ກະສິກຳ ສະເໜີງົບ 2 ຮ້ອຍກວ່າຕື້ກີບ ສ້ອມແປງຊົນລະປະທານສະໜອງນ້ຳແກ່ການຜະລິດ

0
272

ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ສະເໜີງົບປະມານ 200ກວ່າຕື້ກີບ ສ້ອມແປງຊົນລະປະທານ ເພື່ອສະໜອງນ້ຳຜະລິດພືດລະດູແລ້ງ ແລະ ລະດູຝົນ, ຂະນະທີ່ງົບປະມານສຸກເສີນ 84,9 ຕື້ກີບໄດ້ນຳໃຊ້ເຂົ້າໃນການສ້ອມແປງຊົນລະປະທານ 238 ໂຄງການ ເພື່ອຮັບປະກັນຜົນຜະລິດທີ່ລອດເຫຼືອຈາກໄພທໍາມະຊາດໃຫ້ເກັບກ່ຽວຜົນຜະລິດໄດ້.

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຄໍາຊັກຖາມຂອງ ສສຊ ຕໍ່ກອງປະຊຸມສະພາແຫ່ງຊາດ ໃນວັນທີ 12 ພະຈິກ 2019 ວ່າ: ກ່ຽວກັບການສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ, ລະດູຝົນທີ່ຈະມາເຖິງນັ້ນ ຫຼາຍທ້ອງຖິ່ນກໍໄດ້ດໍາເນີນຫຼາຍມາດຕາການ ເຊັ່ນ: ພາຍຫຼັງນໍ້າຫຼຸດລົງໄດ້ນໍາໃຊ້ກໍາລັງແຮງທີ່ມີຢູ່ໃນທ້ອງຖິ່ນ ເພື່ອລ່ວງຄອງເໝືອງ, ສ້ອມແປງນ້ອຍຊົນລະປະທານ ດ້ວຍການລະດົມກໍາລັງແຮງຂອງປະຊາຊົນ, ກໍາລັງທະຫານ, ກໍາລັງຊາວໜຸ່ມ, ວິສາຫະກິດ, ຜູ້ປະກອບການເພື່ອສະໜອງນໍ້າໃຫ້ແກ່ການຜະລິດ.ແຕ່ສິ່ງດັ່ງກ່າວນີ້ເປັນພຽງມາດຕາການສະເພາະໜ້າເທົ່ານັ້ນ. ດັ່ງນັ້ນ, ເພື່ອແກ້ໄຂບັນຫາອັນຮີບດ່ວນ ກະຊວງ ກປ ໄດ້ສະເໜີລັດຖະບານພິຈາລະນາງົບປະມານສຸກເສີນ ເພື່ອສ້ອມແປງລະບົບຊົນລະປະທານຮັບປະກັນ ຜົນຜະລິດທີ່ລອດເຫຼືອຈາກໄພທໍາມະຊາດໃຫ້ເຖິງໄລຍະເກັບກ່ຽວ ເຊິ່ງມີຄວາມຕ້ອງການງົບປະມານໄລຍະຮີບດ່ວນທີ່ສຸດ  84,9 ຕື້ກີບ ເພື່ອຟື້ນຟູສ້ອມແປງຊົນລະປະທານ 238 ໂຄງການ.

ທ່ານ ລຽນທິແກ້ວ ກ່າວອີກວ່າ: ເພື່ອຕອບສະໜອງນໍ້າແກ່ການຜະລິດລະດູແລ້ງ 2019 ແລະ ລະດູຝົນ 2020 ແມ່ນໄດ້ສະເໜີງົບປະມານ ຈໍານວນ 220,9 ຕື້ກີບ ໃນຈໍານວນ 288 ໂຄງການ ແລະ ຄວາມຕ້ອງການທີ່ຈໍາເປັນຈໍານວນໜຶ່ງແມ່ນ: ແນວພັນເຂົ້າ ແລະ ພືດ, ແນວພັນສັດ, ອຸປະກອນ, ຢາວັກຊີນ, ຢາປາບສັດຕູພືດ ແລະ ປັດໄຈອື່ນໆ ຈໍານວນ 46,7 ຕື້ກີບ ລວມທັງໝົດ 352,6 ຕື້ກີບ ເພື່ອໃຫ້ລັດຖະບານພິຈາລະນາ.

ທ່ານໃຫ້ຮູ້ຕື່ມວ່າ: ຄາດໝາຍສູ້ຊົນໃນການຟື້ນຟູສະເພາະໜ້າ ແລະ ໄລຍະຕໍ່ໄປ ເພື່ອສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ການຜະລິດກະສິກໍາເປັນສິນຄ້າ, ຟື້ນຟູຊີວິດການເປັນຢູ່, ຟື້ນຟູເສດຖະກິດກະສິກໍາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ຕ້ອງປຸກລະດົມທຸກກໍາລັງແຮງສັງລວມຂອງສັງຄົມ, ການຈັດຕັ້ງ ແລະ ທຸກພາກສ່ວນເສດຖະກິດໃຫ້ເປັນຂະບວນການໃນທົ່ວປະເທດ ໂດຍມີຄາດໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ. ໃນນັ້ນ, ຂະແໜງປູກຝັງຂະຫຍາຍຕົວໃນລະດັບບໍ່ຫຼຸດ 2,6%, ລ້ຽງສັດບໍ່ຫຼຸດ 3,5%, ການປະມົງ ບໍ່ຫຼຸດ 3,0%. ພ້ອມດຽວກັນນັ້ນ, ສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ, ສຸມໃສ່ການຜະລິດເຂົ້ານາແຊງ ໃຫ້ໄດ້ 90 ພັນເຮັກຕາ, ເຂົ້ານາປີ ໃຫ້ໄດ້ 750.000 ເຮັກຕາ ແລະ ສູ້ຊົນຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ.

 

LEAVE A REPLY

Please enter your comment!
Please enter your name here