ແຂວງສະຫວັນນະເຂດ ເປີດຂະບວນການຜະລິດລະດູແລ້ງ

192

ໃນເດືອນພະຈິກຂອງທຸກໆປີ ນອກຈາກຈະມີວັນທີ່ສຳຄັນທາງປະຫວັດສາດແລ້ວກໍຍັງມີວັນທີ່ສຳຄັນຂອງຂະແໜງກະສິກຳອີກ ຄືວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ, ວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ແລະ ວັນເປີດລະດູການຜະລິດລະດູແລ້ງ ວັນທີ 15 ພະຈິກ ເຊິ່ງໃນວັນທີ 15 ພະຈິກ 2019 ນີ້ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດງານດັ່ງກ່າວຂຶ້ນ ທີ່ໂຄງການຊົນລະປະທານກຸດຕາປໍ ບ້ານໂພນທັນ ເມືອງໄຊພູທອງ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະບູນ ສອນທະວີ ຮອງຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຮ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊພູທອງ ພ້ອມດ້ວຍບັນດາຂະແໜງການຕ່າງໆຂອງພະແນກ ແລະ ອຳນາດການປົກຄອງ ແລະ ຊາວນາເຂດດັ່ງກ່າວ.

ທ່ານຫົວໜ້າຫ້ອງການກະສິກຳ – ປ່າໄມ້ ເມືອງໄຊພູທອງ ກ່າວວ່າ: ການເປີດພິທີຄັ້ງນີ້ມີຈຸດປະສົງເນັ້ນໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານ ເຊິ່ງໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ ແລະ ເປີດການຜະລິດລະດູແລ້ງປີ 2019 ເຊິ່ງໄດ້ກໍານົດເອົາວັນທີ 15 ພະຈິກ ເປັນມື້ລົງມືຕົກກ້ານາແຊງ. ທັງນີ້, ກໍເພື່ອແນໃສ່ຂະຫຍາຍເນື້ອທີ່ຮັບນ້ຳຊົນລະປະທານຮັບປະກັນທັງປະລິມານ ແລະ ຄຸນນະພາບຕາມຕົວເລກຄາດໝາຍສູ້ຊົນທີ່ແຂວງໄດ້ຮັບຮອງ ແມ່ນຈະປັກດຳນາແຊງໃຫ້ໄດ້ 30.000 ເຮັກຕາ ແລະ ປູກພືດຊະນິດຕ່າງໆ. ໃນນັ້ນ, ຄາດໝາຍສູ້ຊົນຂອງເມືອງໄຊພູທອງ ແມ່ນ 200 ເຮັກຕາ.

ຈາກນັ້ນ, ກໍໄດ້ຮ່ວມກັນລັ່ນຄ້ອງ ແລະ ຕັດແຖບຜ້າເປີດລະດູການຜະລິດຢ່າງເປັນທາງການ ພ້ອມທັງເບິ່ງການສາທິດການເຮັດນາເຕັກນິກໃໝ່ແບບຢອດປຽກ, ແບບນາຫວ່ານ, ໄຖຖົມເຟືອງພາຍຫຼັງເກັບກ່ຽວ ເພື່ອໃຫ້ມີການຍ່ອຍສະຫຼາຍກາຍເປັນຝຸ່ນໃນລະດູການຜະລິດຕໍ່ໄປ ໃນງານຍັງມີການສັກຢາປ້ອງກັນພະຍາດສັດຕື່ມອີກ.