ເຊີນທ່ຽວບຸນຊ່ວງເຮືອປະເພນີ ປະຈຳປີ 2019 ທີ່ອ່າງນ້ຳຊວງ ເພື່ອຊີງຂັນທ່ານເຈົ້າເມືອງໂພນໂຮງ

136

ຕາມການລາຍງານຂອງທ່ານ ຂັນທອງ ສີປະເສີດ ຄະນະຮັບຜິດຊອບການຈັດງານບຸນຊ່ວງເຮືອປະເພນີ 12 ສີພາຍ ຍິງ-ຊາຍ ທີ່ອ່າງນ້ຳຊວງ ເຂດເຊື່ອມຕໍ່ລະຫວ່າງສອງແຂວງ ຄື ບ້ານໃຫມ່ເມືອງໂພນໂຮງ, ແຂວງວຽງຈັນ, ແລະ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ທັງເປັນເຈົ້າຂອງສະຖານທີ ໃຫ້ຮູ້ວ່າ:

ມາຮອດປະຈຸບັນ ຄະນະຮັບຜິດຊອບແຕ່ລະພາກສ່ວນ ຈັດການແຂ່ງຂັນແມ່ນມີຄວາມພ້ອມ ດ້ານຕ່າງໆພໍສົມຄວນ ເປັນຕົ້ນ ດ້ານສະຖານທີ່ ໄດ້ກຳນົດເອົາ ອ່າງນໍ້າຊ່ວງເຂດບ້ານໄໝ ເປັນສະຖານທີ່ແຂ່ງຂັນ, ສຳເລັດການຈັດສັນຕະຫລາດຄົບງັນບຸນ, ມີການວາງແຜນປ້ອງກັນຄວາມສະຫງົບງານບຸນ ແລະ ກຳມະການຕັດສິນເຮືອເປັນທີ່ຮຽບຮ້ອຍ.

ບຸນຊ່ວງເຮືອຊີງຂັນທ່ານເຈົ້າເມືອງ-ເມືອງໂພນໂຮງຄັ້ງນີ້ ພາຍໃນງານມີກິດຈະກຳຄົບງັນຫຼາຍຢ່າງເປັນຕົ້ນ ລ່ອງເຮືອຊົມທຳມະຊາດອ່າງນໍ້າຊ່ວງ, ໃຫ້ອາຫານອາປາ, ໃຫ້ອາຫານນົກ, ພິເສດໃນວັນທີ 20-22 ມີການແຂ່ງຂັນຕີມວຍລາຍລາວ, ມີການແຂ່ງຂັນເຮືອຊວງ ຍິງ-ຊາຍ ແລະ ກິດຈະກຳອື່ນໆ.

ງານບຸນດັ່ງກ່າວຈະເລີ່ມ ແຕ່ວັນທີ 17- 24 ພະຈິກ 2019 ເປັນຕົ້ນໄປ ມື້ແຂ່ງຂັນເຮືອ ວັນທີ 23-24 ພະຈິກ 2019 ທີ່ອ່າງນໍ້າຊ່ວງເຂດບ້ານໄໝ່ ເມືອງໂພນໂຮງ ແຂວງວຽງຈັນ.

ເຊີນຊວນພີ່ນ້ອງໃກ້ຄຽງ ແລະ ຕ່າງແຂວງເຂົ້າມາທ່ຽວຊົມບັນຍາກາດງານບຸນໃນຄັ້ງນີ້.

ນັກຂ່າວ: ເມືອງໂພນໂຮງ ແຂວງວຽງຈັນ