ໄປຢ້ອນຍຸກນໍາກັນ ທີ່ງານ Savan Fun Fest ສະຫວັນ ຟັນເຟສ

195

ງານນີ້ບອກເລີຍຫ້າມພາດ, ຫາກໃຜຢາກຈະມາສໍາພັດບັນຍາກາດ, ກິ່ນອາຍຄວາມເປັນລາວເດີມສະໄໝກ່ອນ ບໍ່ວ່າຈະເປັນການດໍາລົງຊີວິດ, ການນຸ່ງຖືອັນເປັນວັດທະນະທຳທີ່ດີງາມຂອງຄົນລາວເຮົາຍຸກກ່ອນ ຂໍເຊີນໄປຮ່ວມງານ Savan Fun Fest ສະຫວັນ ຟັນເຟສ ທີ່ຈະຈັດຂື້ນທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນວັນທີ 22 ຫາ 24 ພະຈິກນີ້.

ງານ Savan Fun Fest ເປັນງານທີ່ຈັດຂຶ້ນຄັ້ງທໍາອິດ ໂດຍສະເພາະກໍເພື່ອສົ່ງເສີມການທ່ອງທ່ຽວແຂວງສະຫວັນນະເຂດ ເປັນງານທີ່ຊາວແຂວງສະຫວັນນະເຂດພູມໃຈຫລາຍ ທີ່ຈະເປີດເຜີຍຄວາມງາມ ຄວາມມ່ວນຊື່ນໃຫ້ທຸກຄົນໄດ້ເຂົ້າມາສໍາຜັດສະເໜ່ທີ່ຂອງແຂວງສະຫວັນນະເຂດກັນ!!

.

ໃນງານຈະມີການສະແດງຄອນເສີດ, ມີການເດີນແບບ, ທ່ຽວຊົມຫ້ອງວາງສະແດງຕ່າງໆ ມີອາຫານແຊບໆ ທ່າມກາງບັນຍາກາດເມືອງເກົ່າ ມີເຮືອນສະຕາຍຝຣັ່ງສະໄຫມກ່ອນ, ໂຮງຮູບເງົາເກົ່າ ສາຍຮູບເງົາໃຫ້ເບິ່ງພ້ອມ ແລະ ຍັງມີການວາງສະແດງລົດຮຸ່ນເກົ່າ ຄືກັບເຮົາຍ້ອນຍຸກໄປສະໄຫມກ່ອນເລີຍ ໃຫ້ທຸກຄົນໄດ້ທ່ຽວຊົມ.

ພິເສດໄປກວ່ານັ້ນທຸກຄົນທີ່ມາທ່ຽວງານ ສາມາດຮ່ວມກິດຈະກຳແຕ່ງກາຍຍ້ອນຍຸກ ເພື່ອໃຫ້ເຂົ້າກັບບັນຍາກາດງານອີກດ້ວຍ ແລະ ຈະມີຊ່າງພາບບັນທຶກພາບໃຫ້ທຸກຄົນ ໃຫ້ເປັນທີ່ລະນຶກ ໃຫ້ແກ່ຄົນທີ່ມາຮ່ວມງານ ນັບວ່າເປັນງານໜຶ່ງທີ່ດີ ແລະ ເປັນໂອກາດເໝາະສໍາລັບໄວລຸ້ນຍຸກນີ້ທີ່ຈະໄດ້ໄປສຶກສາຮຽນຮູ້ໃຫ້ເກີດຈິນຕະນາການຕ່າງໆໃນຕໍ່ໜ້າ ຮັບປະກັນງານນີ້ມີດີແນ່ນອນ!!!

ຢ່າລືມເດີຊວນຫມູ່ຄູ່, ຄົນຮັກ ຫຼື ຄອບຄົວຂອງທ່ານມາມ່ວນນໍາກັນເດີ້ ໃນວັນທີ 22-24 ພະຈິກນີ້ ທີ່ເຂດເມືອງເກົ່າ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.