ເກີດແຜ່ນດິນໄຫວຮຸນແຮງ ຂະໜາດ6,4 ຣີກເຕີ ທີ່ຫົງສາ ແຂວງ ໄຊຍະບູລີ

170

ເຫດການແຜ່ນດິນໄຫວເກີດຂຶ້ນເວລາປະມານ 4,03 ໂມງ ມີຈຸດສູນກາງຢູ່ເມືອງຫົງສາ ແຂວງໄຊຍະບູລີ ແລະ ຫຼາຍແຂວງຮູ້ສຶກໄດ້ເຖິງແຮງສັ່ນສະເທືອນ ແຕ່ຕອນນີ້ຍັງບໍ່ທັນມີລາຍງານຄວາມເສຍຫາຍຈາກພາກສ່ວນກ່ຽວຂ້ອງ. ແຕ່ປະຊາຊົນລາຍງານມີສິ່ງປຸກສ້າງເຮືອນຊານເຂົ້າຂອງແຕກກະແຈກກະຈາຍຢູ່ຫຼາຍຈຸດ.

ຫຼ້າສຸດ, ລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງການ ສະບັບເລກທີ 1661/ກອຄຕທ, ລົງວັນທີ 21 ພະຈິກ 2019 ສະບັບທີ 1 ກ່ຽວກັບສະພາບການເກີດແຜ່ນດິນໄຫວ ໂດຍໃນແຈ້ງການໄດ້ລະບຸວ່າ: ໃນວັນທີ 21 ພະຈິກ 2019 ເກີດມີແຜ່ນດິນໄຫວໃນຂອບເຂດ ສປປ ລາວ ຈຳນວນ 18 ຄັ້ງ ເຊິ່ງຄັ້ງທີ 2 ມີຄວາມແຮງ 5,9 ຣິກເຕີ ໃນເວລາ 4:03 ໂມງ, ໂດຍຄັ້ງທີ 17 ມີຄວາມແຮງ 6,4 ຣິກເຕີ  ເວລາ 6:50 ໂມງ ຢູ່ເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຮູ້ສືກສັ່ນສະເທືອນ ໃນບັນດາແຂວງ ພາກເໜືອ ຈົນເຖິງນະຄອນຫຼວງວຽງຈັນ.

ດັ່ງນັ້ນ,  ຈຶ່ງແຈ້ງໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະວັງຕົວຕໍ່ກັບ ສະພາບການເກີດແຜ່ນດິນໄຫວ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຕາມແຕ່ລະໄລຍະ.

ຂະນະທີ່, ປະຊາຊົນ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ລາຍງານວ່າ ພາຍຫຼັງເກີດເຫດແຜ່ນດິນໄຫວສອງຄັ້ງຕິດຕໍ່ກັນເຮັດໃຫ້ ສິມຂອງວັດທີ່ເກົ່າແກ່ອາຍຸ400 ກວ່າປີ ຢູ່ເມືອງຫົງສາ ເພພັງລົງມາ.

ແຈ້ງການເຫດແຜນດິນໄຫວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ