ຢູນີເທວ ໄດ້ຮັບການຢັ້ງຢືນເປັນເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ

239

ເປັນບາດກ້າວແຫ່ງຄວາມສໍາເລັດອີກຂັ້ນ ເມື່ອບໍລິສັດ Ookla ຢັ້ງຢືນວ່າ ຢູນີເທວ ( Unitel ) ເປັນຜູ້ໃຫ້ບໍລິການເຄືອຂ່າຍມືຖືທີ່ມີຄວາມໄວທີ່ສຸດ ໃນໄຕມາດ 2 ແລະ ໄຕມາດ 3 ປີ 2019 ນີ້ ໂດຍ Ookla       ອ້າງອີງຜົນຄະແນນໃນການທົດລອງດາວໂຫຼດ ແລະ ອັບໂຫຼດຄວາມໄວອິນເຕີເນັດຄະແນນລວມ ແມ່ນ 32.62 ອີງໃສ່ຜົນການທົດລອງສັນຍານອິນເຕີເນັດມືຖື ໃນໄຕມາດ 2 ແລະ ໄຕມາດ 3 ປີ 2019 ນີ້ ສົມແລ້ວທີ່ສາມາດຄອງຕະຫຼາດໄດ້ໃນຂອບເຂດທົ່ວປະເທດ.

ເມື່ອບໍ່ດົນມານີ້ SpeedTest ໄດ້ໃຫ້ຮູ້ວ່າ: ຢູນີເທວ ເປັນເຄືອຂ່າຍທຳອິດຢູ່ລາວທີ່ໄດ້ຮັບການຢັ້ງຢືນນີ້ ໂດຍຂັ້ນຕອນໃນການຕີລາຄາ ແລະ ສັງລວມຜົນຂອງບັນດາເຄືອຂ່າຍຢູ່ລາວທາງ SpeedTest ໄດ້ດຳເນີນການຢ່າງເປັນເອກະລາດ, ເປັນກາງ ແລະ ບໍ່ມີຂໍ້ມູນແຈ້ງກ່ອນໃຫ້ກັບບັນດາຜູ້ໃຫ້ສະໜອງບໍລິການອິນເຕີເນັດມືຖືແຕ່ຢ່າງໃດ, ອີງຕາມຂໍ້ມູນທີ່ SpeedTest ວັດແທກໄດ້ ເຄືອຂ່າຍ ຢູນີເທວ ນອນຢູ່ໃນລຳດັບທີໜຶ່ງດ້ານຄວາມໄວ.

ຕາມຂໍ້ມູນຂອງ SpeedTest ໃຫ້ເຫັນວ່າ: ເຄືອຂ່າຍ ຢູນີເທວ ບັນລຸສະເລ່ຍ download/upload ແມ່ນ 35.43 Mbps/17.30 Mbps, ທຽບເທົ່າກັບ 32.62 ຄະແນນ ( ຕາມມາດຕະຖານຂອງບໍລິສັດດັ່ງກ່າວກຳນົດ ) ພິເສດລະດັບການເຊື່ອມຕໍ່ອິນເຕີເນັດ ( latency ) ແມ່ນດີຫຼາຍສະເລ່ຍ 32 ms ເຊິ່ງສາມາດຫຼິ້ນເກມອອນລາຍ, ແບ່ງປັນວິດີໂອ, live stream ບົນພື້ນຖານມືຖືທີ່ຕ້ອງການ ຄວາມໄວສູງ ແລະ ສະໝໍ່າສະເໝີ.

ກ່ອນທີ່ SpeedTest ມອບການຢັ້ງຢືນ “ ເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ ” ຢູນີເທວ ເປັນເຄືອຂ່າຍມີພື້ນຖານໂຄງລ່າງ 3G/4G/4.5G ກວ້າງຂວາງທີ່ສຸດ ດ້ວຍ 8.000 ສູນສະຖານີ, ສະໜອງອິນເຕີເນັດມືຖືເຖິງເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ໃນນັ້ນ, ເຄືອຂ່າຍ 4ຈີ ໄດ້ເປີດນຳໃຊ້ນັບແຕ່ເດືອນກຸມພາ 2015 ສັນຍານປົກຄຸມໄດ້ເຖິງ 96% ຂອງຈຳນວນພົນລະເມືອງທີ່ຢູ່ເຂດເທສະບານແຂວງ, 92% ເຂດເທສະບານເມືອງ, ປັດຈຸບັນທີ່ 148/148 ( 100% ) ເຂດເທສະບານເມືອງທີ່ໄດ້ສະໜອງສັນຍານ LTE 4.5G ເຊິ່ງລະບົບດັ່ງກ່າວສາມາດເພີ່ມ ຄວາມໄວໃນການດາວໂຫຼດ ທົບ 2 ເທົ່າທຽບໃສ່ກັບລະບົບ 4G ທົ່ວໄປ, ໃນເດືອນຕຸລາ 2019 ຜ່ານມາ ຢູນີເທວ ກໍໄດ້ເປີດທົດລອງການນຳໃຊ້ 5G ຢູ່ນະຄອນຫຼວງວຽງຈັນແລ້ວ.

ຕາມຂໍ້ມູນຂອງເຄືອຂ່າຍ ຢູນີເທວ ໄດ້ໃຫ້ເຫັນວ່າ: ມາເຖິງປັດຈຸບັນ ເກືອບ 2 ລ້ານລູກຄ້າ ( ສະເພາະເຄືອຂ່າຍ ຢູນີເທວ ) ທີ່ນຳໃຊ້ດາຕ້າອິນເຕີເນັດ, ຂໍ້ມູນດັ່ງກ່າວຍັງບົ່ງຊີ້ໃຫ້ເຫັນເຖິງການເຂົ້າເຖິງດ້ານເຕັກໂນໂລຊີໃໝ່ຂອງລາວເຮົານັບມື້ສູງຂຶ້ນ ແລະ ອິນເຕີເນັດໄດ້ກາຍເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ໃນການນໍາໃຊ້ໃນຊີວິດປະຈໍາວັນ; ມີປະໂຫຍດສ້າງໃຫ້ວຽກງານສື່ສານສະດວກວ່ອງໄວ, ອໍານວຍຜົນດີຕໍ່ການດຳລົງຊີວິດຂອງປະຊາຊົນ ບໍ່ວ່າຈະຢູ່ເຂດຕົວເມືອງຈົນເຖິງເຂດຊົນນະບົດ, ຊ່ວຍເຮັດໃຫ້ມີໂອກາດໃນການຊອກຮູ້ຮ່ຳຮຽນ ແລະ ສ້າງອາຊີບໃຫ້ແກ່ຫຼາຍໆຄົນ. ນອກນັ້ນ, ໄດ້ກາຍເປັນພື້ນຖານເພື່ອຈັດຕັ້ງຜັນຂະຫຍາຍຫຼາຍໆໂຄງການ 4.0 ທີ່ສຳຄັນຂອງສັງຄົມ ແລະ ປະເທດຊາດ.

ນອກຈາກວຽກງານການຊຸກຍູ້ ຍົກສູງດ້ານຄຸນນະພາບບໍລິການ ແລະ ເຂດປົກຄຸມສັນຍານ, ຕະຫຼອດໄລຍະເວລາທີ່ຜ່ານມາ ຢູນີເທວ ໄດ້ອອກແບບບັນດາໂປຣໂມຊັນສົ່ງເສີມການນຳໃຊ້ ເພື່ອເຮັດໃຫ້ລູກຄ້າມີໂອກາດໄດ້ເຂົ້າເຖິງບໍລິການຢ່າງງ່າຍດາຍ ເຊິ່ງ ຢູນີເທວ ຍັງມີຫຼາກຫຼາຍແພັກເກັດທີ່ມີລາຄາຖືກ ທັງແບບນຳໃຊ້ພາຍໃນ 1 ວັນ, 3 ວັນ, 1 ອາທິດ, 1 ເດືອນ ເຊິ່ງເໝາະສົມກັບການນຳໃຊ້ທຸກເພດທຸກໄວ.