ເຕັກນິກການເວົ້າເພື່ອເອົາຊະນະໃຈຄົນຟັງ

294
1337a417-f0ee-4b62-808a-88377305d486

ການເວົ້າເປັນການສື່ສານທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງຄົນເຮົາ ແຕ່ບໍ່ແມ່ນທຸກຄົນສາມາດເວົ້າໃຫ້ຄົນສົນໃຈຟັງແຕ່ຕົ້ນຈົນຈົບໄດ້ ເຊິ່ງການເຮັດວຽກຂອງເຮົາກໍຕ້ອງມີການສື່ສານໂດຍການເວົ້າໃນສະຖານະການຕ່າງໆຫຼາກຫຼາຍ ເຊັ່ນ: ການນຳສະເໜີວຽກ, ການຂາຍ, ການເຈລະຈາ, ການເວົ້າກັບເພື່ອນຮ່ວມງານ, ເວົ້າກັບຫົວໜ້າ ຫຼື ລູກນ້ອງ ໂດຍແຕ່ລະຄົນກໍຈະມີການເວົ້າທີ່ແຕກຕ່າງກັນໄປຕາມບຸກຄະລິກ ແລະ ນິດໄສ, ແລ້ວເຮົາຈະເຮັດແນວໃດໃຫ້ການເວົ້າຂອງເຮົາສາມາດດຶງດູດ ແລະ ເອົາຊະນະໃຈຄົນຟັງໄດ້.

ມື້ນີ້ຜູ້ຂຽນໄດ້ນຳເອົາເຄັດລັບທີ່ຊ່ວຍໃຫ້ການສື່ສານຂອງທ່ານມີປະສິດທິພາບ ແລະ ໜ້າສົນໃຈມາຝາກທຸກຄົນ ເຊັ່ນ: ການມີບຸກຄະລິກກະພາບທີ່ດີຂະນະທີ່ເວົ້າກໍເປັນສິ່ງສຳຄັນ ເພາະຈະຊ່ວຍໃຫ້ເຮົາມີຄວາມພ້ອມ ແລະ ຄວາມໝັ້ນໃຈ ລວມທັງການເລືອກໃຊ້ພາສາກາຍທີ່ເໝາະສົມ ກໍສາມາດເຮັດໃຫ້ການເວົ້າໜ້າສົນໃຈຂຶ້ນໄດ້ ບໍ່ວ່າຈະເປັນການຍ່າງ, ການວາງມື ຫຼື ການເບິ່ງ. ສະນັ້ນ, ເຮົາຄວນສຶກສາ ແລະ ທຳຄວາມເຂົ້າໃຈເຖິງຜູ້ຟັງລ່ວງໜ້າ ເພື່ອໃຫ້ເຮົາສື່ສານໄດ້ຢ່າງເໝາະສົມກັບຜູ້ຟັງຫຼາຍຂຶ້ນ, ເລືອກໃຊ້ລະດັບສຽງເພື່ອດຶງດູດໃຫ້ຜູ້ຟັງສົນໃຈ ແລະ ຈະຊ່ວຍໃຫ້ເຮົາສື່ສານອອກໄປໄດ້ຖືກຕາມຄວາມຕ້ອງການຫຼາຍຂຶ້ນ, ເວັ້ນຈັງຫວະເລັກໜ້ອຍເມື່ອຕ້ອງການເວົ້າເລື່ອງສຳຄັນ ເພື່ອດຶງດູດຄວາມສົນໃຈຈາກຜູ້ຟັງ ຫຼື ຢຸດເມື່ອເວົ້າເລື່ອງສຳຄັນຈົບ ເພື່ອໃຫ້ຜູ້ຟັງໄດ້ຄິດຕາມ ແລະ ລອງຫາຄຳເວົ້າທີ່ຄາດວ່າສາມາດສ້າງສີສັນ ຫຼື ດຶງຄວາມສົນໃຈຄົນຟັງມານຳໃຊ້ ແຕ່ຕ້ອງລະວັງການໃຊ້ພາສາທີ່ເປັນຄຳສະເພາະກຸ່ມ ຫຼື ສັບເຕັກນິກຫຼາຍເກີນໄປ.

ບໍ່ຕ້ອງສົນໃຈການເວົ້າຈົນລືມເລື່ອງບຸກຄະລິກ: ການທີ່ຈະເປັນຜູ້ເວົ້າທີ່ດີ ນອກຈາກຈະຕ້ອງມີທັກສະການເວົ້າແລ້ວ ບຸກຄະລິກລະຫວ່າງທີ່ເວົ້າກໍສຳຄັນບໍ່ແພ້ກັນ ເວລາເວົ້າຖ້າຕ້ອງຢືນກໍໃຫ້ຢືນຫຼັງຊື່ແບບຜ່ອນຄາຍບໍ່ເກງຈົນເກີນໄປ ເພາະຈະຊ່ວຍສົ່ງເສີມໃຫ້ບຸກຄະລິກທີ່ດີ ແລະ ເບິ່ງມີຄວາມພ້ອມ, ເວລາເວົ້າໃຫ້ເງີຍໜ້າຂຶ້ນເລັກໜ້ອຍ ເພື່ອສະແດງອອກເຖິງຄວາມໝັ້ນໃຈ ແລະ ເພີ່ມຄວາມສະຫງ່າເວລາເວົ້າ ທັງໝົດນີ້ນອກຈາກຈະເຮັດໃຫ້ພາບລວມເວລາເວົ້າຂອງເຮົາເບິ່ງດີຂຶ້ນແລ້ວ ການຢືນຫຼັງຊື່ ແລະ ເງີຍໜ້າຂຶ້ນເລັກໜ້ອຍຍັງຊ່ວຍໃຫ້ເຮົາເປັ່ງສຽງອອກມາໄດ້ງ່າຍຂຶ້ນອີກດ້ວຍ.

ສຶກສາ ແລະ ທຳຄວາມເຂົ້າໃຈໃຫ້ດີວ່າຄົນຟັງແມ່ນໃຜ: ການເວົ້າໃຫ້ຊະນະໃຈຄົນຟັງໄດ້ ເຮົາກໍຕ້ອງທຳຄວາມຮູ້ຈັກ ແລະ ທຳຄວາມເຂົ້າໃຈກັບຄົນທີ່ເຮົາຈະເວົ້ານຳກ່ອນ ວ່າເຮົາຈະເວົ້າໃຫ້ຄົນຟັງເນື້ອໃນຄວນເປັນແບບໃດ, ນ້ຳສຽງ ແລະ ການສະແດງອອກແບບໃດທີ່ເໝາະສົມ ລວມໄປເຖິງເລື່ອງທີ່ເຮົາຕ້ອງລະວັງ ຫຼື ຫຼີກລຽງ ເຊັ່ນ: ຖ້າຮູ້ວ່າລູກຄ້າທີ່ເຮົາຕ້ອງໄປນຳສະເໜີວຽກນຳນັ້ນເປັນຜູ້ໃຫຍ່ທີ່ວຽກຫຼາຍຕະຫຼອດເວລາ ແລະ ເຈົ້າລະບຽບ ເຮົາກໍຕ້ອງກຽມເລື່ອງທີ່ຈະເວົ້າແບບກະທັດຮັດເຂົ້າໃຈງ່າຍໄປໃຫ້ກົງຕາມນັດ ແລະ ໃຊ້ເວລາຕາມທີ່ຂໍໄປຢ່າງພໍດີ ພ້ອມທັງແຕ່ງຕົວໃຫ້ຮຽບຮ້ອຍ.

ໃຊ້ລະດັບສຽງສ້າງຄວາມໜ້າສົນໃຈ: ລະດັບຂອງສຽງທີ່ເຮົາເວົ້າອອກໄປ ນອກຈາກຈະເຮັດໃຫ້ສິ່ງທີ່ເຮົາເວົ້າອອກໄປຟັງແລ້ວລ່ຽນໄຫຼ ແລະ ໜ້າຟັງຫຼາຍຂຶ້ນ ແລ້ວກໍຍັງສາມາດຊ່ວຍໃຫ້ເຮົາສື່ສານອອກໄປໄດ້ຖືກຕາມຄວາມຕ້ອງການຫຼາຍຂຶ້ນ ເຊັ່ນ: ຂຶ້ນສຽງສູງເລັກໜ້ອຍເວລາທີ່ເຮົາຈະເວົ້າເລື່ອງສຳຄັນ ເພື່ອເອີ້ນຄວາມສົນໃຈຈາກຜູ້ຟັງ.

ເວັ້ນຈັງຫວະເວລາຈະເວົ້າເລື່ອງສໍາຄັນ: ເວລາເວົ້າເລື່ອງທີ່ສໍາຄັນໃຫ້ລອງເວັ້ນຈັງຫວະກ່ອນເວົ້າ ເຊິ່ງມັນຈະເຮັດໃຫ້ເລື່ອງລາວໜ້າຕິດຕາມຫຼາຍຂຶ້ນ ແລະ ເຮັດໃຫ້ຄົນຟັງຮູ້ສຶກສົງໄສຢາກຮູ້ຈົນຕ້ອງຫັນມາສົນໃຈ ແລະ ຕັ້ງໃຈຟັງຫຼາຍຂຶ້ນ ເຊິ່ງເຕັກນິກນີ້ອາດໃຊ້ໃນຈັງຫວະຫຼັງຈາກເວົ້າເລື່ອງສຳຄັນນຳກໍໄດ້ ໂດຍຢຸດອີກໜຶ່ງຈັງຫວະເພື່ອໃຫ້ຜູ້ຟັງມີເວລາໃນການຄິດຕາມ ແລະ ໄດ້ໄຕ່ຕອງເຖິງ ຄວາມສຳຄັນຂອງເລື່ອງທີ່ເຮົາເວົ້າອອກໄປ.

ໃຊ້ພາສາກາຍໃຫ້ຖືກຈັງຫວະ ແລະ ເວລາ: ນອກຈາກນໍ້າສຽງທີ່ໃຊ້ແລ້ວພາສາກາຍທີ່ເຮົາໃຊ້ສື່ສານອອກໄປກໍຍັງຊ່ວຍໃຫ້ການເວົ້າໜ້າສົນໃຈຫຼາຍຂຶ້ນໄດ້ ຍ່າງຈາກຈຸດໜຶ່ງໄປອີກຈຸດໜຶ່ງເພື່ອດຶງດູດຄວາມສົນໃຈເວລາທີ່ນຳສະເໜີສິ່ງໃໝ່ໆ ຫຼື ຖ້າກຳລັງນັ່ງຢູ່ໃຫ້ໂນ້ມຕົວມາຂ້າງໜ້າເລັກໜ້ອຍເວລາທີ່ຈະເວົ້າເລື່ອງທີ່ສຳຄັນ ຫຼື ຈ້ອງຕາ ເພື່ອສະແດງຄວາມຈິງໃຈ ແລະ ຊ່ວຍໃຫ້ຜູ້ຟັງຮູ້ສຶກວ່າເຮົາໃຫ້ຄວາມສົນໃຈພວກເຂົາ ຖ້າຈຳເປັນຕ້ອງຈົດບາງຢ່າງກໍໃຊ້ພຽງສາຍຕາເບິ່ງຕ່ຳລົງ ໂດຍບໍ່ຕ້ອງກົ້ມໜ້າລົງໄປຈົດ.

ແຕ່ຕ້ອງໃຊ້ພາສາຕ່າງໆ ແລະ ພຶດຕິກຳສ່ວນຕົວຂອງເຮົານຳ ບໍ່ຕ້ອງໃຊ້ຫຼາຍຈົນເກີນໄປ ຫຼື ຫຼົງເຮັດກິລິຍາທີ່ບໍ່ດີ ເຮົາສາມາດສຶກສາເພີ່ມຕື່ມໄດ້ຈາກການເບິ່ງວິດີໂອກ່ຽວກັບການເວົ້າ ຫຼື ການນຳສະເໜີວຽກຕ່າງໆຢູ່ໜ້າເວທີຂອງນັກທຸລະກິດທີ່ມີຊື່ສຽງ ຫຼື ຄົນມີຊື່ສຽງ ແລ້ວຝຶກດ້ວຍຕົນເອງຢູ່ໜ້າແວ່ນເພື່ອໃຫ້ເຫັນພາບຊັດເຈນຂຶ້ນ.

ພາສາທີ່ໃຊ້ຕ້ອງເໝາະສົມ ແລະ ສ້າງສັນ: ເວລາເວົ້າເຮົາຕ້ອງຮູ້ຈັກທີ່ຈະເລືອກພາສາທີ່ໃຊ້ໃຫ້ສ້າງສັນ ແລະ ເໝາະສົມໄປພ້ອມໆກັນ ການເວົ້າໂດຍໃຊ້ພາສາທາງການຫຼາຍເກີນໄປອາດຈະເຮັດໃຫ້ໜ້າເບື່ອ ເຮົາອາດຈະລອງຫາຄຳ ຫຼື ພາສາທີ່ຄາດວ່າໜ້າຈະເພີ່ມສີສັນ ແລະ ເອີ້ນຄວາມສົນໃຈໄດ້ມາໃຊ້ແຕ່ກໍຕ້ອງເລືອກຄວາມເໝາະສົມກັບຄົນຟັງແທ້ໆ ໃນຂະນະດຽວກັນການໃຊ້ຄຳ ຫຼື ພາສາທີ່ສະບາຍເກີນໄປໃນສະຖານະການທີ່ຍັງມີຄວາມເປັນທາງການກໍອາດຈະເຮັດໃຫ້ເຮົາກາຍເປັນຄົນທີ່ເບິ່ງແລ້ວບໍ່ເປັນມືອາຊີບໄດ້ຄືກັນ. ສະນັ້ນ, ໃຫ້ພະຍາຍາມຫຼີກລຽງທີ່ຈະໃຊ້ຄຳສັບເຕັກນິກ ຫຼື ພາສາທີ່ໃຊ້ກັນສະເພາະກຸ່ມ ເພາະມັນອາດຈະເຮັດໃຫ້ຄົນຟັງບໍ່ເຂົ້າໃຈຈົນບໍ່ຢາກຟັງຕໍ່.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: blog.jobthai )