ປີໜ້າລັດຖະບານຕັ້ງເປົ້າໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 6,5%

252
DCIM295MEDIADJI_0018.JPG

ໃນປີ 2020 ລັດຖະບານຕັ້ງເປົ້າໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 6,5% ລາຍໄດ້ຕໍ່ຫົວຄົນ ຫຼື GNI ຢູ່ທີ່ 2.161 ໂດລາສະຫະລັດ. ໃນນັ້ນ, ຂະແໜງກະສິກໍາ ເພີ່ມຂຶ້ນ 2,7%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 7,3%, ຂະແໜງການບໍລິການ ເພີ່ມຂຶ້ນ 6,9%, ພາສີຈາກການນໍາເຂົ້າ ເພີ່ມຂຶ້ນ 7,5%.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ສະພາບເສດຖະກິດມະຫາພາກ ອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ຍັງອ່ອນໄຫວ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ກໍຄືການຄຸ້ມຄອງເສດຖະກິດມະຫາພາກພໍສົມຄວນ; ປີ 2020 ມີ ຄວາມສໍາຄັນຫຼາຍ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ( 2016 – 2020 ). ສະນັ້ນ, ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຫັນໂຄງປະກອບເສດຖະກິດ ເຮັດໃຫ້ການພັດທະນາໄປຕາມທິດຂະຫຍາຍຕົວດ້ວຍຈັງຫວະເຕີບໂຕທີ່ໝັ້ນທ່ຽງ, ສົມດຸນ, ນໍາພາປະເທດຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ, ຕາມທິດຍືນຍົງ ແລະ ສີຂຽວນັ້ນ ຕ້ອງສຸມໃສ່ການຂຸດຄົ້ນປັດໄຈພາຍໃນເປັນຕົ້ນຕໍ ແລະ ເພີ່ມທະວີຄວາມເປັນເຈົ້າການສູງຕາມຫຼັກປັດຊະຍາຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ “ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ”.

ດັ່ງນັ້ນ, ຈະສຸມທຸກກໍາລັງແຮງສ້າງໃຫ້ມີສະຖຽນລະພາບທາງດ້ານການເມືອງ, ຮັບປະກັນໄດ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຮັດໃຫ້ສັງຄົມມີຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະ ຍຸຕິທໍາ ເປັນພື້ນຖານໃຫ້ແກ່ ຄວາມໝັ້ນຄົງ ເຊື່ອໝັ້ນຕໍ່ການພັດທະນາເສດຖະກິດ – ສັງຄົມ; ເພີ່ມທະວີ ແລະ ແກ້ໄຂທຸກອຸປະສັກຕໍ່ການສົ່ງເສີມຜະລິດ ແລະ ການບໍລິການ ເປັນຕົ້ນການຜະລິດກະສິກໍາເປັນສິນຄ້າ ເພື່ອສະໜອງສະບຽງອາຫານທີ່ພຽງພໍ ແລະ ມີສ່ວນແຮໄວ້, ສະໜອງວັດຖຸດິບໃຫ້ແກ່ການປຸງແຕ່ງ ແລະ ສົ່ງອອກໃຫ້ເພີ່ມຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າ; ເອົາໃຈໃສ່ຢ່າງຕັ້ງໜ້າສົ່ງເສີມການຜະລິດອຸດສາຫະກໍາທີ່ສໍາຄັນ ເພື່ອສົ່ງອອກແນໃສ່ສ້າງລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ ເປັນຕົ້ນ: ກະແສໄຟຟ້າ, ແຮ່ທາດ, ເຂດເສດຖະກິດພິເສດ, ອຸດສາຫະກໍາປຸງແຕ່ງກະສິກໍາ, ຫັດຖະກໍາອື່ນໆທີ່ເປັນມູນເຊື້ອ: ຝ້າຍໄໝ, ຈັກສານ, ຄວັດແກະສະຫຼັກອື່ນໆ.

ພັດທະນາແຫຼ່ງທ່ອງທ່ຽວ, ລະບົບບໍລິການຂົນສົ່ງ ແລະ ໂຄງລ່າງທີ່ຈໍາເປັນອື່ນໆ ຕິດພັນກັບການຜະລິດກະສິກໍາສະອາດ ໂດຍເນັ້ນໃສ່ແລວທາງລົດໄຟ ລາວ – ຈີນ ແລະ ຈຸດອື່ນໆ, ເນັ້ນໜັກການພັດທະນາຄົນ, ຍົກສູງຄຸນນະພາບຂອງຂະແໜງສາທາ, ການສຶກສາດ້ວຍການຝຶກອົບຮົມສີມືແຮງງານ, ສົ່ງເສີມການຄົ້ນຄວ້າເພື່ອພັດທະນາ, ພັດທະນາດ້ານຊັບສິນມະນຸດ ເພື່ອບັນລຸຄາດໝາຍ SDGs; ພັດທະນາໂຄງລ່າງເພື່ອເຊື່ອມໂຍງ, ເຊື່ອມຈອດກັບປະເທດອ້ອມຂ້າງ ໂດຍສະເພາະແມ່ນໂຄງການລົງທຶນລະດັບຊາດ ເຊັ່ນ: ທາງລົດໄຟ ລາວ – ຈີນ, ທາງດ່ວນ, ທາງຫຼວງແຫ່ງຊາດ, ສະໜາມບິນ, ທ່າເຮືອ, ລະບົບໂລຈິສຕິກຕິດຈອດກັບທາງຫຼວງທ້ອງຖິ່ນຕ່າງໆ; ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຕິດພັນກັບການສ້າງເປັນບ້ານໃຫຍ່ກ້າວສູ່ຕົວເມືອງນ້ອຍໃນຊົນນະບົດ; ປັບປຸງການບໍລິຫານລັດໃຫ້ມີປະສິດທິພາບ, ເຂັ້ມງວດການປະຕິບັດກົດໝາຍ.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ໃນປີ 2020 ຄາດວ່າ GDP ຈະຂະຫຍາຍຕົວໃນລະດັບ 6,5% ຄິດເປັນມູນຄ່າ 177.780 ຕື້ກີບ, GDP ຕໍ່ຫົວຄົນ ເທົ່າກັບ 2.733 ໂດລາສະຫະລັດ, GNI ຕໍ່ຫົວຄົນ ເທົ່າກັບ 2.161 ໂດລາສະຫະລັດ. ໃນນັ້ນ, ຂະແໜງກະສິກໍາ ເພີ່ມຂຶ້ນ 2,7% ກວມເອົາປະມານ 15,20% ຂອງ GDP; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 7,3% ກວມເອົາປະມານ 32,03% ຂອງ GDP; ຂະແໜງການບໍລິການ ເພີ່ມຂຶ້ນ 6,9% ກວມເອົາປະມານ 41,47% ຂອງ GDP; ພາສີຈາກການນໍາເຂົ້າ ເພີ່ມຂຶ້ນ 7,5% ກວມເອົາປະມານ 11,31% ຂອງ GDP.

ຄາດໝາຍຕົ້ນຕໍທາງດ້ານເສດຖະກິດຈະສູ້ຊົນຜະລິດເຂົ້າລວມໃຫ້ໄດ້ໃນລະດັບ 4,4 ລ້ານກວ່າໂຕນ; ສູ້ຊົນໃຫ້ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 14.919 ຕື້ກີບ; ສູ້ຊົນໃຫ້ບັນລຸມູນຄ່າການຄ້າ ( ມູນຄ່າສົ່ງອອກ ແລະ ນໍາເຂົ້າ ) ໃຫ້ບັນລຸໄດ້ 13.037 ລ້ານໂດລາສະຫະລັດ; ສູ້ຊົນການຜະລິດກະແສໄຟຟ້າ ໃຫ້ໄດ້ 44.148 ລ້ານກິໂລວັດໂມງ ເປັນມູນຄ່າ 22.812 ລ້ານໂດລາສະຫະລັດ ແລະ ຜະລິດແຮ່ທາດ ໃຫ້ໄດ້ 9.588 ຕື້ກີບ.