ບໍລິສັດຍານຍົນເຢຍລະມັນ “ຄອນທິເນັນທັລ” ຈະເຊົາຈ້າງພະນັກງານ ເພີ່ມອີກ 5.500 ຄົນ

62

ຄອນທິເນັນທັລ ບໍລິສັດຜະລິດຊິ້ນສ່ວນລົດລາຍໃຫຍ່ຂອງໃນໂລກ ຂອງປະເທດເຢຍລະມັນ ປະກາດເຊົາຈ້າງພະນັກງານ 5.500 ຄົນ ພາຍໃນປີ 2028 ອີງຕາມແຜນການຫຼຸດລາຍຈ່າຍຄັ້ງໃຫຍ່ ເພື່ອຜະເຊີນ ກັບສະພາບການເສດຖະກິດໂລກ ແລະ ຄວາມຕ້ອງການເຄື່ອງຈັກຍານຍົນລະບົບເຜົາໄໝ້ພາຍໃນຫຼຸດລົງ.

ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງແຟຣັງເຟີດ ປະເທດເຢຍລະມັນ ເມື່ອວັນພຸດ ທີ 20 ພະຈິກວ່າ ທ່ານ ເອລມາຣ໌ ເດເກນຮາດ (Elmar Walter Degenhart) ປະທານເຈົ້າໜ້າທີ່ບໍລິຫານ (CEO) ບໍລິສັດຄອນທິເນັນທັລ (Continental) ໄດ້ກ່າວໃນຖະແຫຼງການ ເມື່ອວັນພຸດ ວ່າ ແຜນການເຊົາຈ້າງພະນັກງານຄັ້ງໃໝ່ ຈະສົ່ງຜົນກະທົບຕໍ່ສາຂາບໍລິສັດໃນປະເທດເຢຍລະມັນ, ອິຕາລີ ແລະ ສະຫະລັດອາເມຣິກາ ການເຊົາຈ້າງພະນັກງານຈະຊ່ວຍສະໜັບສະໜູນ ຄວາມຈຳເປັນເລັ່ງດ່ວນຂອງບໍລິສັດ ໃນການປັບປ່ຽນເທັກໂນໂລຢີ ລວມທັງຈະຊ່ວຍຍົກລະດັບສັກກະຍະພາບດ້ານການແຂ່ງຂັນ ແລະ ຄວາມໝັ້ນຄົງໃນອະນາຄົດ.

ບໍລິສັດຄອນທິເນັນທັລ ຕັ້ງເປົ້າໝາຍທີ່ຈະປະຢັດລາຍຈ່າຍ ປີລະ 500 ລ້ານເອີໂຣ (ປະມານ 4.8 ພັນຕື້ກີບ) ນັບຕັ້ງແຕ່ປີ 2023.ການເຄື່ອນໄຫວຂອງຄອນທິເນັນທັລ ເກີດຂື້ນ ຂະນະທີ່ອຸດສາຫະກຳຍານຍົນຊັ້ນນຳຂອງເຢຍລະມັນ ເຊິ່ງມີພະນັກງານລວມກັນ ປະມານ 800.000 ຄົນ ກຳລັງໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງທາງການຄ້າໂລກ, ຂໍ້ຈຳກັດການໃນການປ່ອຍອາຍພິດທີ່ເຂັ້ມງວດ ລວມໄປເຖິງການຜັນປ່ຽນໄປໃຊ້ລົດພະລັງງານໄຟຟ້າ ແລະ ລະບົບອັດຕະໂນມັດ ທີ່ໃຊ້ຕົ້ນທຶນສູງ.

ໃນຖະແຫຼງການຂອງຄອນທິເນັນທັລ ຈະປິດໂຮງງານໃນເມືອງໂຣດິງ ປະເທດເຢຍລະມັນ ແລະ ທີ່ເມືອງນິວພອດ ນິວສ໌ ລັດເວີຈິເນຍ ປະເທດສະຫະລັດ ໃນປີ 2024 ເນື່ອງຈາກຈະເຊົາຜະລິດສ່ວນໄຮໂດຼລິກ ສຳລັບເຄື່ອງຈັກແອັດຊັງ ແລະ ກາຊວນ ການປິດໂຮງງານຕາມແຜນຈະເຮັດໃຫ້ມີພະນັກງານຕົກວຽກ 520 ຕຳແໜ່ງ ທີ່ເມືອງໂຣດິງ ແລະ 720 ຄົນ ໃນລັດເວີຈິເນຍ.

ພາຍໃນປີ 2025 ບໍລິສັດຄອນທິເນັນທັລ ຈະເຊົາຈ້າງພະນັກງານອີກ 1.800 ຄົນ ທີ່ໂຮງງານໃນເມືອງບາເບນເຮົາເຊັນ ໃນປະເທດເຢຍລະມັນ ແລະ ອີກ 750 ຄົນ ໃນປີ 2028 ທີ່ໂຮງງານໃນເມືອງປິຊາ ປະເທດອິຕາລີ ຕໍ່ດ້ວຍ 850 ທີ່ໂຮງງານ ໃນເມືອງລິມບາຕ-ໂອເບີຟຼໍນາ ໃນເຢຍລະມັນ.

ແຜນການເຊົາຈ້າງພະນັກງານ ຕາມປະກາດຫຼ້າສຸດ ເປັນການປົດເພີ່ມຂື້ນຈາກທີ່ເຄີຍປະກາດ ເມື່ອເດືອນກັນຍາ ເຊິ່ງເຊົາຈ້າງພະນັກງານ 650 ຄົນ ຢູ່ໂຮງງານແຫ່ງໜຶ່ງ ໃນລັດນັອດແຄໂຣໄລນາ ສະຫະລັດອາເມຣິກາ ແລະ ອີກ 270 ຄົນ ທີ່ໂຮງງານ ໃນປະເທດມາເລເຊຍ.

ຄອນທິເນັນທັລ ເຊິ່ງມີການຈ້າງພະນັກງານທົ່ວໂລກ ປະມານ 240.000 ຄົນ ໄດ້ກ່າວຢໍ້າໃນຖະແຫຼງການອີກວ່າ ພະນັກງານຈຳນວນໜຶ່ງຈະຖືກສະເໜີໃຫ້ຍ້າຍຕຳແໜ່ງ ແລະ ພະແນກວຽກພາຍໃນບໍລິສັດ.

ເດືອນຕຸລາ ທີ່ຜ່ານມາ ບໍລິສັດຄອນທິເນັນທັລ ໄດ້ເປີດເຜີຍຜົນປະກອບການຂາດທຶນສຸດທິ 1.990 ລ້ານເອີໂຣ (ປະມານ 19.490 ຕື້ກີບ) ໃນໄຕມາດທີ 3 ຂອງປີ 2019 ແລະ ຄາດວ່າຜົນປະກອບການໝົດປີຈະຂາດທຸນເຊັ່ນກັນ.