ອາກາດຈະເຢັນຕອນກາງຄືນ-ຕອນເຊົ້າໃນແຕ່ລະພາກ, ສ່ວນຕອນບ່າຍ ອາກາດຮ້ອນ

199

ພະຍາກອນອາກາດປະຈໍາວັນທີ 21 ພະຈິກ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນໃນໄລຍະຕອນບ່າຍອາກາດຍັງຈະຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.


ຂະນະທີ່, ສະພາບອກາດມື້ນີ້ໜາວໝູ່ແມ່ນ ປາກຊ່ອງ ວັດແທກໄດ້ 9 ອົງສາ; ຮອງລົງມາແມ່ນ ໄຊສົມບູນ, ນິຄົມ34 ອຸນຫະພູມຢູ່ທີ່ 10 ອົງສາ; ຖັດລົງມາແມ່ນ ຊຽງຂວາງ, ເມືອງ ສິງ ອຸນຫະພູມວັດແທກໄດ້ 12 ອົງສາ; ຊຳເໜືອ ວັດແທກໄດ້ທີ 13 ອົງສາ. ສ່ວນຜົ້ງສາລີ, ວຽງໄຊ ແລະ ເມືອງ ວຽງທອງ ອຸນຫະພູມວັດແທກໄດ້ 14 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອຸຫະພູມຢູ່ທີ່ 21 ອົງສາ.


ເຊິ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດໃນແຕ່ລະພາກດັ່ງນີ້: ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 12-25 ອົງສາ.


ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈພມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.


ພາກກາງ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໃນຕອນບ່າຍ ອາກາດຍັງຈະຮ້ອນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-32 ອົງສາ. ສຳລັບແຂວງ ໄຊສົມບູນ ອາກາດໜາວເຢັນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-26 ອົງສາ. ສະເພາະນະຄອນຫຼວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີໝໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມຈະມີລົມພັດແຮງເປັນບາງໂອາກາດ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.


ພາກໃຕ້: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງຈະຮ້ອນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-32 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດຍັງໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 9-24 ອົງສາ.