ຄວາມຄືບໜ້າໂຄງການອະນຸຮັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ

0
177

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ຈັດກອງປະຊຸມເພື່ອສະຫຼຸບລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການອະນຸຮັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ຂຶ້ນໃນວັນທີ 18 ພະຈິກ 2019 ຢູ່ທີ່ຫ້ອງປະຊຸມຮ້ານອາຫານແດນລາວ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີແກ້ວ ໄຊຍະຈັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີ ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ຮັບຜິດຊອບໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວຽກງານ ປີ 2019. ພ້ອມກັນນັ້ນ, ຍັງຈະໄດ້ປຶກສາຫາລືເພື່ອປະກອບໃສ່ວາງແຜນວຽກປີ 2020 ແລະ ຮັບປະກັນໃຫ້ມີການປະສານການຊຸກຍູ້ຊ່ວຍເຫຼືອກັບໂຄງການອະນຸຮັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ເຊິ່ງເປັນໂຄງການໜຶ່ງຂອງລັດຖະບານລາວ ທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານເຢຍລະມັນ ໂດຍຜ່ານທະນາຄານ KFW ໄດ້ຮັບການຈັດຕັ້ງປະຕິບັດຕັ້ງແຕ່ປີ 2016 ເປັນຕົ້ນມາ ໂດຍສະເພາະແມ່ນກົມປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດໂຄງການ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນສຳເລັດ ການນຳໃຊ້ງົບປະມານ ແລະ ບັນຫາຂໍ້ຄົງຄ້າງເພື່ອສືບຕໍ່ແກ້ໄຂໃນສະເພາະໜ້າ; ການຈັດຕັ້ງປະຕິບັດບັງຄັບໃຊ້ກົດໝາຍໃນການຕ້ານ ແລະ ສະກັດກັ້ນການລັກລອບທຳລາຍປ່າໄມ້, ສັດນໍ້າ, ສັດປ່າຢູ່ 3 ເມືອງເປົ້າໝາຍຂອງໂຄງການ; ການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ; ການໂຄສະນາເຜີຍແຜ່ລະບຽບກົດໝາຍ; ການຄຸ້ມຄອງດິນ ແລະ ປ່າໄມ້; ຜົນສຳເລັດຂອງການຮຽນ – ການສອນຂອງໂຮງຮຽນເຕັກນິກວິຊາຊີບແຂວງບໍ່ແກ້ວ ພາຍໃຕ້ການສະໜັບສະໜູນຂອງໂຄງການດັ່ງກ່າວມີ 3 ສາຂາ ຄື: ຝຶກອົບຮົມການຕັດຫຍິບເສື້ອຜ້າ, ການປູກຝັງ – ລ້ຽງສັດ, ປຸງແຕ່ງອາຫານ ແລະ ສ້ອມແປງ, ສາຂາໄຟຟ້າ ແລະ ສາຂາອື່ນໆ ໃຫ້ແກ່ປະຊາຊົນໄດ້ມີວຽກເຮັດງານທໍາມີຊີວິດທີ່ດີຂຶ້ນ.

[ ຂ່າວ: ສົມສະຫວິນ,ຮູບ: ບຸນເພັດ ]

LEAVE A REPLY

Please enter your comment!
Please enter your name here