ສະພາຮັບຮອງຮ່າງມະຕິການຕິດຕາມກວດກາ ກ່ຽວກັບການປະຕິບັດ ກົດໝາຍ ແລະ ນິຕິກຳສ້າງວຽກເຮັດງານທຳ

0
290

ວັນທີ 18 ພະຈິກ 2019 ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຟັງຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານທີ່ມີຄຸນນະພາບ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ພ້ອມທັງຮັບຮອງເອົາຮ່າງມະຕິດັ່ງກ່າວດ້ວຍຄະແນນສຽງ 95,24%.

ທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ໄດ້ລາຍງານວ່າ: ໄລຍະຜ່ານມາວິໄສທັດ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທຳ ເຫັນວ່າລັດຖະບານໄດ້ຖືເປັນວຽກບຸລິມະສິດ ແລະ ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍປັດຈຸບັນມີກົດໝາຍທັງໝົດ 145 ສະບັບ. ໃນນັ້ນ, ຂົງເຂດວັດທະນະທຳ – ສັງຄົມ 25 ສະບັບ ມີ 137 ມາດຕາ ທີ່ກຳນົດໃຫ້ອອກລະບຽບການຕ່າງຫາກ ເຊິ່ງໄດ້ອອກນິຕິກຳແລ້ວ 68 ມາດຕາ ໃນຈໍານວນ 69 ມາດຕາ ທີ່ຕ້ອງໄດ້ຮັບການຜັນຂະຫຍາຍ.

ໄດ້ສ້າງ ແລະ ປັບປຸງກົດໝາຍແລ້ວ 10 ກວ່າສະບັບ ແລະ ອອກນິຕິກຳ 18 ສະບັບ ເພື່ອການຄຸ້ມຄອງ ແລະ ພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳ. ໃນນັ້ນ, ກົດໝາຍທີ່ຕິດພັນກັບການສ້າງວິຊາຊີບ ແລະ ພັດທະນາສີມືແຮງງານ ໂດຍກົງ ມີ 2 ສະບັບ ຄື: ກົດໝາຍວ່າດ້ວຍອາຊີວະສຶກສາ ແລະ ກົດໝາຍວ່າດ້ວຍແຮງງານ. ເຖິງຢ່າງໃດກໍຕາມ, ກົດໝາຍ 2 ສະບັບນີ້ ເຫັນວ່າການຜັນຂະຫຍາຍບາງມາດຕາຂອງກົດໝາຍ ວ່າດ້ວຍແຮງງານໃຫ້ມີລະບຽບການຕ່າງຫາກ ມີ 6 ມາດຕາ ແຕ່ສາມາດຜັນຂະຫຍາຍໄດ້ພຽງ 3 ມາດຕາ ແລະ ກົດໝາຍວ່າດ້ວຍອາຊີວະສຶກສາ ທີ່ກຳນົດລະບຽບການຕ່າງຫາກ ມີ 10 ມາດຕາ ແຕ່ຜັນຂະຫຍາຍແລ້ວ 6 ມາດຕາ ຍັງ 4 ມາດຕາ ທີ່ຕ້ອງໄດ້ອອກນິຕິກຳຕື່ມ. ນອກນັ້ນ, ບັນດາກົດໝາຍ ວ່າດ້ວຍການສົ່ງເສີມວຽກເຮັດງານທໍາ ເຊິ່ງມີກົດໝາຍທີ່ຕິດພັນ 6 ກົດໝາຍ ແລະ ອີກ 5 ນິຕິກຳໃຕ້ກົດໝາຍ.

ທ່ານຍັງໄດ້ສະເໜີໃຫ້ລັດຖະບານກວດກາຄືນບັນດາກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ; ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍແຮງງານເປັນຕົ້ນ ມາດຕາ 4, 28, 33 ແລະ 137; ກົດໝາຍວ່າດ້ວຍອາຊີວະສຶກສາ ມາດຕາ 4, 50, 56, 58 ແລະ 63 ແລະ ກົດໝາຍອື່ນໆໃຫ້ເຂັ້ມງວດ ພ້ອມທັງສ້າງນິຕິກຳ ແລະ ກົດໝາຍທີ່ມີຄວາມຈຳເປັນ; ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳວ່າດ້ວຍວຽກງານດັ່ງກ່າວ; ປັບປຸງກົນໄກປະສານສົມທົບລະຫວ່າງຄະນະກຳມາທິການແຫ່ງຊາດກັບຂະແໜງການກ່ຽວຂ້ອງໃນການສ້າງຊັບພະຍາກອນມະນຸດ; ປັບປຸງ ແລະ ສ້າງຫຼັກສູດໃຫ້ສອດຄ່ອງກັບຍຸກ 4.0; ພິຈາລະນາງົບປະມານໃນການສ້າງວິຊາຊີບ ແລະ ສ້າງວຽກເຮັດງານທຳ; ຊຸກຍູ້ສົ່ງເສີມພາກເອກະຊົນໃຫ້ມີສ່ວນຮ່ວມຫຼາຍຂຶ້ນ; ເອົາໃຈໃສ່ເຜີຍແຜ່ແຫຼ່ງຂໍ້ມູນວິຊາຊີບໃຫ້ຜູ້ປົກຄອງໄດ້ຮັບຮູ້ຕື່ມ ແລະ ອື່ນໆ.

ທ່ານ ນາງ ບົວວັນ ທຳມະວົງ ສສຊ ເຂດ 10 ແຂວງວຽງຈັນ ກ່າວວ່າ: ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນມີຄຸນນະພາບເທົ່າທີ່ຄວນ ເຊິ່ງເຮັດໃຫ້ມີປະຊາຊົນໄປເຮັດວຽກຢູ່ຕ່າງປະເທດເປັນຈໍານວນຫຼາຍທາງທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ ໂດຍສະເພາະແມ່ນບັນດາເມືອງທີ່ຕິດກັບຊາຍແດນ; ການສ້າງວິຊາຊີບ ແລະ ວຽກເຮັດງານທຳຍັງບໍ່ທັນເລິກເຊິ່ງ ເມື່ອຮຽນຈົບແລ້ວຍັງບໍ່ສາມາດນໍາໃຊ້ ຫຼື ປະກອບອາຊີບໄດ້. ນອກນັ້ນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂຍັງບໍ່ທັນສອດຄ່ອງ ແລະ ກົມກຽວກັນ.

ກອງປະຊຸມໄດ້ເຫັນດີຕົກລົງຮັບຮອງຮ່າງມະຕິດ້ວຍຄະແນນສຽງ 100 ທ່ານ ໃນຈໍານວນ 115 ທ່ານ ເທົ່າກັບ 95,24%.

 

LEAVE A REPLY

Please enter your comment!
Please enter your name here