ບໍລິສັດ GMO-Z.com Lao ຈະໃຫ້ບໍລິການເຄືອຂ່າຍອິນເຕີເນັດແບບຄົບວົງຈອນ

381

ບໍລິສັດ GMO-Z.com Lao ຈຳກັດ ແມ່ນບໍລິສັດຮ່ວມທຶນລະຫວ່າງ ບໍລິສັັດ GMO Internet ແລະ ກຸ່ມບໍລິສັດ AMZ ( AMZ Group ) ໄດ້ມີພິທີເປີດໂຕຢ່າງເປັນທາງການ ໃນວັນທີ 19 ພະຈິກ 2019 ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ Futoshi EBATA ຜູ້ອຳນວຍການໃຫຍ່ ບໍລິສັດ GMO-Z.com Lao ຈຳກັດ ພ້ອມດ້ວຍບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

ຂໍ້ມູນຂອງ ບໍລິສັດ GMO-Z.com Lao ໃຫ້ຮູ້ວ່າ: ບໍລິສັດມີຫ້ອງການຕັ້ງຢູ່ຊັ້ນ 6, ໂຮງແຮມວຽງຈັນພລາຊາ, ບ້ານຫັດສະດີເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີທຶນຈົດທະບຽນ 2.400 ລ້ານກີບ ເປັນບໍລິສັດທໍາອິດທີ່ໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດແບບຄົບວົງຈອນໃນປະເທດລາວ ໂດຍການນໍາໃຊ້ຄວາມຮູ້ ແລະ ປະສົບການດ້ານເຄືອຂ່າຍອິນເຕີເນັດ ແລະ ດໍາເນີນທຸລະກິດໂດຍ ບໍລິສັດ GMO Internet Group ເຊິ່ງເປັນກຸ່ມບໍລິສັດອິນເຕີເນັດໃນປະເທດຍີ່ປຸ່ນ ທີ່ມີພະນັກງານຫຼາຍກວ່າ 6 ພັນຄົນ ແລະ ລວມມີ 112 ບໍລິສັດ.

ບໍລິສັດ GMO Internet Group ໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດຄົບວົງຈອນ ເຊັ່ນ: ເປັນຜູ້ໃຫ້ບໍລິການ ( ISPs ), ໂດເມນ, ຄຣາວ,    ໂຮສຕິ້ງ, Shopping Carts, ຫຼັກຊັບ, ການຊໍາລະ ແລະ ບໍລິການອື່ນໆ ທີ່ສາມາດນໍາໃຊ້ໄດ້ຢ່າງປອດໄພ ແລະ ສະດວກສະບາຍ.

ຂະນະທີ່, ບໍລິສັດ AMZ Group ມີຄວາມມຸ່ງໝັ້ນທີ່ຈະເປັນບໍລິສັດການຄ້າອັນດັບຕົ້ນໆໃນປະເທດລາວ ໂດຍມີ 5 ທຸລະກິດຫຼັກ ຄື: ອຸດສາຫະກໍາການຄ້າ ແລະ ເຄື່ອງອຸປະ    ໂພກ – ບໍລິໂພກ, ອະສັງຫາລິມະຊັບ, ສັນຍາເຊົ່າປະກັນໄພ – ການເງິນ, ເຕັກໂນໂລຊີ – ພະລັງງານ ແລະ ກະສິກໍາ ເຊິ່ງທຸລະກິດຕ່າງໆເຫຼົ່ານັ້ນໄດ້ຮັບການພັດທະນາ ແລະ ຮ່ວມທຶນກັບບໍລິສັດຊັ້ນນໍາລະດັບໂລກ. ນອກນັ້ນ, ຍັງໃຫ້ບໍລິການດ້ານຂໍ້ມູນ, ການຕິດຕໍ່ສື່ສານ ແລະ ເງິນທຶນ ທີ່ຈໍາເປັນໃຫ້ແກ່ບໍລິສັດຕ່າງໆໃນອາຊຽນ ລວມທັງບໍລິການດ້ານຂໍ້ມູນ – ຂ່າວສານ, ຂົນສົ່ງ, ພາສີ ແລະ ອື່ນໆ.

ໃນແຜນທຸລະກິດຂອງ ບໍລິສັດ GMO-Z.com Lao ຈະເລີ່ມໃຫ້ບໍລິການຈົດທະບຽນໂດເມນ, ໂຮສຕິ້ງ, ຄຣາວ, ອອກໃບຢັ້ງຢືນເອເລັກໂຕຣນິກ ແລະ ອອກແບບເວັບໄຊ ພ້ອມທັງໄດ້ວາງແຜນດ້ານການບໍລິການຕ່າງໆຂອງ GMO Internet Group ເພື່ອການພັດທະນາບໍລິການຕ່າງໆໃຫ້ແທດເໝາະກັບປະເທດລາວ ແລະ ຊ່ວຍເຫຼືອໃຫ້ສາມາດເຂົ້າເຖິງການນໍາໃຊ້ລະບົບ ICT.