“ແກ້ວປັນຍາ” ປະກາດເປັນໂຮງຮຽນແຫ່ງທຳອິດໃນລາວ ທີ່ປອດຈອກ-ທໍ່ດູດພລາສຕິກ

130

ທ່ານ ຄໍາແກ້ວ ອຸນນານົງນຸດ ເປັນອໍານວຍການໂຮງຮຽນ ຜູ້ທີ່ມີແນວຄິດລິເລີ່ມທີ່ດີໃນການຢາກເຫັນສິ່ງແວດລ້ອມສວຍງາມ, ໜ້າຢູ່ຄູ່ຄົນເຮົາໄປຕະຫຼອດຈຶ່ງໄດ້ມີວິໄສທັດ ແນວຄິດໃນການປູກຈິດສໍານຶກ ແລະ ຝຶກວິໄນໃຫ້ແກ່ນ້ອງໆ ນັກຮຽນ ແລະ ຄູອາຈານ ໃນໂຮງຮຽນ ໃນການປະກອບສ່ວນຮັກສາສິ່ງແວດລ້ອມ ບໍ່ວ່າຈະເປັນການເກັບກະຕຸກທີ່ໃຊ້ແລ້ວມາປະດິດເປັນສິ່ງຕ່າງ ໂດຍເລີ່ມທົດລອງ ໃຫ້ນັກຮຽນ ເອົາວັດຖຸ (ໄມ້ໄຜ່) ທີ່ມີຈາກທໍາມະຊາດມາຜະລິດເປັນຈອກ ແລະ ທໍ່ດູດ ແທນພລາສຕິກ.

ຫຼ້າສຸດ, ວັນທີ 21 ພະຈິກ 2019 ນີ້, ໂຮງຮຽນແກ້ວປັນຍາ ກໍ່ໄດ້ຈັດພິທີປະກາດເປັນໂຮງຮຽນ “ປະສະຈາກຈອກ ແລະ ທໍ່ດູດຢາງ”(Zero Plastic Cup and Straw) ແຫ່ງທໍາອິດຂອງລາວ. ໂດຍການເຂົ້າຮ່ວມຂອງທ່ານ ເຈົ້າເມືອງໆຊຳເໜືອ, ຮອງຫົວໜ້າ ອົງການພັດທະນາຄຸ້ມຄອງຕົວເມືອງ (ອພບຕ), ມີຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຮອງຫົວໜ້າສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

ເຊິ່ງຈຸດປະສົງ ກໍ່ເພື່ອເປັນການສົ່ງເສີມໃຫ້ນ້ອງນັກຮຽນ ແລະ ຄູອາຈານ ພາຍໃນໂຮງຮຽນເອົາໃຈໃສ່ຮັກສາສິ່ງແວດລ້ອມ ຫຼຸດການນຳໃຊ້ພລາສຕິກພາຍໃນໂຮງຮຽນ. ນອກນັ້ນ, ຍັງໝູນໃຊ້ສິ່ງເສດເຫຼືອຈາກພລາສຕິກ ນໍາມາປະດິດເປັນສິ່ງຕ່າງໆ ເພື່ອນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດອີກດ້ວຍ.