ການດື່ມນົມເປັນປະຈຳຊ່ວຍຫຼຸດຜ່ອນຄວາມສ່ຽງພະຍາດຕຸ້ຍໄດ້ແທ້ບໍ່?

191

ນົມເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບ ແລະ ນິຍົມດື່ມກັນທຸກເພດທຸກໄວ ບໍ່ວ່າຈະໄວເດັກນ້ອຍ ຫຼື ໜຸ່ມສາວ ກໍໄດ້ປະໂຫຍດຈາກການດື່ມນົມ ແຕ່ຮູ້ບໍ່ວ່າເຄື່ອງດື່ມຊະນິດນີ້ບໍ່ໄດ້ເຮັດໜ້າທີ່ໃນການເສີມແຄລຊຽມ ແລະ ເພີ່ມວິຕາມິນຕ່າງໆໃຫ້ຮ່າງກາຍພຽງຢ່າງດຽວ ແຕ່ຍັງຊ່ວຍປ້ອງກັນບໍ່ໃຫ້ໜຸ່ມສາວເປັນພະຍາດຕຸ້ຍນໍາອີກ. ເລີ່ມສົງໄສແລ້ວແມ່ນບໍ່ວ່າມັນຊ່ວຍຫຼຸດຄວາມຕຸ້ຍໄດ້ແບບໃດ ເພາະເຄີຍໄດ້ຍິນກັນວ່າດື່ມນົມຫຼາຍໆຈະເຮັດໃຫ້ຕຸ້ຍ ຈຶ່ງຂໍໄຂ ຄວາມກະຈ່າງແຈ້ງມາສະເໜີໃຫ້ລອງອ່ານເບິ່ງແລ້ວຈະຮູ້ວ່າການດື່ມນົມດີກວ່າທີ່ຄິດ.

ການສຶກສາຫຼ້າສຸດຂອງນັກວິທະຍາສາດຄົນອາເມຣິກາ ເປີດເຜີຍວ່າ: ການດື່ມນົມນອກຈາກຈະຊ່ວຍເສີມສ້າງກະດູກແລ້ວຍັງຊ່ວຍປ້ອງກັນການເກີດພະຍາດຕຸ້ຍໄດ້ນຳ ໂດຍການສຶກສານີ້ໄດ້ມີການວິໄຈຈາກການຕອບແບບສອບຖາມຂອງຄົນກວ່າ 7.173 ຄົນ ກ່ຽວກັບພຶດຕິກຳການໃຊ້ຊີວິດ ແລະ ສຸຂະພາບໂດຍລວມ ເຊິ່ງສະແດງໃຫ້ເຫັນວ່າຄົນທີ່ດື່ມນົມຢ່າງໜ້ອຍອາທິດລະ 2 ຈອກ ຈະມີຄວາມສ່ຽງເປັນພະຍາດຕຸ້ຍຕ່ຳກວ່າຜູ້ດື່ມນົມ ຫຼື ກິນຊີ້ນໄກ່ໃນປະລິມານໜ້ອຍ ແລະ ບໍ່ກິນເລີຍ.

ຜະລິດຕະພັນຈາກນົມ ຫຼື ມີນົມເປັນສ່ວນປະສົມ ກໍສາມາດປ້ອງກັນພະຍາດຕຸ້ຍໄດ້ເຊັ່ນກັນ ແລະ ຄວນຈະມີນົມເປັນໜຶ່ງໃນອາຫານທີ່ກິນທຸກມື້ໃນປະລິມານທີ່ພໍດີ. ແຕ່ທີ່ໜ້າສົນໃຈໄປຍິ່ງກວ່ານັ້ນຄືໃນການວິໄຈຍັງສະແດງໃຫ້ເຫັນອີກວ່າ: ຜູ້ທີ່ດື່ມນົມເປັນປະຈຳທຸກມື້ສາມາດຫຼຸດຄວາມສ່ຽງເປັນພະຍາດຕຸ້ຍໄດ້ເຖິງ 37%. ແຕ່ຢ່າງໃດກໍຕາມ, ຜົນການສຶກສານີ້ພົບແຕ່ໃນຜູ້ທີ່ດື່ມນົມໄຂມັນຕ່ຳກວ່າ 3,4% ເທົ່ານັ້ນ.

ສາເຫດທີ່ເຮັດໃຫ້ນົມສາມາດຊ່ວຍປ້ອງກັນພະຍາດຕຸ້ຍໄດ້ມາຈາກສານອາຫານສຳຄັນທີ່ຢູ່ໃນນົມ ຄື: ແຄລຊຽມ ເຊິ່ງແຄລຊຽມມີສ່ວນໃນການຊ່ວຍໃຫ້ລະບົບຕ່າງໆໃນຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບ ລວມທັງຊ່ວຍຄວບຄຸມລະດັບຮໍໂມນໃນຮ່າງກາຍໃຫ້ຢູ່ໃນລະດັບປົກກະຕິ ແລະ ການທີ່ຮ່າງກາຍຂອງເຮົາມີລະດັບຮໍໂມນທີ່ປົກກະຕິກໍເປັນເຫດຜົນສຳຄັນທີ່ເຮັດໃຫ້ເຮົາສາມາດຄວບຄຸມນ້ຳໜັກໃຫ້ຢູ່ໃນລະດັບທີ່ດີຕໍ່ສຸຂະພາບໄດ້.

( ຂໍ້ມູນຈາກ: news.thaipbs.or.th )