ຫາລືການນຳເຂົ້າ – ສົ່ງອອກ ຜະລິດຕະພັນກະສິກຳ

160

ກອງປະຊຸມປຶກສາຫາລືກ່ຽວກັບການທົບທວນຄືນການຈັດຕັ້ງປະຕິບັດລະບຽບການ ແລະ ຂັ້ນຕອນການນຳເຂົ້າອຸປະກອນ – ພາຫະນະຮັບໃຊ້ການຜະລິດກະສິກຳ ແລະ ການສົ່ງອອກຜະລິດຕະພັນກະສິກຳ ໄດ້ຈັດຂຶ້ນໃນວັນທີ 18 ພະຈິກນີ້ ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ມີພະແນກການທີ່ກ່ຽວຂ້ອງ, ມີນັກທຸລະກິດຜູ້ປະກອບການເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຄົ້ນ ຄວ້າມີຄຳເຫັນສົນທະນາແລກປ່ຽນບົດຮຽນ ແລະ ເປັນເອກະພາບກັນຕໍ່ແຜນດຳເນີນງານໃນການປັບປຸງສະພາບແວດລ້ອມ, ການນຳເຂົ້າ ແລະ ສົ່ງອອກຮ່າງຄຳສັ່ງ ວ່າດ້ວຍການຄຸ້ມຄອງນຳເຂົ້າພາຫະນະກົນຈັກ ແລະ ອຸປະກອນຮັບໃຊ້ການຜະລິດກະສິກຳ ພ້ອມລາຍງານຜົນການເກັບກຳຂໍ້ມູນສະພາບການຈັດຕັ້ງປະຕິບັດນິຕິກຳ ທີ່ຕິດພັນການນຳເຂົ້າອຸປະກອນພາຫະນະ ເພື່ອມາຮັບໃຊ້ການຜະລິດກະສິກຳ ແລະ ການສົ່ງອອກຜະລິດຕະພັນກະສິກຳທີ່ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ລົງເກັບກຳໃນໄຕມາດ 4 ຂອງສົກປີ 2018 ຢູ່ແຂວງໄຊຍະບູລີຜ່ານມາ ໂດຍລວມແລ້ວບັນຫາທີ່ຕິດພັນກັບການຜະລິດ ແລະ ການສົ່ງອອກສິນຄ້າກະສິກຳ ຂອງແຂວງໄຊຍະບູລີ ຂອດການເຄື່ອນຍ້າຍສິນຄ້າກະສິກຳມັນຕົ້ນແຫ້ງຈາກເມືອງຫາແຂວງ ແລະ ດ່ານສົ່ງອອກຍັງມີຫຼາຍຂອດຫຼາຍຂັ້ນຕອນຫຼາຍຂະແໜງການກວດກາ ກ່ອນມີການເຄື່ອນຍ້າຍສິນຄ້າສົ່ງອອກ.

ມາຮອດປັດຈຸບັນການຜະລິດສາລີແມ່ນມີທ່າອ່ຽງຫຼຸດລົງ ເນື່ອງຈາກຕະຫຼາດບໍ່ແນ່ນອນ ແລະ ລາຄາບໍ່ຄົງທີ່ ແຂວງໄດ້ກຳນົດຈັດເກັບກອງທຶນພັດທະນາກະສິກຳແບບຍືນຍົງໃນອັດຕາ 10 ກີບຕໍ່ກິໂລ ແລະ ກອງທຶນພັດທະນາການສຶກສາໃນອັດຕາ 5ກີບຕໍ່ກິໂລ, ອີກດ້ານໜຶ່ງການເຂົ້າມາລົງທຶນຂອງນັກທຸລະກິດຕ່າງປະເທດທີ່ມາພ້ອມທຶນ ແລະ ອຳນາດເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງຂອງແຂວງລົ້ມລະລາຍ ເພາະຜູ້ທີ່ປະກອບການລາວສ່ວນໃຫຍ່ແມ່ນກູ້ຢືມເງິນຈາກທະນາຄານມາຜະລິດ. ຄຽງຄູ່ກັນນີ້, ຜູ້ລົງທຶນໃຫຍ່ທີ່ເຂົ້າມາຜະລິດ ແລະ ເກັບຊື້ຖອກພັນທະແບບເໝົາ ເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງຂອງແຂວງບໍ່ສາມາດແຂ່ງຂັນໄດ້.

( ຂ່າວ: ບຸນທີ ແສງຈັນທະລາ )