ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບປະທານທີ່ປຶກສາການເມືອງທົ່ວປະເທດຈີນ

81

ໃນຕອນເຊົ້າ ຂອງວັນທີ 19 ພະຈິກ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງສະຫາຍ ຫວາງ ຢາງ, ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມທາງການ ສປປ ລາວ ຕາມການເຊື້ອເຊີນຂອງ ສະຫາຍ ປະທານສູນກາງແນວລາວສ້າງຊາດ.


ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ຫວາງ ຢາງ ໃນຄັ້ງນີ້, ຊຶ່ງເປັນການເສີມຂະຫຍາຍສາຍພົວພັນອັນດີ ງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ໃນຖານະ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ມີຄວາມແໜ້ນແຟ້ນ, ເກີດດອກອອກຜົນ ແລະ ຈະເລີນງອກງາມ ຢ່າງບໍ່ຢຸດຢັ້ງ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຫວາງ ຢາງ, ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານທີ່ປຶກສາການເມືອງທົ່ວປະເທດຈີນ ໂດຍສະເພາະການແລກປ່ຽນຄວາມຄິດຄວາມເຫັນ ທີ່ກ່ຽວຂ້ອງກັບວຽກງານແນວໂຮມ ບົນຈິດໃຈເພື່ອນມິດຍຸດທະສາດຮອບດ້ານຕາມທິດ 4 ດີ, ທັງເປັນການເລີ່ມຕົ້ນ ຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ການນຳຂັ້ນສູງ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃນທ້າຍເດືອນເມສາ 2019.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງ ຕໍ່ນະໂຍບາຍເປີດປະຕູສູ່ໂລກພາຍນອກ ຂອງ ສປ ຈີນ ລວມທັງນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຊຶ່ງລາວກໍ່ໄດ້ຮັບຜົນປະໂຫຍດຕົວຈິງ ຈາກນະໂຍບາຍດັ່ງກ່າວ, ພ້ອມກັນນີ້ ກໍ່ຕີລາຄາສູງຕໍ່ສາຍພົວພັນ ແລະ ໝາກຜົນຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນໄລຍະຜ່ານມາ ໂດຍສະເພາະ ໝາກຜົນ ແລະ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ເປັນຕົ້ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ, ການທ່ອງທ່ຽວ ລາວ-ຈີນ ແລະ ອື່ນໆ ຊຶ່ງລ້ວນແຕ່ມີຄວາມຄືບໜ້າດີ, ພ້ອມທັງ ສະແດງຄວາມຂອບໃຈ ສປ ຈີນ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນ, ການຊ່ວຍເຫຼືອທາງດ້ານເສດຖະກິດ-ສັງຄົມ, ການພັດທະນາຊັບພະຍາກອນມະນຸດ, ການແກ້ໄຂໄພພິບັດທຳມະຊາດ ແລະ ອື່ນໆ. ນອກຈາກນີ້ ສອງຝ່າຍ ຍັງໄດ້ສະເໜີ ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາທີ່ສອງຝ່າຍມີຄວາມສົນໃຈ.

ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຢ້ຽມຢາມ ສປປ ລາວ ໃນປີໜ້າ ຜ່ານສະຫາຍ ຫວາງ ຢາງ.


ໃນໂອກາດດຽວກັນ, ສະຫາຍ ຫວາງ ຢາງ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ທອງລຸນ ສີສຸລິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພັກ ແລະ ລັດຖະບານ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນໄລຍະຜ່ານມາຈົນຮອດປະຈຸບັນ. ຝ່າຍຈີນ ຈະສືບຕໍ່ສະໜັບສະໜູນ ຊຸກຍູ້ໂຄງການຮ່ວມມືທາງດ້ານເສດຖະກິດ, ສັງຄົມ, ການລົງທຶນ, ບັນດາໂຄງການ ຊ່ວຍເຫຼືອຂອງ ສປ ຈີນ ແລະ ວຽກງານ ຫຼື ບັນຫາຕ່າງໆ ທີ່ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກຂຶ້ນມາແລກປ່ຽນຄວາມຄິດເຫັນ ໃນຄັ້ງນີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບດີ.

ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ