ຄວາມຄືບໜ້າການສຳຫຼວດສະຖິຕິກະສິກຳ ສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III

231

ໃນທ້າຍອາທິດຜ່ານມາທີ່ກະຊວງການເງິນ; ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າຂອງການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ໃນປີ 2019 ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃນປີ 2019; ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳ ແລະ ການສຳຫຼວດເສດຖະກິດທົ່ວປະເທດ,ທ່ານ ພວງປະລິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ມີຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳ, ການສຳຫຼວດເສດຖະກິດ, ຫົວໜ້າກົມ-ຮອງຮອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອີງຕາມການລາຍງານຂອງຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳ ທົ່ວປະເທດ ຄັ້ງທີ III ໃນປີ 2019 ມາຮອດປັດຈຸບັນໄດ້ສໍາເລັດຫຼາຍໜ້າວຽກເປັນຕົ້ນ: ດ້ານການຈັດຕັ້ງ, ການກວດແກ້ ແລະ ປ້ອນຂໍ້ມູນການຂຶ້ນບັນຊີ, ສຳເລັດການກວດແກ້ແບບສອບຖາມ, ພາກທຸລະກິດ 100%, ສຳເລັດພາກຄົວເຮືອນ ແລະ ພາກກະສີກຳຢູ່ 2 ແຂວງຄືແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ, ສຳເລັດການປ້ອນຂໍ້ມູນພາກທຸລະກິດ 100%, ໄດ້ສຳເລັດການປັບປຸງຄືນແບບສອບຖາມເພື່ອກະກຽມລົງສຳຫຼວດທົດລອງດ້ານເນື້ອໃນ ແລະ ເພື່ອສະເໜີຄະນະຊີ້ນຳຮັບຮອງເນື້ອໃນແບບສອບຖາມ, ໄດ້ສຳເລັດການປັບປຸງຄືນແບບສອບຖາມເພື່ອກະກຽມລົງສຳຫຼວດທົດລອງດ້ານເນື້ອໃນ ແລະ ເພື່ອສະເໜີ, ສຳເລັດການອອກແບບຮ່າງຕາຕະລາງລາຍງານຜົນການຂື້ນບັນຊີເພື່ອກະກຽມລາຍງານຜົນເບື້ອງຕົ້ນຂອງການຂື້ນບັນຊີ, ສຳເລັດການອອກແບບເນື້ອໃນ ແລະ ຫົວຂໍ້ທີ່ຈະລົງຂ່າວສານ ແລະ ເຜີຍແຜ່ໃນສື່ມວນຊົນຕ່າງໆ, ຮ່ວມເຮັດວຽກກັບກະຊວງຊັບພະຍາກອນ ແລະ ທຳມະຊາດ, ສປ ຈີນ ແລະ ກົມຮ່ວມມືລາວ-ຈີນ ຕໍ່ວຽກງານພັດທະນາຂະແໜງຊັບພະຍາກອນ ແລະ ທຳມະຊາດ, ລົງເລີກປຶກສາຫາລືຄວາມເປັນໄປໄດ້ຂອງການຊ່ວຍເຫຼືອເຂົ້າໃນການສຳຫຼວດສະຖິຕິກະສິກຳ.

ສຳລັບແຜນວຽກຈຸດສຸມໃນທ້າຍປິີ 2019 ສຸມໃສ່ດຳເນິນການກວດແກ້ຂໍ້ມູນພາກກະສີກຳ, ດຳເນີນການປ້ອນຂໍ້ມູນບັນຊີຄົວເຮືອນ ແລະ ຫົວໜ່ວຍການເສດຖະກິດໃຫ້ສຳເລັດ ແລະ ສາມາດຄິດໄລ່ ແລະ ຄັດເລືອກຕົວແທນ ຄົວເຮືອນກະສີກຳໃຫ້ສຳເລັດ ແລະ ອື່ນໆ.


ສ່ວນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃນປີ 2019 ໄດ້ແຕ່ງຕັ້ງ ແລະ ຈັດແບ່ງໜ້າທີ່ຮັບຜິດຊອບໃນແຕ່ລະໜ່ວຍງານ, ໂດຍສະເພາະແມ່ນໜ່ວຍງານອອກແບບ ແລະ ວາງແຜນສຳຫຼວດ, ໄດ້ຄົ້ນຄວ້າ ການຈັດສັນບຸກຄະລາກອນປະກອບເປັນນັກເດີນສຳຫຼວດ ແລະ ນັດກວດກາຈາກບັບດາແຂວງ, ຂະແໜງການໃນຂັ້ນສູນການ ແລະ ທ້ອງຖິິ່ນ, ໃນໄລຍະຜ່ານມາຫ້ອງການສຳຫຼວດໄດ້ສຸມໃສ່ການປະກອບພະນັກງານຈາກບັນດາກົມພາຍໃນສູນສະຖິຕິແຫ່ງຊາດບັນດາຂະແໜງການ ແລະ ພາຍນອກກເຂົ້າໃນການກວດແກ້ ແລະ ປ້ອນຂໍ້ມູນບັນຊີຄົວເຮືອນ, ການກະກຽມສຳລັບການສຳຫຼວດໃຫຍ່, ສຳເລັດການຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າໃນລະດັບຄະນະວິຊາການກ່ຽວກັບກຳນົດເນື້ອໃນແບບສອບຖາມ ແລະ ຄູມືນັກກວດກາ ແລະ ນັກເດີນສຳຫຼວດ, ໄດ້ຄົ້ນຄວ້າ ກ່ຽວກັບວິທີການຈັດຕັ້ງປະຕິບັດການສຳຫຼວດ, ສຳລັບການສ້າງແຜນນະໂຍບາຍ ແລະ ຕີລາຄາສະພາບການຂະ ຫຍາຍຕົວເສດຖະກິດມະຫາພາກບົນພື້ນເງື່ອນໄຂທາງດ້ານງົບປະມານ, ໄດ້ສຳເລັດການປັບປຸງແຜນໂຄສະນາການສຳຫຼວດ ແລະ ສ້າງສິ່ງໂຄສະນາຕ່າງໆຮ່ວມກັບກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ປະສານສົມທົບກັບຫຼາຍພາກສ່ວນ, ໂດຍສະເພາະແມ່ນສະພາການຄ້າສະມາຄົມທຸລະກິດ.
ສໍາລັບການຈັດຕັ້ງປະຕິບັດການສຳຫຼວດໃຫຍ່, ອີງຕາມແຈ້ງການຂອງກະຊວງການເງິນໃນການດັດແກ້ງົບ ປະມານ 6 ເດືອນທ້າຍປີ 2019 ແມ່ນໄດ້ອະນຸມັດງົບປະມານສຳລັບການຈັດຕັ້ງປະຕິບັດການສຳຫຼວດຈຳນວນ 10,5 ຕື້ກີບ, ຊຶ່ງປະຈຸບັນແມ່ນຢູ່ໃນຂັ້ນຕອນໃນການປະກອບເອກະສານເພື່ອສະເໜີຂໍຖອນງົບປະມານຈາກກະຊວງການເງິນ.


ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດສະຖິຕິກະສິກຳ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃນປີ 2019 ໄດ້ມີຄຳເຫັນວ່າ: ສຳລັບວິທີການຈັດຕັ້ງປະຕິບັດການສຳຫຼວດ, ໂດຍສະເພາະແມ່ນການກຳນົດຂະໜາດຕົວແທນໃຫ້ສາມາດຕອບສະໜອງຄວາມຕ້ອງການພື້ນຖານ, ສຳລັບການສ້າງແຜນນະໂຍບາຍ ແລະ ຕີລາຄາສະພາບການຂະຫຍາຍຕົວເສດຖະກິດມະຫາພາກບົນເງື່ອນໄຂທາງດ້ານງົບປະມານ.

ການສຳຫຼວດຄັ້ງນີ້ຈະກວມທຸກໆຫົວໜ່ວຍເສດຖະກິດທີ່ມີຂະໜາດແຮງງານຫຼາຍກວ່າ 10 ຄົນຂຶ້ນໄປ, ສຳ ລັບຫົວໜ່ວຍທຸລະກິດຂະໜາດນ້ອຍທີ່ມີແຮງຕໍ່າກວ່າ 10 ຄົນ ຈະໄດ້ຄັດເລືອກແບບຕົວແທນ ແລະ ໄປຄົ້ນຄວ້າ ແລະເອກະພາບເບື້ອງຕົ້ນກ່ຽວກັບວິທີການເກັບກໍ້າຂໍ້ມູນດ້ວຍຫຼາຍຮູບແບບ, ສຳລັບຫົວໜ່ວຍທີ່ມີຄວາມພ້ອມໃນການໃຫ້ສຳພາດກັບນັກເດີນສຳຫຼວດແມ່ນຈະໃຊ້ລະບົບຄອມພີວເຕີ CAPI ໃນການບັນທຶກຂໍ້ມູນ.
ແຫຼ່ງຂ່າວ: ກະຊວງການເງິນ