ປາກຽວ ກຽມຂຶ້ນຊົກອີກຄັ້ງໃນປີ 2020 ໂດຍມີ 2 ຕົວເລືອກລະດັບແຊັມໂລກ

153

ແມນນີ ປາກຽວ ນັກມວຍແຊັມໂລກຮຸ່ນເວລເຕີເວດ ກຽມຂຶ້ນຊົກອີກຄັ້ງໃນຕົ້ນປີ 2020 ຄາດວ່າ ຄູ່ຊົກໜ້າຈະເປັນ ແດນນີ ກາເຊຍ ຫຼື ໄມກີ ກາເຊຍ ຕາມການລາຍງານຂອງ ອີເອັສພີເອັມ ສື່ທີ່ມີຊື່ສຽງຂອງ ສະຫະລັດອາເມຣິກາ.

ສື່ດັ່ງກ່າວລາຍງານວ່າ ທ່ານ ຊອນ ກິ໋ບບອນສ໌ ປະທານ ເອັມພີ ໂປຣໂມຊັນ ແລະ ທີ່ປຶກສາຄົນສະໜິດຂອງ ປາກຽວ ເປີດເຜີຍວ່າ: ປາກຽວ ທີ່ປັດຈຸບັນກໍາລັງເຮັດໜ້າທີ່ເປັນ ວຸດທິສະພາຂອງ ຟິລິບປິນ ຈະກັບມາຊົກອີກຄັ້ງໃນທ້າຍເດືອນມີນາ ຫຼື ເດືອນເມສາ 2020 ທີ່ສະຫະລັດອາເມຣິກາ ໂດຍລາຍຊື່ຄູ່ແຂ່ງແມ່ນ ແດນນີ ອາເຊຍ ອະດີດແຊັມໂລກຮຸ່ນ ເວລເຕີເວດ ກັບ ຈູເນ່ຍ ເວລເຕີເວດ, ສ່ວນອີກຄົນແມ່ນ ໄມກີ ອາເຊຍ ເຈົ້າຂອງສາຍແອວແຊັມ 4 ຮຸ່ນນໍ້າໜັກ.

ສໍາລັບ ສະຖິຕິຂອງ ແດນນີ ຊະນະ 35 ( ຊະນະນ໊ອກ 21 ) ແລະ ເສຍ 2 ໄຟທ໌, ສ່ວນ ໄມກີ ມີສະຖິຕິຊະນະ 39 ( ຊະນະນ໊ອກ 30 ) ແລະ ເສຍ 1 ໄຟທ໌.