ແຮງສັນສະເທືອນ ຍັງຕາມມາຕິດໆ ເຫດແຜນດິນໄຫວທີ່ຫົງສາ,

170

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການກ່ຽວກັບການເກີດເຫດການແຜ່ນດິນໄຫວ ເລກທີ 1661 ລົງວັນທີ 21 ພະຈິກ 2019 ສະບັບທີ 1 ໂດຍໃຫ້ຮູ້ວ່າ: ໃນວັນທີ 21 ພະຈິກ 2019 ເກີດມີສະພາບແຜ່ນດິນໄຫວໃນຂອບເຂດ ສປປ ລາວ ຈໍານວນ 18 ຄັ້ງ, ເຊິ່ງຄັ້ງທີ 2 ມີຄວາມແຮງ 5,9 ຣິກເຕີ ໃນເວລາ 4:03 ໂມງ, ຄັ້ງທີ 17 ມີຄວາມແຮງ 6,4ຣິກເຕີ ເວລາ 6:50 ໂມງ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ແລະ ຮູ້ສຶກສັ່ນສະເທືອນ ໃນບັນດາແຂວງພາກເໜືອ ຈົນເຖິງນະຄອນຫຼວງວຽງຈັນ.

ຫຼັງຈາກນັ້ນ ໃນວັນດຽວກັນ ກໍ່ມີແຈ້ງການສະບັບທີ 2 ເລກທີ 1671 ກ່ຽວກັບເຫດການດັ່ງກ່າວ ໂດຍໃຫ້ຮູ້ວ່າ: ຫຼັງຈາກແຈ້ງການສະພາບແຜ່ນດິນໄຫວ ສະບັບທີ 1 ມາຮອດປັດຈຸບັນເກີດຂຶ້ນອີກ 11ຄັ້ງ, ເຊິ່ງຄັ້ງທີ່ມີຄວາມຮຸນແຮງສູງສຸດແມ່ນເວລາ 8ໂມງ ວັດແທກໄດ້ 4,8 ຣິກເຕີ, ຄວາມເລິກ 7ກິໂລແມັດ ແລະ ຄັ້ງສຸດທ້າຍໃນເວລາ 10:30ໂມງ ວັດແທກໄດ້ 3,6ຣິກເຕີ ຄວາມເລິກ 6 ກິໂລແມັດ ຢູ່ເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຮູ້ສຶກສັ່ນສະເທືອນ ໃນບັນດາແຂວງພາກເໜືອ.

ຕໍ່ມາ ເວລາປະມານ 16:00ໂມງ ກົມກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການສະບັບທີ 3 ເລກທີ 1674/ກອຕທ ລົງວັນທີ21 ພະຈິກ 2019 ໂດຍລະບຸວ່າ:ຫຼັງຈາກແຈ້ງການສະພາບແຜ່ນດິນໄຫວ ສະບັບທີ 2 ແມ່ນມີສະພາບແຜນດິນໄຫວເກີດຂຶ້ນອີກ 4 ຄັ້ງ ເຊິ່ງມີຄວາມແຮງສູງສູດເວລາ14ໂມງ  ວັດແທກໄດ້4,1 ຣິກເຕີ  ຄວາມເລິກ 2 ກິໂລແມັດ ຢູ່ບ້ານພະລານ ເມືອງຫົງສາ ແຂວງໄຊຍະບູລີ.