ຫຼ້ານ້ອຍ ແກ້ວພູວົງ ນາງສາວແຟຣນຊິບ ມໍ ຄົນທໍາອິດ ຂອງແຂວງຈຳປາສັກ

55

ຈົບລົງໄປແລ້ວສໍາລັບອີກໜຶ່ງເວທີກໍຄືການປະກວດນາງສາວແຟຣນຊິບ ມໍ (Miss Friendship mall 2019) ຮອບຕັດສິນ ໃນຄໍ່າຄືນຂອງວັນທີ 19 ພະຈິກ 2019 ທີ່ນະຄອນປາກເຊ ແຂວງຈໍາປາສັກ, ມີຄະນະຮັບຜິດຊອບໂຄງການປະກວດນາງສາວ,ຄະນະກໍາມະການ, ນ້ອງນາງສາວ ແລະ ມວນຊົນເຂົ້າຮ່ວມ.

ໂດຍໄດ້ສາວງາມຈໍານວນ 18 ນາງສາວຮ່ວມປະກວດ ແຕ່ລະນາງສາວໄດ້ເລີ່ມຕົ້ນດ້ວຍການເດີນແບບດ້ວຍຊຸດຊົງລາວ, ຊຸດລາຕີສາກົນ, ແນະນໍາຕົວ ພ້ອມສະແດງຄວາມສາມາດຂອງຕົນ ໃນການຕອບຄໍາຖາມເທິງເວທີ ຜ່ານສາຍຕາກຳມະການ, ສື່ມວນຊົນ ແລະ ມວນຊົນທີ່ມາຮ່ວມເຊຍ

ການປະກວດ ນາງສາວແຟຣນຊິບ ມໍ (Miss Friendship mall 2019 ) ຈັດຂຶ້ນເປັນປີທໍາອິດ, ຄັ້ງທໍາອິດ ເຊິ່ງຜູ້ທີ່ຄອງມົງກຸດ, ໄດ້ຮັບຊະນະເລີດແມ່ນໝາຍເລກ F20 ນາງ ຫຼ້ານ້ອຍ ແກ້ວພູວົງ.

ຫຼ້ານ້ອຍ ແກ້ວພູວົງ ອາຍຸ 18 ປີ ຮຽນຢູ່ ມສ ຂົວຕະພານ, ພ້ອມທັງໄດ້ຮັບລາງວັນຂວັນໃຈຊ່າງພາບ,

ສ່ວນລາງວັນທີ 2 ແມ່ນ ນາງ ດາວພາສຸກ ຈັນທະວົງ ໝາຍເລກ F 18, ແລະ ລາງວັນທີ 3 ນາງ ອານັດດາ ວົງແພງຄໍາ ໝາຍເລກ F 12.

ທ່ານ ນາງ ເພັດສະໄໝ ແສງອາລຸນ ປະທານສະມາຄົມນັດທຸລະກິດແມ່ຍິງແຂວງຈໍາປາສັກ ກ່າວວ່າ: ງານນີ້ເກີດຂຶ້ນໄດ້ດ້ວຍການຮ່ວມມືຂອງຫຼາຍພາກສ່ວນຫົວໜ່ວຍທຸລະກິດດ້ວຍກັນ, ອົງການຈັດຕັ້ງພັກ,ລັດ ແລະ ສັງຄົມ.

ຈຸດປະສົງຂອງການຈັດງານປະກວດ ແມ່ນເພື່ອສົ່ງເສີມແມ່ຍິງລາວ ໂດຍສະເພາະພາຍໃນທ້ອງຖິ່ນ ແຂວງຈໍາປາສັກໃຫ້ມີຄວາມສາມາດກ້າສະແດງອອກຄຽງຄູ່ກັບຄວາມງາມ ແລະ ສ້າງພື້ນຖານເງື່ອນໄຂຮອງຮັບໃຫ້ແກ່ການປະກວດລະດັບຊາດ, ລະດັບພາກພື້ນ ແລະ ສາກົນໃນອະນາຄົດ.

.

.

.

.