະແໜງດັ່ງກ່າວອີກ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດອັນສຳຄັນຂອງບັນດາລັດຖະມົນຕີປະເທດສະມາຊິກອາຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃນໄລຍະຜ່ານມາ, ພ້ອມທັງຢໍ້າໃຫ້ກອງປະຊຸມຕ້ອງເລັ່ງໃສ່ 3 ບັນຫາສຳຄັນ ເຊັ່ນ:

1 ຮັດແໜ້ນວຽກງານປົກປ້ອງສັງຄົມໃຫ້ມີລັກສະນະກວມລວມ, ເທົ່າທຽມກັນ ແລະ ຮັບປະກັນສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຂອງທຸກພາກສ່ວນໃນສັງຄົມ ສະເພາະແມ່ນເດັກດ້ອຍໂອກາດ, ຜູ້ພິການ ແລະ ຜູ້ອາຍຸສູງທີ່ປ່ຽວພອຍ;

2 ຍົກສູງການເຂົ້າເຖິງການບໍລິການ ແລະ ການປົກປ້ອງສັງຄົມໃຫ້ມີຄວາມສະດວກ, ວ່ອງໄວ, ມີຄວາມກຽມພ້ອມ, ຄົບວົງຈອນ, ມີຄຸນນະພາບ, ເທົ່າທຽມກັນ ແລະ ຍືນຍົງ;

3 ເພີ່ມທະວີການພົວພັນຮ່ວມມື ແລະ ລະດົມຂົນຂວາຍທຶນຮອນ, ເຕັກນິກວິຊາການຈາກຄູ່ເຈລະຈາອາຊຽນ, ຄູ່ຮ່ວມມືພາຍນອກ, ອົງການຈັດຕັ້ງສາກົນ ລວມທັງອົງການທີ່ບໍ່ສັງກັດລັດຖະບານ ເພື່ອມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດສູງ.

ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ບັນດາລັດຖະມົນຕີອາຊຽນສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງປະຕິບັດແຜນວຽກ 2016 – 2020 ໃຫ້ມີປະສິດທິພາບກວ່າເກົ່າ, ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມວັດທະນະທຳ – ສັງຄົມ ອາຊຽນ 2025, ຄົ້ນຄວ້າລະອຽດໃນການກໍານົດເອົາບຸລິມະສິດສໍາຄັນຕ່າງໆເຂົ້າແຜນວຽກ 2021 – 2025 ແລະ ສືບຕໍ່ນຳເອົາແຜນງານເສີມສ້າງເຊິ່ງກັນ ແລະ ກັນ 2020 – 2025 ທີ່ໄດ້ຮັບຮອງຜ່ານມາ ທີ່ບາງກອກ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]