ລັດຖະບານໃຫ້ 10 ແຂວງເລັ່ງຜະລິດເຂົ້າສົ່ງອອກຈີນໃຫ້ໄດ້ຕາມໂກຕາ

241

ສປ ຈີນ ຖືເປັນຕະຫຼາດການຄ້າໜຶ່ງ ທີ່ສຳຄັນຂອງ ສປປ ລາວ, ເນື່ອງຈາກຈີນ ເປັນປະເທດ ທີ່ມີປະຊາຊາກອນຫຼາຍ ຈຶ່ງມີຄວາມຕ້ອງການນຳເຂົ້າວັດຖຸດິບດ້ານສິນຄ້າກະສິກຳ ເພື່ອສະໜອງຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນປະເທດ ເຊິ່ງໃນແຕ່ລະປີ ສປ ຈີນ ໄດ້ໃຫ້ນະໂຍບາຍພິດເສດນໍາເຂົ້າສິນຄ້າຈາກ ສປປ ລາວ ຈຳນວນຫຼາຍລາຍການ ເຊິ່ງສິ່ງທີ່ພົ້ນເດັ່ນກວ່າໝູ່ ແມ່ນເຂົ້າກິນ ແລະ ສັດ ໃຫຍ່ປະເພດງົວ.

ສະເພາະເຂົ້າສານ ປີ 2018 ລາວ ສາມາດສະໜອງເຂົ້າໃຫ້ສປ ຈີນ ໄດ້ 200.000 ໂຕນຕາມໂກຕາສຳລັບປີ 2019-2020 ຄາດຄະເນຈະສະໜອງເຂົ້າໃຫ້ໄດ້ 50.000 ໂຕນ ແລະ ຮອດປີ 2025 ສປ ຈີນ ຈະອະນຸມັດໂກຕາໃຫ້ແກ່ ສປປ ລາວ ເພີ່ມຂຶ້ນເຖິງ 300.000 ໂຕນ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ: ເພື່ອຮັບຮອງໃຫ້ການສົ່ງອອກ ໄປສປ ຈີນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມມືກັບບໍລິສັດສ້າງຕັ້ງສູນ ເພື່ອຢັ້ງຢືນ ແລະ ກວດກາຄຸນນະພາບສິນຄ້າ 6 ແຫ່ງຄື: ສູນມາດຕະຖານຢາງພາລາ ຕັ້ງຢູ່ນະຄອນຫຼວງວຽງຈັນ; ສູນມາດຕະຖານການຜະລິດ ແລະ ກັກກັນພືດ ແລະ ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ຕັ້ງຢູ່ນະຄອນຫຼວງວຽງຈັນ; ສູນມາດຕະຖານ ແລະ ກັກກັນງົວ 3 ແຫ່ງ ຕັ້ງຢູ່ແຂວງ ຫຼວງນໍ້າທາ; ສ້າງຕັ້ງໂຮງງານຝຸ່ນຊີວະພາບ ຢູ່ແຂວງ ສະຫວັນນະເຂດ; ສ້າງສູນຄົ້ນຄວ້າແນວພັນເຂົ້າ ແລະ ແນວພັນພືດ (ໃນປີນີ້ຄົ້ນຄວ້າແນວພັນເຂົ້າໃໝ່ອອກມາ 2 ຊະນິດຄື: ສາຍໄໝ 1 ແລະ ສາຍໄໝ 2) ແລະ ໂຄງການສ້າງເຂດພັດທະນາອຸດສາຫະກຳ-ກະສິກຳ ທັນສະໄໝ ເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ ເພື່ອຮອງຮັບການສົ່ງອອກກະສິກຳໄປຈີນໃນຕໍ່ໜ້າ.

ທ່ານກ່າວຕື່ມວ່າ: ເພື່ອຮັບປະກັນການສົ່ງອອກເຂົ້າໃຫ້ໄດ້ມາດຕະຖານຂອງ ສປ ຈີນນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າຂອງ ແຂວງ ຫູນານ ໄດ້ສໍາເລັດຄົ້ນຄວ້າພັດທະນາແນວພັນເຂົ້າໃໝ່ຢູ່ສູນນາພອກ ສໍາເລັດແລ້ວສອງສາຍພັນຄື: ສາຍໄໝ 1 ແລະ ສາຍໄໝ 2 ແລະ ຈະສືບຕໍ່ຄົ້ນຄວ້າພັດທະນາເປັນແນວພັນເຂົ້າລຸ້ນ 1, ລຸ້ນ 2 ແລະ ລຸ້ນທີ 3 ເພື່ອສະໜອງໃຫ້ແກ່ຊາວວນາ ແລະ ຜູ້ປະກອບການ ແລະ ໄດ້ເຊັນສັນຍາຮ່ວມມືກັບ ແຂວງ ຫູນານສ້າງໂຮງງານຝຸ່ນຊີວະພາບຢູ່ແຂວງ ສະຫວັນນະເຂດ.


ປັດຈຸບັນມີ 5 ພາກສ່ວນ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກຄື: ບໍລິສັດຊວນເຢ ຈຳກັດ, ບໍລິສັດ ໄອດີພີ, ບໍລິສັດ ວັນນິດາ ການຄ້າ ຈຳກັດ, ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າຈຳກັດ ແລະ ສະຫະກອນແຂວງ ຄຳມ່ວນ.

ສະນັ້ນ, ເພື່ອຮັບປະກັນ ການສົ່ງອອກໃຫ້ສຳເລັດຕາມຄາດໝາຍ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ແມ່ນການກຳນົດ ພື້ນທີ່ການຜະລິດ ເຊິ່ງໄດ້ຊຸກຍູ້ ການຜະລິດເຂົ້າຄຸນນະພາບ ເປັນສິນຄ້າຢູ່ໃນ 10 ແຂວງເປົ້າໝາຍ ຈຸດສຸມຜະລິດເຂົ້າຂອງລັດຖະບານ ດ້ວຍຮູບແບບການສະໜອງແນວພັນ ແລະ ຊື້ເຂົ້າເປືອກ ຈາກກຸ່ມຊາວກະສິກອນ ແລະ ໂຮງສີຂະໜາດນ້ອຍ.