ຄັ້ງປະຫວັດສາດ ສປປ ລາວ ກຽມຈັດແລ່ນວຽງຈັນ ມາລາທອນ ນາໆຊາດ ຕົ້ນເດືອນທັນວານີ້

103

ເປັນຄັ້ງປະຫວັດສາດສໍາລັບ ສປປ ລາວ ທີ່ຈະຈັດການແຂ່ງຂັນແບບເຕັມໆຢ່າງ ແລ່ນວຽງຈັນ ມາລາທອນ ໄລຍະ 42 ກິໂລແມັດ, ເຊິ່ງທີ່ຜ່ານມາແມ່ນຈັດພຽງ ຮາຟມາລາທອນ 21 ກິໂລກແມັດ ແລະ ມິນິ ມາລາທອນ 10 ກິໂລແມັດ ຄາດຈະມີນັກກີລາຈາກ 45 ປະເທດເຂົ້າຮ່ວມການແຂ່ງຂັນ.

ພິທີຖະແຫຼງຂ່າວການ ແຂ່ງຂັນກິລາແລ່ນ ວຽງຈັນ ຮາມາລາທອນ ນາໆຊາດ ຄັ້ງທຳອິດ ປະຈຳປີ 2019 ໄດ້ມີຂຶ້ນ ໃນຕອນບ່າຍວັນທີ 21 ພະຈິກ ຜ່ານມາ ທີ່ໂຮງແຮມຄາວພຣາຊ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ, ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນ ເພື່ອເປັນການສົ່ງເສີມການອອກກຳລັງກາຍ ເພື່ອສຸຂະພາບ ແລະ ມິດຕະພາບ ລະຫວ່າງນັກກິລາແລ່ນດ້ວຍກັນ ນອກນັ້ນ ຍັງເປັນການສົ່ງເສີມການທ່ອງທ່ຽວລາວ ໃຫ້ມີຄວາມຄືກຄັື້ນ ຜ່ານກິດຈະກຳນີ້.

ສໍາລັບ ລາຍການນີ້ ຄາດຄະເນວ່າຈະມີນັກກິລາເຂົ້າຮ່ວມ 4.300 ຄົນ ເຊິ່ງຈະມີການຊີງໄຊກັນທັງໝົດ 4 ໄລຍະທາງ ປະກອບມີ 42 ກິໂລແມັດ ມີ 300 ຄົນ, 21 ກິໂລແມັດ ມີ 700 ຄົນ, 10 ກິໂລແມັດ ມີ 2.500 ຄົນ ແລະ 5 ກິໂລແມັດ ມີ 800 ຄົນ.

ສ່ວນ ນັກກີລາ ປະເພດ 42 ກິໂລແມັດ, 21 ກິໂລແມັດ ແລະ 10 ກິໂລແມັດ ຖ້າເຂົ້າເສັ້ນໄຊຕາມທີ່ກຳນົດໄວ້ ຈະໄດ້ຮັບຫຼຽນ ແລະ ໃບຢັ້ງຢືນ ລາຍການດັ່ງກ່າວ ກຳນົດປະເພດໄລຍະທາງ 42 ກິໂລແມັດ ເລີ່ມປ່ອຍຕົວ 3:00 ໂມງຕອນເຊົ້າ, 21 ກິໂລແມັດ ປ່ອຍຕົວ 5:00 ໂມງເຊົ້າ, 10 ກິໂລແມັດ 5:30 ໂມງເຊົ້າ ແລະ 5 ກິໂລແມັດ ປ່ອຍຕົວນັກກິລາ 6:00 ໂມງເຊົ້າ ການແຂ່ງຂັນແມ່ນຈະເລີ່ມຈຸດເສັ້ນໄຊ ທີ່ບໍລິເວນປະຕູໂຂງເດີ່ນທາດຫຼວງ.