ກະຕໍ້ລາວ ສົ່ງ 2 ລາຍການ ພ້ອມຫວັງຜ່ານເຂົ້າຮອບເລີກ ຊີເກມ ທີ່ຟິລິບປິນ

136

ສະຫະພັນກີລາກະຕໍ້ແຫ່ງຊາດລາວ ພ້ອມຈະສົ່ງທັບນັກກີລາກະຕໍ້ທີມຊາດລາວ ຊຸດທີ່ສ້າງຜົນງານໃນງານມະຫາກຳກີລາເອຊຽນ ເກມ, ງານກີລາຊີເກມ ແລະ ຊຸດຊີງແຊັມໂລກ ຈຳນວນ 24 ຄົນ ສະເພາະນັກກີລາ 17 ຄົນ, ຍິງ 6 ຄົນ ເຂົ້າຮ່ວມລ່າຫຼຽນຄຳ 2 ລາຍການ ປະເພດກະຕໍ້ລອດບ້ວງຍິງ ແລະ ປະເພດທີມຊຸດຊາຍ ໃນງານມະຫາກຳກິລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2019.
ຕາມການໃຫ້ສຳພາດຂອງ ທ່ານ ຈັນໄດ ເພຍເທບ ຫົວໜ້າຄູຝຶກກະຕໍ້ທີມຊາດລາວ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ທັບນັກກີລາກະຕໍ້ທີມຊາດລາວ ຊຸດນີ້ ໄດ້ມີການເກັບຕົວຝຶກຊ້ອມມາແຕ່ຕົ້ນເດືອນກໍລະກົດ ຜ່ານມາ ທີ່ສະໂມສອນກີລາໃນຮົ່ມໂອແລມປາເຊຍ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີນັກກິລາທັງໝົດ 17 ຄົນ, ຍິງ 6 ຄົນ ນັບມາຮອດປັດຈຸບັນນັກກິລາມີຄວາມພ້ອມເກືອບເຕັມຮ້ອຍ ບໍ່ວ່າຈະເປັນທາງດ້ານເທັກນິກ, ທັກສະ ແລະ ຄວາມສາມາດ ຕະຫຼອດຮອດສະພາບຈິດໃຈ ສິ່ງທີ່ຄວນປັບມີແຕ່ແກ້ໄຂທາງດ້ານເຕັກນິກບາງຢ່າງ ກໍຖືວ່າພ້ອມຢ່າງສົມບູນ.

“ ໃນງານມະຫາກໍາກີລາຊີເກມ ປີນີ້ ເຈົ້າພາບ ໄດ້ມີການກໍານົດຊີງໄຊເອົາຫຼຽນຄໍາ ພຽງ 4 ລາຍການ ແລະ ກຳນົດໃຫ້ປະເທດໃນຂົງເຂດອາຊຽນ ສົ່ງນັກກີລາເຂົ້າຮ່ວມໄດ້ພຽງ 2 ລາຍການ ເນື່ອງຈາກກີລາດັ່ງກ່າວ ທາງເຈົ້າພາບ ມີຄວາມຫວັງໜ້ອຍ, ເຊິ່ງເປັນຜົນພວງຕໍ່ການຄອງເຈົ້າຫຼຽນຄໍາ ເຈິ່ງຕັດອອກໃຫ້ມີພຽງ 4 ລາຍການ, ສະນັ້ນ ລາວເຮົາຈຶ່ງສົ່ງພຽງ 2 ລາຍການ ຈາກປະເພດທີມຊຸດຊາຍ ແລະ ກະຕໍ້ລອດບ້ວງຍິງ ທັງສອງລາຍການດັ່ງກ່າວ ໄດ້ຕັ້ງຄວາມຫວັງໄວ້ສູງ ຈະພະຍາຍາມນຳພາທັບນັກກີລາກະຕໍ້ລາວ ຜ່າານເຂົ້າໄປຫຼິ້ນໃນຮອບເລີກໆ ” ຫົວໜ້າຄູຝຶກກະຕໍ້ທີມຊາດລາວ.

ສຳລັບທັບນັກກີລາກະຕໍ້ທີມຊາດລາວຊຸດນີ້ ນຳທັບໂດຍ ທ່ານ ອານຸສອນ ເຄນກິຕິສັກ ເລຂາທິການ ເປັນຫົວໜ້າ, ທ່ານ ນາງ ວິໄລວອນ ແສງຕາ ຄະນະ ເປັນຄະນະ, ນາງ ໂນລີ ຊາມຸນຕີ ຄູຝຶກຍິງ, ທ່ານ ຈັນໃດ ເພຍເທບ ຄູຝຶກຊາຍ, ທ່ານ ສົມໃຈ ແກ້ວປະເສີດ ຄະນະຄູຝຶກ, ທ່ານ ຣົນນາຣົງ ເຈນໄຊຍະພູມີ ຄະນະຄູຝຶກ, ທ່ານ ວິຣາວຸດ ຣັກສະ ເໝີວົງ ຄະນະຄູຝຶກ, ສ່ວນນັກກີລາ ປະກອບມີ ທ້າວ ພິດທະສັນ ບຸນປະເສີດ, ທ້າວ ອາດົງ ຜູ້ມີສິນ, ທ້າວ ກັນຕະນາ ນານທິເສນ, ທ້າວ ໂປ ມາໂສພາ, ທ້າວ ໜຸ່ມ ສຸວັນນະລິດ, ທ້າວ ໂຍທິນ ສົມບັດພູທອນ, ທ້າວ ສົມມະນີລັດ ພະກອນຄໍາ, ທ້າວ ແສງວັນ ບູລົມມະວົງ, ທ້າວ ລັກສະນະໄຊ ບຸນໄພວັນ, ທ້າວ ກອງສີ ຢ່າງ, ທ້າວ ໄຊບັນດິດ ທາດານາບຸດ, ນາງ ກ້ອຍ ໄຊຍະວົງ, ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ພິລາວັນ ຈັນທະສິລິ, ນາງ ດຳດວນ ລັດຕະນະວົງສາ ແລະ ນາງ ແຫຼ້ ອິນທະວົງ ໂດຍກໍານົດອອກເດີນທາງວັນທີ 25 ພະຈິກ 2019.
(ຄໍາສອນ)