ຫຼາຍແຂວງເກັບກ່ຽວ ເຂົ້ານາປີໃກ້ສໍາເລັດແລ້ວ

122

ມາຮອດປັດຈຸບັນ ຊາວກະສິກອນຫຼາຍແຂວງທົ່ວປະເທດ ພວມເລັ່ງເກັບກ່ຽວເຂົ້ານາປີ ເພື່ອກຽມພ້ອມເລັ່ງໃສ່ການຜະລິດນາແຊງ ເຊິ່ງມີຫຼາຍແຂວງເກັບກ່ຽວໄດ້ເກີນ 60% ແລ້ວ, ສະເພາະນະຄອນຫຼວງວຽງຈັນ ສໍາເລັດກວ່າ 80%.

ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ຕັ້ງເປົ້າຜະລິດເຂົ້ານາປີໃຫ້ໄດ້ 52.373 ເຮັກຕາ ແຕ່ສາມາດປະຕິບັດຕົວຈິງ ໄດ້ພຽງ 52.066 ເຮັກຕາ, ມາຮອດປັດຈຸບັນເກັບກ່ຽວສໍາເລັດແລ້ວ 41.665 ເຮັກຕາ ເທົ່າກັບ 80,2%.

ດ້ານແຂວງບໍລິຄໍາໄຊ ທ່ານ ພອນສະຫວັນ ຫອມນະບຸນລັດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງດັ່ງກ່າວ ໃຫ້ຮູ້ວ່າ: ເນື້ອທີ່ແຜນການການຜະລິດເຂົ້ານາປີໃນທົ່ວແຂວງ ແມ່ນ 37.470 ເຮັກຕາ, ຜະລິດຕະພາບ 3,80 ໂຕນຕໍ່ເຮັກຕາ, ຜົນຜະລິດ 142.387 ໂຕນ ເຊິ່ງສາມາດປະຕິບັດຕົວຈິງໄດ້ 37.795 ເຮັກຕາ ເທົ່າກັບ 100,87% ຂອງແຜນການ, ແຕ່ໃນໄລຍະເດືອນກໍລະກົດ ຝົນຕົກຂາດໄລຍະເຮັດໃຫ້ເຂົ້ານາເສຍຫາຍຈາກໄພແຫ້ງແລ້ງ 314 ເຮັກຕາ, ເສຍຫາຍຈາກສັດຕູພືດທໍາລາຍ 44 ເຮັກຕາ, ເນື້ອທີ່ຍັງເຫຼືອ 37.437 ເຮັກຕາ ປັດຈຸບັນເກັບກ່ຽວໄດ້ 35.826 ເຮັກຕາ ເທົ່າກັບ 95,70% ເຊິ່ງຄາດວ່າຈະເກັບກ່ຽວສໍາເລັດພາຍໃນອາທິດນີ້.

ຂະນະດຽວກັນ, ທ່ານ ນາງ ສຸດາລັດ ແກ້ວບົວລະພາ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ກ່າວວ່າ: ການປູກພືດລະດູຝົນ ໂດຍສະເພາະແມ່ນການປູກເຂົ້ານາປີ ທົ່ວແຂວງຕັ້ງເປົ້າໄວ້ 13.629 ເຮັກຕາ ແຕ່ສາມາດປະຕິບັດຕົວຈິງໄດ້ 13.315 ເຮັກຕາ. ໃນນັ້ນ, ມີເນື້ອທີ່ນາທົ່ວໄປ 12.912 ເຮັກຕາ, ນາກ້າກີບດຽວ 403,36 ເຮັກຕາ, ແຕ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ 408.05 ເຮັກຕາ, ນໍ້າຖ້ວມ 57.35 ເຮັກຕາ, ສັດຕູພືດທໍາລາຍ 6 ເຮັກຕາ, ພະຍາດ 3.75 ເຮັກຕາ, ເນື້ອທີ່ຍັງເຫຼືອຕົວຈິງ 12.840 ເຮັກຕາ, ເຊິ່ງມາຮອດປັດຈຸບັນເກັບກ່ຽວໄດ້ແລ້ວ ໃນເນື້ອທີ່ 8.453 ເຮັກຕາ ເທົ່າກັບ 66%.

ແຂວງຜົ້ງສາລີ ທ່ານ ສຸກໄຊ ຈະເລີນສຸກ ຫົວໜ້າຂະແໜງປູກຝັງ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ຕົວເລກແຜນການຜະລິດເຂົ້ານາປີທົ່ວແຂວງ ແມ່ນ 8.500 ເຮັກຕາ ເຊິ່ງໃນການປະຕິບັດຕົວຈິງສາມາດເຮັດໄດ້ຕາມແຜນການ 100% ແຕ່ໃນນີ້ຖືກກະທົບຈາກບົ້ງຝູງ 119,12 ເຮັກຕາ, ໄດ້ຮັບຜົນກະທົບຈາກໜູ 2ເຮັກຕາ, ມາຮອດປັດຈຸບັນເກັບກ່ຽວໄດ້ແລ້ວ 7.765 ເຮັກຕາ ເທົ່າກັບ 94,95%.

ສ່ວນແຂວງຈໍາປາສັກ ຂໍ້ມູນຈາກຂະແໜງປູກຝັງແຂວງດັ່ງກ່າວ ໃຫ້ຮູ້ວ່າ: ເນື້ອທີ່ແຜນການຜະລິດເຂົ້ານາປີໃນທົ່ວແຂວງ ຈໍານວນ 113.290 ເຮັກຕາ, ແຕ່ປັກດໍາຕົວຈິງໄດ້ 108.736 ເຮັກຕາ ເທົ່າກັບ 96% ຂອງແຜນການ, ຂະນະດຽວກັນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈໍານວນ 36.197 ເຮັກຕາ ເສຍຫາຍ 20.822 ເຮັກຕາ. ດັ່ງນັ້ນ. ເນື້ອທີ່ຕົວຈິງສາມາດເກັບກ່ຽວໄດ້ມີພຽງ 87.914 ເຮັກຕາ ເທົ່າກັບ 81% ຂອງເນື້ອທີ່ປັກດຳທັງໝົດ, ເຊິ່ງມາຮອດປັດຈຸບັນເກັບກ່ຽວໄດ້ແລ້ວ ເນື້ອທີ່ 69.441 ເຮັກຕາ ເທົ່າກັບ 79% ຄາດວ່າອາທິດນີ້ຈະຄືບໜ້າຂຶ້ນເປັນ 95%.

ແຂວງຄໍາມ່ວນ ຂໍ້ມູນຈາກຂະແໜງປູກຝັງແຂວງດັ່ງກ່າວ ໃຫ້ຮູ້ວ່າ: ທົ່ວແຂວງຄໍາມ່ວນ ມີເນື້ອທີ່ຜະລິດເຂົ້າລະດູຝົນປີ 2019 ທັງໝົດ 83.523 ເຮັກຕາ. ໃນນີ້, ນາດໍາ 66.445 ເຮັກຕາ, ນາຫວ່ານ 15.078 ເຮັກຕາ ເຊິ່ງຜະລິດເປັນສະບຽງອາຫານ ຈຳນວນ 67.080 ເຮັກຕາ, ເປັນສິນຄ້າ 16.443 ເຮັກຕາ. ແຕ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 19.577 ເຮັກຕາ, ເສຍຫາຍ 13.990 ເຮັກຕາ, ເຮັດໃຫ້ເນື້ອທີ່ຍັງເຫຼືອຈາກໄພນໍ້າຖ້ວມ ມີພຽງ 69.533 ເຮັກຕາ, ມາຮອດປັດຈຸບັນເກັບກ່ຽວສໍາເລັດແລ້ວ 65.341 ເຮັກຕາ ເທົ່າກັບ 94% ຂອງເນື້ອທີ່ທັງໝົດ.